ສປປ ​ເກົາຫຼີ ​ແລະ ສ.​ເກົາຫຼີ ບັນລຸ​ຄວາມ​ເປັນ​ເອກະ​ພາບຫຼາຍປະການ
2018-01-18 11:35:10  cri 

ຄະນະ​ຜູ້​ແທນ​ຂອງ ສປປ ​ເກົາຫຼີ ​ແລະ ສ.​ເກົາຫຼີ ​ໄດ້​​ເຈລະຈາ​ກັນ​ລະດັບ​ຮອງ​ລັດຖະມົນຕີ​ກ່ຽວ​ກັບ ສປປ ​ເກົາຫຼີ ສົ່ງ​ຄະນະ​ຜູ້​ແທນ​ເຂົ້າຮ່ວມ​ກິລາ​ໂອ​ລິ​ມປິກ​ລະດູ​ໜາວ​ພຽງ​ຊາງ ຢູ່ "​ເຮືອນ​ແຫ່ງ​ສັນຕິພາບ" ​ເຂດ​ປັນ​ມູນ​ຈອມ​ເບື້ອງ ສ.​ເກົາຫຼີ ​ໃນ​ວັນ​ທີ 17 ມັງກອນ​ນີ້ ​ແລະ​ສາມາດ​ບັນລຸ​ຄວາມ​ເປັນ​ເອກະ​ພາບຫຼາຍປະການ.

​ໃນ​ມື້​ດຽວ​ກັນ, ສປປ ​ເກົາຫຼີ ​ແລະ ສ.​ເກົາຫຼີ​ໄດ້​​ເປີດ​ເຜີຍ​ຂໍ້​ມູນ​ຮ່ວມ ​​ໂດຍ​ລະບຸ​ວ່າ: ສປປ ​ເກົາຫຼີ ​ແລະ ສ.​ເກົາຫຼີ ຈະ​ຊູ​ "ທຸງ​ແຫຼມ​ເກົາຫຼີ" ​​ແລະ​​ເດີນຮ່ວມ​ກັນເຂົ້າສູ່​ສະໜາມກິລາ ​ໃນ​ພິທີ​ເປີດ​ກິລາ​ໂອ​ລິ​ມປິກ​ລະດູ​ໜາວ​ພຽງ​ຊາງ ນອກ​ນີ້ ສອງ​ຝ່າຍ​ຍັງ​ຈະ​ຈັດ​ທີ​ມປະສົມ ​ເພື່ອ​ເຂົ້າຮ່ວມ​ການ​ແຂ່ງຂັນຮອກ​ກີ​ນ້ຳກ້າມ​ເພດ​ຍິງ.

ກ່ອນ​ໜ້າ​ນີ້ ຄື ວັນ​ທີ 9 ມັງກອນ​ນີ້, ສ.​ເ​ກົາຫຼີ ​ແລະ ສປປ ​ເກົາຫຼີ ​ໄດ້​ສິ້ນ​ສຸດ​ການພົບ​ປະ​ເຈລະຈາ​ກັນ​ຂັ້ນສູງຢູ່​ເຂດ​ປັນ​ມູນ​ຈອມ ​ແລະ ​ໄດ້​ອອກ​ຖະ​ແຫຼງການ​ຮ່ວມ ​ໂດຍ​ສອງ​ຝ່າຍ​ບັນລຸ​ຄວາມ​ເປັນ​ເອກະ​ພາບ​ກັນຫຼາຍບັນຫາ ​ເຊັ່ນ ສປປ ​ເກົາຫຼີ​ເຂົ້າຮ່ວມ​ກິລາ​ໂອ​ລິ​ມປິກ​ລະດູ​ໜາວ​ພຽງ​ຊາງ ​ແລະ ສອງ​ຝ່າຍ​ຈັດການ​ເຈລະຈາ​ກັນ​ລະຫວ່າ​ງພາກສ່ວນ​ການ​ທະຫານ. ນອກ​ນີ້, ສອງ​ຝ່າຍ​ຍັງ​ເນັ້ນຈະສືບ​ຕໍ່​ເຈລະຈາ​ກັນ​ໃນ​ຂົງ​ເຂດ​ຕ່າງໆ ​ເພື່ອ​​ແກ້​ໄຂ​ບັນຫາ​ໂດຍ​ຜ່ານ​ການ​ເຈລະຈາ​ກັນ.

ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ