ແຜນການ​ປະຕິ​ຮູບ​ໂຄງ​ປະກອບການຈັດຕັ້ງ​ລັດຖະບານ​ໄດ້​ມອບ​ໃຫ້​ສະພາ​ປະຊາຊົນ​ແຫ່ງ​ຊາດນຳ​ໄປຄົ້ນຄວ້າ​ພິຈາລະ​ນາ
2018-03-13 16:38:28  cri 

​ແຜນການ​ປະຕິ​ຮູບໂຄງ​ປະກອບການຈັດຕັ້ງ​ລັດຖະບານ​ຮອບ​ໃໝ່​ທີ່​ໄດ້​ຮັບ​ຄວາມ​ສົນ​ໃຈ​ໂດຍ​ທົ່ວ​ໄປ ​ໄດ້​ມອບ​ໃຫ້​ກອງ​ປະຊຸມ​ຄັ້ງທຳ​ອິດ​ຂອງ​ສະພາ​ປະຊາຊົນ​ແຫ່ງ​ຊາດ​ຊຸດ​ທີ 13 ​ໃນ​ວັນ​ທີ 13 ມີນາ​ນີ້ ​ເພື່ອ​ນຳ​ໄປ​ຄົ້ນຄວ້າ​ພິຈາລະນາ ​ແລະ ອີງ​ຕາມ​ແຜນ​ການ​ດັ່ງກ່າວ, ຄະນະ​ລັດຖະບານ​ໃນ​ຖານະ​ເປັນ​ອົງການ​ບໍລິຫານ​ສູງ​ສຸດ​ຂອງ​ຈີນ ຫຼັງຈາກ​ປັບປຸງ​ແລ້ວ​ຈະ​ປະກອບ​ດ້ວຍ 27 ອົງການ ​ໃນ​ນັ້ນລວມທັງ​ບັນດາກະຊວງທີ່​ສ້າງຕັ້ງຂຶ້ນ​ໃໝ່ ​ເຊັ່ນ ກະຊວງ​ຊັບພະຍາກອນ​ທຳ​ມະ​ຊາດ, ກະຊວງ​ສິ່ງ​ແວດ​ລ້ອມ​ຊີວະ​ພາບ, ກະຊວງ​ກະສິກຳ​ແລະ​ຊົນນະບົດ, ກະຊວງ​ວັດທະນະທຳ​ແລະ​ທ່ອງ​ທ່ຽວ, ຄະນະ​ກຳມະການ​ສາທາລະນະ​ສຸກ​ແລະ​ສຸຂະພາບ​ແຫ່ງ​ລັດ, ກະຊວງ​ກິດຈະການ​ທະຫານ​ອອກ​ປະຈຳການ ​ແລະ​ອື່ນໆ, ອົງການ​ລະດັບ​ລັດຖະມົນຕີ​ຈະຫຼຸດລົງ 8 ອົງການ ​ແລະ ອົງການ​ລະດັບ​ຮອງ​ລັດຖະມົນຕີ​ຈະຫຼຸດລົງ 7 ອົງການ.

ທ່ານ​ຫວາງ​ຢົງ, ທີ່​ປຶກສາ​ແຫ່ງ​ລັດ​ຈີນ ຊີ້​ໃຫ້​ເຫັນ​ຂະນະ​ທີ່​ແນະນຳ​ແຜນການ​ປະຕິ​ຮູບ​ ໂຄງ​ປະກອບການຈັດຕັ້ງ​ລັດຖະບານ​ຕໍ່​ສະພາ​ປະຊາຊົນ​ແຫ່ງ​ຊາດ​ວ່າ: ການ​ປະຕິ​ຮູບ​ຮອບ​ນີ້ ກໍ​ເພື່ອ​ສ້າງ​ລະບົບ​ການ​ຄຸ້ມ​ຄອງ​ລັດຖະບານ​ທີ່​ກຳນົດ​ໜ້າ​ທີ່​ຮັບຜິດຊອບ​ຢ່າງ​ຈະ​ແຈ້ງ ​ແລະ​ບໍລິຫານ​ຕາມ​ກົດໝາຍ, ຍົກ​ສູງ​ອຳນາດ​ບໍລິຫານ​ຂອງ​ລັດຖະບານ​ ​ແລະ ສ້າງ​ລັດຖະບານ​ແບບ​ບໍລິການ​ທີ່​ໄດ້​ຮັບ​ຄວາມ​ເພິ່ງ​ພໍ​ໃຈ​ຈາກ​ປະຊາຊົນ.

​ ​ຈຸດ​ສຳຄັນໜຶ່ງ​ຂອງ​ການ​ປະຕິ​ຮູບ​ໂຄງ​ປະກອບການຈັດຕັ້ງ​ລັດຖະບານຮອບ​ນີ້ ກໍ​ຄື ການ​ປະຕິ​ຮູບ​ໂຄງ​ປະກອບການຈັດຕັ້ງ​ລັດຖະບານໄດ້​ສອດ​ຄ່ອງ​ກັບ​ຄວາມ​ຮຽກຮ້ອງ​ຕ້ອງການ​ທີ່ລົງ​ເລິກ​ຊຸກຍູ້ການ​ປັບປຸງ​ໃຫ້​ລະບຽບ​ການ​ບໍລິຫານ​ມີ​ຄວາມ​ກະທັດ​ຮັດ​ແລະການ​ມອບ​ສິດ, ປັບປຸງ​ໂຄງ​ປະກອບ​ການ​ຕິດຕາມ​ຄຸ້ມ​ຄອງຕະຫຼາດ​ແລະ​ປະຕິບັດ​ກົດໝາຍ​ໃຫ້​ສົມບູນ ​ແລະ ​ເພີ່ມ​ຄວາມ​ເຂັ້ມງວດ​ໃນ​ການ​ຕິດຕາມ​ຄຸ້ມ​ຄອງ​ການ​ປະຕິບັດ​ການ​ແລະຫຼັງປະຕິບັດ​ການ​ຮຽບຮ້ອຍ​ແລ້ວ. ນອກ​ນີ້, ຈະ​ສ້າງຕັ້ງອົງການ ​ແລະ ໜ່ວຍ​ງານ​ໃໝ່ ​ເຊັ່ນ ອົງການ​ຕິດຕາມ​ຄຸ້ມ​ຄອງ​ຕະຫຼາດ​ແຫ່ງ​ຊາດ ​ແລະ ຄະນະ​ກຳມະການ​ຕິດຕາມ​ຄຸ້ມ​ຄອງ​ທະນາຄານ​ແລະ​ອົງການ​ປະກັນ​ໄພ. ອີງ​ຕາມ​ຂໍ້​ກຳນົດ​ທີ່​ລະບຸ​ໄວ້​ໃນ​ກົດໝາຍ​ວ່າ​ດ້ວຍ​ໂຄງ​ປະກອບການຈັດຕັ້ງ​ລັດຖະບານ, ການ​ປັບປຸງ ​ແລະ ສ້າງຕັ້ງອົງການ​ປະກອບ​ລັດຖະບານ ຈະ​ຕ້ອງ​ມອບ​ໃຫ້​ສະພາ​ປະຊາຊົນ​ແຫ່ງ​ຊາດ​ຄົ້ນຄວ້າ​ພິຈາລະນາ, ຂະນະ​ທີ່​ການ​ປັບປຸງ​ແລະ​ສ້າງຕັ້ງອົງການ​ທີ່​ຂຶ້ນກັບ​ລັດຖະບານ​ທີ່​ບໍ່​ໄດ້​ນອນ​ຢູ່​ໃນ​ອົງການລັດຖະບານ​ນັ້ນ ຈະ​ໃຫ້​ລັດຖະບານ​ຊຸດ​ໃໝ່​ກວດກາ ​ແລະ​ອະນຸມັດ.

ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ