ຍອດ​ມູນ​ຄ່າ​ການ​ຄ້າ​ຈີນ-ອາ​ຊຽນ​ໃນ​ປີ 2017 ບັນ​ລຸຫຼາຍກວ່າ 500 ຕື້​ໂດ​ລາ
2018-01-29 14:21:43  cri 
ທ່ານ​ສີ​ໜິງ​ໜິງ ຜູ້​ອຳ​ນວຍ​ການ​ບໍ​ລິ​ຫານ​ງານ​ສະ​ພາ​ທຸ​ລະ​ກິດ​ຈີນ-ອາ​ຊຽນ​ໃຫ້​ສຳ​ພາດ​ຕໍ່​ນັກ​ຂ່າວ CRI ເມື່ອ​ມໍ່ໆ​ມາ​ນີ້​ວ່າ, ຍອດ​ມູນ​ຄ່າ​ການ​ຄ້າ​ຈີນ-ອາ​ຊຽນ​ໃນ​ປີ 2017 ບັນ​ລຸ 514 ຕື້ 800 ລ້ານ​ໂດ​ລາ​ສະ​ຫະ​ລັດ, ເພີ່ມ​ຂຶ້ນຫຼາຍກວ່າ​ປີ​ຜ່ານ​ມາ 13,8% ແລະ ເປັນ​ລະ​ດັບ​ສູງ​ສຸດ​ໃນ​ປະ​ຫວັດ​ສາດ.

ທ່ານ​ວິ​ເຄາະ​ຕາມ​ຕົວ​ເລກ​ຈາກ​ເວັບ​ໄຊ​ກົມ​ອາ​ຊີ​ກະ​ຊວງ​ກາ​ນ​ຄ້າ​ຈີນ​ວ່າ, ປີ 2017, ຈີນ​ໄດ້​ສົ່ງ​ອອກ​ຕໍ່​ອາ​ຊຽນ 279 ຕື້ 100 ລ້ານ​ໂດ​​ລາ​ສະ​ຫະ​ລັດ​ ເພີ່ມ​ຂຶ້ນ 9% ແລະ ນຳ​ເຂົ້າ​ຈາກ​ອາ​ຊຽນ 235 ຕື້ 700 ລ້ານ​ໂດ​ລາສະ​ຫະ​ລັດ ເພີ່ມ​ຂຶ້ນ 20%. ໃນ 10 ປະ​ເທດ​ອາ​ຊຽນ, ຫວຽດ​ນາມ, ມາ​ເລ​ເຊຍ ແລະ ໄທມີ​ຍອດ​ມູນ​ຄ່າ​ການ​ຄ້າ​ກັບ​ຈີນຫຼາຍກວ່າ​ໝູ່, ຈີນ​ໄດ້​ສົ່ງ​ອອກ​ຕໍ່​ຫວຽດ​ນາມ, ສິງ​ກະ​ໂປ ແລະ ມາ​ເລ​ເຊຍຫຼາຍກວ່າ​ໝູ່ ແລະ ​ນຳ​ເຂົ້າ​ຈາກ​ມາ​ເລ​ເຊຍ, ຫວຽດ​ນາມ ແລະ ໄທຫຼາຍກວ່າ​ໝູ່. ຈີນ​ໄດ້​ປຽບ​ດຸນ​ການ​ຄ້າ​ໃນ​ການ​ຄ້າ​ກັບ​ອາ​ຊຽນ ແຕ່​ຈຳ​ນວນ​ປຽບ​ດຸນ​ການ​ຄ້າ​ນັບ​ມື້​ໜ້ອຍ​ລົງ.
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ