ວິທະຍຸສາກົນແຫ່ງປະເທດຈີນປະຈຳລາວ ມອບລາງວັນຄຳໜັກ 2 ບາດໃຫ້ແຟນລາຍການ
2018-02-01 17:37:24  cri 


ຕອນເຊົ້າວັນທີ 1 ມັງກອນນີ້, ທີ່ນະຄອນຫຼວງວຽງຈັນ, ວິທະຍຸສາກົນແຫ່ງປະເທດຈີນ ປະຈໍາລາວ ໄດ້ຈັດພິທີມອບລາງວັນໃຫຍ່ສາຍຄໍຄຳໜັກ 2 ບາດ ໃຫ້ຜູ້ຟັງ CRI FM 93 MHz ທີ່ໂຊກດີຈາກກິດຈະກຳ " ຮູ້ຮອບໂລກຊິງໂຊກ 3 ຊັ້ນ ປີ 2017 ", ມອບໂດຍທ່ານນາງ ສຸດທິດາ ຫົວໜ້າ ວິທະຍຸສາກົນແຫ່ງປະເທດຈີນ ປະຈຳລາວ, ໂດຍເປັນກຽດເຂົ້າຮ່ວມຂອງທ່ານ ນາງ ອໍາພອນ ລໍວັນໄຊ ຮອງຫົວໜ້າພະແນກການຕະຫຼາດ DTH ບໍລິສັດ ດາວທຽມລາວ ເອເຊຍ-ປາຊີຟິກ ຈໍາກັດ, ທ່ານ ເນັຍ ເກິ່ນຈ່ວງ ຜູ້ຮັບພິຊອບເຄື່ອງກອງນ້ຳຂອງບໍລິສັດ ວິລະກອນການຄ້າ ຂາເຂົ້າ-ຂາອອກ ຈໍາກັດ ຜູ້ດຽວ, ມີຜູ້ສະໜັບສະໜູນລາງວັນ, ພາກສ່ວນກ່ຽວຂ້ອງ, ພ້ອມດ້ວຍຜູ້ໂຊກດີ ແລະ ບັນດາສື່ມວນຊົນເຂົ້າຮ່ວມເປັນພິຍານ.

1  2  3  4  5  6  
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ