ຈີນ​ຈະ​ສ້າງ​ຕັ້ງ​ຄະ​ນະ​ກຳ​ມະ​ການ​ສາ​ທາ​ລະ​ນະ​ສຸກສຸ​ຂະ​ພາບ​ແຫ່ງ​ຊາດ
2018-03-14 10:41:03  cri 
ຕອນ​ເຊົ້າ​ວັນ​ທີ 13 ມີ​ນາ​ນີ້, ກອງ​ປະ​ຊຸມ​ເທື່ອ​ທີ 1 ຂອງ​ສະ​ພາ​ປະ​ຊາ​ຊົນ​ແຫ່ງ​ຊາດ​ຈີນ​ຊຸດ​ທີ 13 ໄດ້​ຮັບ​ຟັງ​ການ​ນຳ​ສະ​ເໜີ​ຂອງ​ລັດ​ຖະ​ບານ​ກ່ຽວ​ກັບ​ແຜນ​ການ​ປະ​ຕິ​ຮູບ​ໂຄງ​ປະ​ກອບການ​ຈັດ​ຕັ້ງ​ຂອງ​ລັດ​ຖະ​ບານ​ໂດຍລະ​ບຸ​ວ່າ: ​ຈະສ້າງ​ຕັ້ງ​ຄະ​ນະ​ກຳ​ມະ​ການ​ສາ​ທາ​ລະ​ນະ​ສຸກ​ສຸ​ຂະ​ພາບ​ແຫ່ງ​ຊາດ​ເພື່ອ​ປ່ຽນ​ແທນ​ຄະ​ນະ​ກຳ​ມະ​ການ​ສາ​ທາ​ລະ​ນະ​ສຸກ​ແລະ​ແຜນ​ການ​ຄອບ​ຄົວ​ແຫ່ງ​ຊາດ. ຍົກ​ເລີກ​ຫ້ອງການ​ໜ່ວຍ​ນຳ​ພາ​​ການລົງ​ເລິກປະ​ຕິ​ຮູບ​ໂຄງ​ປະ​ກອບ​ແພດ​ສາດ,ການ​ຢາ​ແລະ​ສາ​ທາ​ລະ​ນະ​ສຸກ​ຂອງ​ລັດ​ຖະ​ບານ​.

ແຜນ​ການ​ດັ່ງ​ກ່າວ​ລະ​ບຸ​​ຕື່ມວ່າ: ຈະ​ລວມ​ພາ​ລະ​ໜ້າ​ທີ່​ຂອງຫຼາຍ​ພາກ​ສ່ວນ​ເຂົ້າ​ກັນ​ຄື​ພາ​ລະ​ໜ້າ​ທີ່​ຂອງ ຄະ​ນະ​ກຳ​ມະ​ການ​ສາ​ທາ​ລະ​ນະ​ສຸກ​ແລະ​ແຜນ​ການ​ຄອບ​ຄົວ​ແຫ່ງ​ຊາດ, ​ຫ້ອງ ການ​ໜ່ວຍ​ນຳ​ພາ​​​ການລົງ​ເລິກປະ​ຕິ​ຮູບ​ໂຄງ​ປະ​ກອບ​ແພດ​ສາດ,ການ​ຢາ​ແລະ​ສາ​ທາ​ລະ​ນະ​ສຸກ​ຂອງ​ລັດ​ຖະ​ບານ​, ຫ້ອງການ​ຄະ​ນະ​ກຳ​ມະ​ການ​ວຽກ​ງານ​ຜູ້​ສູງ​ອາ​ຍຸ​ທົ່ວ​ປະ​ເທດ, ໜ້າ​ທີ່​ປະ​ຕິ​ບັດ​ຕາມ​ສັນ​ຍາ​ຂອບ​ຄວບ​ຄຸມຢ​າ​ສູບ​ທີ່​ຮັບ​ຜິດ​ຊອບ​ໂດຍ​ກະ​ຊວງ​ອຸດ​ສາ​ຫະ​ກຳ​ແລະ​ເຕັກ​ໂນ​ໂລ​ຊີ​ຂໍ້​ມູນ​ຂ່າວ​ສານ, ໜ້າ​ທີ່​ຂອງ​ອົງ​ການ​ຕິດ​ຕາມ​ຄຸ້ມ​ຄອງ​ການ​ຜະ​ລິດ​ຢ່າງ​ມີ​ຄວາມ​ປອດ​ໄພ​ແຫ່ງ​ຊາດ​ໃນ​ການ​ຕິດ​ຕາມ​ຄຸ້ມ​ຄອງ​ຄວາມ​ປອດ​ໄພ​ແລະ​ສຸ​ຂະ​ພາບ​ອາ​ຊີບ, ເພື່ອ​ສ້າງ​ຕັ້ງ​ຄະ​ນະ​ກຳ​ມະ​ການ​ສາ​ທາ​ລະ​ນະ​ສຸກ​ສຸ​ຂະ​ພາບແຫ່ງ​ຊາດ​ໃຫ້​ເປັນ​ສ່ວນ​ປະ​ກອບ​ຂອງ​ລັດ​ຖະ​ບານ.
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ