​ແຜ່ນດິນ​​ໄຫວ 11 ມີນາຍີ່ປຸ່ນ​​ຄົບ​ຮອບ 7 ປີ​ແຕ່ມີຜູ້​ປະສົບ​ໄພ​ 7 ໝື່ນ​ຄົນຍັງ​ບໍ່​ສາມາດກັບ​ບ້ານ​ໄດ້
2018-03-12 10:55:36  cri 
ວັນ​ທີ 11 ມີນາ​ນີ້, ທ່ານຊີ​ນ​ໂຈະ ອາ​ເບະ ນາຍົກລັດຖະມົນຕີຍີ່ປຸ່ນ​ໄດ້​ເຂົ້າ​ຮ່ວມ​ພິທີລະນຶກ​ແຜ່ນດິນ​ໄຫວ 11 ມີນາຄົບຮອບ 7 ປີ​ຢູ່​ນະຄອນຫຼວງ​ໂຕ​ກຽວ ​ແລະ​ກ່າວ​ວ່າ: ປັດຈຸບັນ​ນີ້, ຍັງ​ມີ​ຜູ້​ປະສົບ​ໄພ​ຫຼາຍ​ກວ່າ 7 ໝື່ນ​ຄົນບໍ່​ມີ​ເຮືອນ​ພັກແນ່ນອນ ​ແລະ​ບໍ່​ຮູ້​ເວລາ​ໃດ​ຈຶ່ງ​ຈະສາມາດ​ກັບ​ບ້ານ​ໄດ້.
ສື່​ມວນ​ຊົນ​ຍີ່ປຸ່ນ​​​ລາຍ​ງານ​ວ່າ: ນອກຈາກ​​ເຂດ​ທີ່ຍັງ​ມີ​ຄວາມ​ຮຸນແຮງ​ໃນ​ການ​ແຜ່ລັງສີສູງ ​ເຊິ່ງ​ເຮັດ​ໃຫ້​ຜູ້​ປະສົບ​​ໄພ​ບໍ່​ສາມາດ​ກັບ​ຄືນ​ບ້ານໄດ້​ເທົ່າ​ນັ້ນ, ​ເຂດ​ສ່ວນ​ຫຼາຍ​ຂອງ​ແຂວງ​ຟູ​ຄູ​ຊີ​ມາ​ໄດ້ຍົກ​ເລີກ​ການ​ສັນຍານ​ໄພ​ແລ້ວ. ​ແຕ່​ຕາມ​ສະຖິຕິ​ຂອງອົງການ​ປົກຄອງ​ທ້ອງ​ຖິ່ນ​ແຈ້ງວ່າ: ຜູ້ປະສົບ​ໄພ​ທີ່​ໄດ້​ກັບ​ບ້ານ​ຕົວ​ຈິງມີ​ບໍ່​ຮອດ 15%.
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ