ທ່ານ​ຢາງ​ເຈ​ສື ​ພົບ​ປະ​ຫາລື​ກັບລັດຖະມົນຕີ​ຕ່າງປະ​ເທດ​ອາ​ເມ​ລິ​ກາ
2018-02-09 15:50:47  cri 

ທ່ານ​ຢາງ​ເຈ​ສື ກຳມະການ​ກົມ​ການ​ເມືອງ​ສູນ​ກາງ​ພັກ​, ທີ່​ປຶກສາ​ແຫ່ງ​ລັດ​ຈີນ​ທີ່​ພວມ​ຢ້ຽມຢາມ​​ອາ​ເມ​ລິ​ກາ ໄດ້​ພົບ​ປະ​ຫາລື​ກັບ​ທ່ານ​​ເຣັກສ໌ ຕີ​ເລີ​​ເຊິ​ນ ລັດຖະມົນຕີ​ກະຊວງ​ການ​ຕ່າງປະ​ເທດ​ອາ​ເມ​ລິ​ກາ ​ໃນ​ວັນ​ທີ 8 ກຸມພາ​ນີ້.

ທ່ານ​ຢາງ​ເຈ​ສື ກ່າວ​ວ່າ: ​ໃນ​ໜຶ່ງ​ປີຜ່ານມາ, ​ໂດຍ​ພາຍ​ໃຕ້​ການ​ຊີ້​ນຳ​ຮ່ວມ​ຈາກ​ທ່ານ​ສີ​ຈິ້ນ​ຜິ​ງ ປະທານ​ປະ​ເທດ​ຈີນ ​ແລະ ທ່ານ​ໂດ​ນັນ ທຣຳ ປະທານາທິບໍດີ​ອາ​ເມ​ລິ​ກາ, ສາຍ​ພົວພັນ​ລະຫວ່າງ​ຈີນ-ອາ​ເມ​ລິ​ກາ​ໄດ້​ມີ​ຄວາມ​ຄືບ​ໜ້າ​ເປັນ​ຢ່າງ​ດີ ​ແລະຫຼັງ​ເຂົ້າສູ່​ປີ 2018, ປະມຸກ​ລັດ​ສອງ​ປະ​ເທດ​ກໍ​ໄດ້​ແລກປ່ຽນ​ຄວາມ​ເຫັນຫຼາຍ​ເທື່ອ ​ໂດຍ​ຜ່ານ​ທາງ​ໂທລະສັບ ​ແລະການ​ສື່ສານ​ຕ່າງໆ ​ເຊິ່ງ​​ເປັນ​ການ​ຊີ້​ທິດທາງ​ໃຫ້​ແກ່​ການ​ພັດທະນາ​ສາຍ​ພົວພັນ​ລະຫວ່າງ​ສອງ​ປະ​ເທດ​ໃນ​ປີ​ນີ້. ຄະນະ​ປະຕິບັດ​ງານ​ຂອງ​ສອງ​ປະ​ເທດ​ຄວນ​ສືບ​ຕໍ່ຕັ້ງໜ້າ​ຈັດຕັ້ງປະຕິບັດ​ຕາມ​ຂໍ້​ຕົກລົງ ​ແລະ​ຜົນການ​ພົບ​ປະລະ​ຫວ່າງ​ປະມຸກ​ລັດ​ສອງ​ປະ​ເທດ​ຢູ່​ນະຄອນຫຼວງປັກ​ກິ່ງ ຮັກສາ​ການ​ແລກປ່ຽນ​ລະຫວ່າງ​ການ​ນຳ​ຂັ້ນສູງ ​ແລະ​ທຸກຂັ້ນຢ່າງ​ແໜ້ນ​ແຟ້ນ ນຳ​ໃຊ້​ກົນ​ໄກ​ການ​ສົນທະນາ​ຂັ້ນສູງ 4 ກົນ​ໄກ​ໃຫ້​ດີ, ​ເປີດ​ກວ້າງ​ການ​ແລກປ່ຽນ​ແລະ​ຮ່ວມ​ມື​ໃນ​ຂົງ​ເຂດ​ຕ່າງໆ ​ເຊັ່ນ ​ເສດຖະກິດ​ການ​ຄ້າ, ສອງ​ກອງທັບ, ການ​ປະຕິບັດ​ກົດໝາຍ, ການ​ປາບ​ປາມ​ຢາ​ເສບ​ຕິດ, ວັດທະນະທຳ ​ແລະ ລະຫວ່າງ​ທ້ອງ​ຖິ່ນ​ຂອງ​ສອງ​ປະ​ເທດ ​ເພີ່ມ​ທະວີ​ການ​ແລກປ່ຽນ​ປະສານ​ງານ​ຕໍ່​ບັນຫາ​ສາກົນ​ແລະ​ພາກ​ພື້ນ​ທີ່​ສຳຄັນ ​ເຊັ່ນ ບັນຫາ​ນິວ​ເຄລຍຢູ່​ແຫຼມ​ເກົາຫຼີ ຍຶດໝັ້ນຄວບ​ຄຸມ​ແລະຄຸ້ມ​ຄອງຄວາມ​ຂັດ​ແຍ້​ງກັນ ​ແລະ​ບັນຫາ​ທີ່​ອ່ອນ​ໄຫວ​ລະຫວ່າງ​ສອງ​ຝ່າຍ​ດ້ວຍ​ວິທີ​ທີ່​ສ້າງສັນ ​ເພື່ອ​ຮັບປະກັນ​ໃຫ້​ສາຍ​ພົວພັນ​ລະຫວ່າງ​ຈີນ-ອາ​ເມ​ລິ​ກາ​ໄດ້​ຮັບ​ຜົນ​ດີຫຼາຍຍິ່ງ​ຂຶ້ນ.

ທ່ານ​ຕີ​ເລີ​ເຊິ​ນ ກ່າວ​ວ່າ: ສາຍ​ພົວພັນ​ລະຫວ່າງ​ອາ​ເມ​ລິ​ກາ-ຈີນ​ມີ​ຄວາມສຳຄັນຫຼາຍ ອາ​ເມ​ລິ​ກາ​ຍິນ​ດີ​​ພະຍາຍາມ​ຮ່ວມ​ກັບ​ຈີນ ​ເພື່ອ​ຈັດຕັ້ງປະຕິບັດ​ຕາມ​ຂໍ້​ຕົກລົງ​ແລະ​ຜົນ​ການ​ພົບ​ປະລະ​ຫວ່າງ​ປະມຸກ​ລັດ​ສອງ​ປະ​ເທດ​ຢູ່​ນະຄອນຫຼວງປັກ​ກິ່ງ, ປັບປຸງ​ແລະ​ເປີດ​ກວ້າງ​ການ​ຮ່ວມ​ມື​ແບບ​ຕ່າງ​ຝ່າຍ​ຕ່າງ​ມີ​ຜົນ​ປະ​ໂຫຍ​ດ, ​ແກ້​ໄຂ​ຄວາມ​ຂັດ​ແຍ້​ງລະຫວ່າງ​ສອງ​ປະ​ເທດ​​ໃຫ້​ເໝາະ​ສົມ​ດ້ວຍ​ການ​ເຄົາລົບ​ເຊິ່ງກັນ​ແລະ​ກັນ ​ເພື່ອ​ຊຸກຍູ້​ສາຍ​ພົວພັນ​ລະຫວ່າງ​ສອງ​ປະ​ເທດໃຫ້​​ໄດ້​ຮັບ​ຄວາມ​ຄືບ​ໜ້າ​ທີ່​ດີຂຶ້ນກວ່າ​ເກົ່າ.

ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ