ຈີນ​ເປີດ​ເຜີຍ "ຂໍ້​ສະ​ເໜີ​ຂອງ​ສູນ​ກາງ​ພັກ​ກອມ​ມູ​ນິດ​ຈີນ​ກ່ຽວ​ກັບ​ການ​ດັດ​ແກ້​ບາງ​ເນື້ອ​ໃນ​ລັດ​ຖະ​ທຳ​ມະ​ນູນ"
2018-02-26 16:35:17  cri 
    ໜັງ​ສື​ພິມ​ປະ​ຊາ​ຊົນ​ລາຍ​ວັນ​ຂອງ​ຈີນ​ລານ​ງານ​ວ່າ: ຈີນ​ໄດ້​ເປີດ​ເຜີຍ "ຂໍ້​ສະ​ເໜີ​ຂອງ​ສູນ​ກາງ​ພັກ​ກອມ​ມູ​ນິດ​ຈີນ​ກ່ຽວ​ກັບ​ການ​ດັດ​ແກ້​ບາງ​ເນື້ອ​ໃນ​ລັດ​ຖະ​ທຳ​ມະ​ນູນ" ໃນ​ວັນ​ທີ 25 ກຸມ​ພານີ້.

    "ຂໍ້​ສະ​ເໜີ" ດັ່ງ​ກ່າວ ໄດ້​ຕື່ມ "ທັດ​ສະ​ນະການ​ພັດ​ທະ​ນາ​ຕາມຫຼັກ​ວິ​ທະ​ຍາ​ສາດ ແລະ ແນວ​ຄິດ​ສີ​ຈິ້ນ​ຜິງກ່ຽວ​ກັບ​ສັງ​ຄົມ​ນິ​ຍົມ​ທີ່​ມີ​ສີ​ສັນ​ພິ​ເສດ​ຂອງ​ຈີນ​ໃນ​ຍຸກ​ໃໝ່" ​ແລະ​ລະ​ບຸ​ພ້ອມ​ກັບລັດ​ທິ​ມາກ​ເລ​ນິນ, ແນວ​ຄິດ​ເມົາ​ເຈີຕຸງ, ທິດ​ສະ​ດີ​ເຕີ້ງ​ສຽງ​ຜິງ ແລະ ແນວ​ຄິດ​ສຳ​ຄັນ​ກ່ຽວ​ກັບ "ສາມ​ຕົວ​ແທນ", ໂດຍ​ໄດ້​ກຳ​ນົດ​ຖາ​ນະຂອງ​ທິດ​ສະ​ດີ​ດັ່ງ​ກ່າວ​ໃນ​ການ​ຊີ້​ນຳ​ນຳພາ​ຊີ​ວິດ​ການ​ເມືອງ​ແລະ​ສັງ​ຄົມ​ແຫ່ງ​ຊາດ; ໄດ້​ປັບ​ປຸງ ແລະ ຕື່ມ​ເນື້ອ​ໃນ​ຂອງ​ການ​ຈັດ​ວາງ​ລວມ​ກ່ຽວ​ກັບ​ພາ​ລະ​ກິດ​ສັງ​ຄົມ​ນິ​ຍົມ​ທີ່​ມີ​ສີ​ສັນ​ພິ​ເສດ​ຂອງ​ຈີນ ແລະ ເປົ້າ​ໝາຍ​ບາກ​ບັ່ນ​ສູ້​ຊົນ​ໃນ​ເວ​ລາ​ຄົບ​ຮອບ 100 ປີ​ແຫ່ງ​ການ​ສ້າງ​ຕັ້ງ ສ​ປ ຈີນ ໂດຍ​ກຳ​ນົດ​ຢ່າງ​ຈະ​ແຈ້ງວ່າ ຈະ​ຊຸກ​ຍູ້​ການ​ພັດ​ທະ​ນາ​ອາ​ລະ​ຍະ​ທຳ​ທາງວັດ​ຖຸ, ທາງ​ການ​ເມືອງ, ທາງ​ຈິດ​ໃຈ, ທາງ​ສັ​ງ​ຄົມ ແລະ​ທາງ​ນິ​ເວດ​ຢ່າງ​ປະ​ສານ​ກົມ​ກຽວ​ກັນ, ສ້າງ​ປະ​ເທດ​ຈີນ​ໃຫ້​ເປັນ​ປະ​ເທດ​ສັງ​ຄົມ​ນິ​ຍົມ​ທັນ​ສະ​ໄໝ​ທີ່​ມັ້ງ​ຄັ້ງ​ເຂັ້ມ​ແຂງ, ມີ​ປະ​ຊາ​ທິ​ປະ​ໄຕ, ມີ​ຄວາມ​ສີ​ວິ​ໄລ, ມີ​ຄວາມ​ກົມ​ກຽວ​ກັນ ແລະ​ສວຍ​ງາມ, ບັນ​ລຸ​ການ​ຟື້ນ​ຟູ​ຄວາມ​ຈະ​ເລີນ​ຮຸ່ງ​ເຮືອງ​ອັນ​ຍິ່ງ​ໃຫຍ່​ຂອງ​ປະ​ຊາ​ຊາດ​ຈີນ​ຄືນ​ໃໝ່; ບູ​ລະ​ນະ​ມາດ​ຕະ​ການ​ໃນ​ການ​ປົກ​ຄອງ​ປະ​ເທດ​ຕາມ​ກົດ​ໝາຍ ແລະ ປະ​ຕິ​ບັດ​ລັດ​ຖະ​ທຳ​ມະ​ນູນ, ບູ​ລະ​ນະ​ການ​ປົກ​ຄອງ​ຕາມ​ກົດ​ໝາຍ​ສັງ​ຄົມ​ນິ​ຍົມ​ຢ່າງ​ຈະ​ແຈ້ງ, ປະ​ຕິ​ບັດ​ລະ​ບຽບ​ການ​ສາ​ບານ​ຕົວ​ຕໍ່​ລັດ​ຖະ​ທຳ​ມະ​ນູນ, ເພີ່ມ​ຂໍ້​ກຳ​ນົດ​ກ່ຽວ​ກັບ​ການ​ວາງ​ກົດ​ໝາຍ​ຂອງ​ນະ​ຄອນ​ທີ່​ມີ​ເມືອງ​ບໍ​ລິ​ຫານ; ເພີ່ມ​ຕື່ມ ແລະ ​ປັບ​ປຸງ​ເນື້ອ​ໃນ​ກ່ຽວ​ກັບ​ວິ​ວັດ​ທະ​ນາ​ການ​ປະ​ຕິ​ວັດ​ແລະ​ການກໍ່​ສ້າງ​ຂອງ​ປະ​ເທດ​ຕົນ, ເຮັດ​ໃຫ້​ຂະ​ບວນ​ການ​ທີ່​ມີ​ຄວາມ​ກ້າວ​ໜ້າ​ຮຸ່ງ​ເຮືອງ​ແຫ່ງ​ຄວາມ​ສາ​ມັກ​ຄີ​ແລະ​ບາກ​ບັ່ນ​ສູ້​ຊົນ​ຂອງ​ພັກ​ແລະ​ປະ​ຊາ​ຊົນ​ນັ້ນ​ຄົບ​ຖ້ວນກວ່າ​ເກົ່າ; ເພີ່ມ​ຕື່ມ ແລະ ບູ​ລະ​ນະ​ເນື້ອ​ໃນ​ກ່ຽວ​ກັບ​ແນວ​ໂຮມ​ຮັກ​ຊາດ​ແລະ​ການ​ພົວ​ພັນ​ຊົນ​ເຜົ່າ, ເຕົ້າ​ໂຮມ​ກຳ​ລັງ​ທາງບວກ​ຢ່າງກວ້າງ​ຂວາງ ​ເພື່ອ​ເຮັດ​ໃຫ້​ຄວາມ​ໄຝ່​ຝັນ​ແຫ່ງ​ການ​ສ້າງ​ຄວາມ​ຈະ​ເລີນ​ຮຸ່ງ​ເຮືອງ​ອັນ​ຍິ່ງ​ໃຫຍ່​ຂອງ​ປະ​ຊາ​ຊາດ​ຈີນ​ຄືນ​ໃໝ່​ນັ້ນ​ບັນ​ລຸ​ຜົນ​ເປັນ​ຈິງ; ​ເພີ່ມ​ຕື່ມ​ເນື້ອ​ໃນ​ກ່ຽວ​ກັບ​ນະ​ໂຍ​ບາຍ​ການ​ຕ່າງ​ປະ​ເທດ​ໂດຍ​ສັນ​ຕິ, ກຳ​ນົດ​ຢ່າງ​ຈະ​ແຈ້ງວ່າ, ຈະ​ຍຶດ​ໝັ້ນ​ເດີນ​ຕາມ​ເສັ້ນ​ທາງ​ພັດ​ທະ​ນາ​ໂດຍ​ສັນ​ຕິ, ຍຶດ​ໝັ້ນ​ຍຸດ​ທະ​ສາດ​ເປີດ​ປະ​ຕູ ແລະ ຕ່າງ​ຝ່າຍ​ຕ່າງ​ໄດ້​ຮັບ​ຜົນ​ປະ​ໂຫຍດ ແລະ ຊຸກ​ຍູ້​ການ​ສ້າງ​ປະ​ຊາ​ຄົມ​ຮ່ວມ​ຊາ​ຕາ​ກຳ​ຂອງມວນ​ມະ​ນຸດ; ເພີ່ມ​ຕື່ມ​ເນື້ອ​ໃນ​ກ່ຽວ​ກັບ​ການ​ຍຶດ​ໝັ້ນ ແລະ ເພີ່ມ​ທະ​ວີ​ການ​ນຳ​ພາ​ຂອງ​ພັກ​ກອມ​ມູ​ນິດ​ຈີນ, ກຳ​ນົດ​ຢ່າງ​ຈະ​ແຈ້ງວ່າ, ການ​ນຳ​ພາ​ໂດຍ​ພັກ​ກອມ​ມູ​ນິດ​ຈີນ ແມ່ນ​ຈຸດ​ພິ​ເສດ​​ທາດ​ແທ້​ທີ່​ສຸດ​ຂອ​ງ​ສັງ​ຄົມ​ນິ​ຍົມ​ທີ່​ມີ​ສີ​ສັນ​ພິ​ເສດ​ຂອງ​ຈີນ; ເພີ່ມ​ຕື່ມ​ເນື້ອ​ໃນ​ການ​ສົ່ງ​ເສີມ​ທັດ​ສະ​ນະ​ກ່ຽວ​ກັບ​ຄ່າ​ນິ​ຍົມ​ແກນ​ກາງ​ສັງ​ຄົມ​ນິ​ຍົມ, ເພື່ອ​ບູ​ລະ​ນະ​ພື້ນ​ຖານ​ທາງ​ອຸ​ດົມ​ການ​ແລະຄຸນ​ສົມ​ບັດຮ່ວມ​ແຫ່ງ​ຄວາມ​ສາ​ມັກ​ຄີ​ແລະ​ບາກ​ບັ່ນ​ສູ້​ຊົນ​ຂອງ​ທົ່ວ​ພັກ​ແລະ​ປະ​ຊາ​ຊົນ​ຈີນ​ບັນ​ດາ​ເຜົ່າ​ໃນ​ທົ່ວ​ປະ​ເທດ; ດັດ​ແກ້​ຂໍ້​ກຳ​ນົດ​ກ່ຽວ​ກັບ​ອາ​ຍຸ​ຕຳ​ແໜ່ງ​ຂອງ​ປະ​ທານ​ປະ​ເທດ​, ເພີ່ມ​ທະ​ວີ​ແລະ​ປັບ​ປຸງ​ໂຄງ​ປະ​ກອບ​ການ​ນຳ​ພາ​ຂອງ​ລັດ; ເພີ່ມ​ຕື່ມ​ຂໍ້​ກຳ​ນົດ​ຕ່າງໆ​ກ່ຽວ​ກັບ​ຄະ​ນະ​ກຳ​ມະ​ການກວດ​ກາ ເພື່ອ​ອຳ​ນວຍຫຼັກ​ອ້າງ​ອີງ​ທາງ​ລັດ​ຖະ​ທຳ​ມະ​ນູນ​ໃຫ້​ແກ່​ການ​ສ້າງ​ຕັ້ງ​ຄະ​ນະ​ກຳ​ມະ​ການກວດ​ກາ.
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ