ໂຄງ​ການ​ແລະ​ສະ​ຖາ​ບັນ​ການ​ຮ່ວມ​ມື​ພັດ​ທະ​ນາ​ການ​ສຶກ​ສາ​ລະ​ຫວ່າງ​ຈີນ​ກັບ​ຕ່າງ​ປະ​ເທດ​ມີຫຼາຍກວ່າ 2.600 ແຫ່ງ
2018-03-16 16:38:14  cri 
ຕາ​ມ​ຂ່າວCRI: ວັນ​ທີ 16 ມີ​ນາ​ນີ້, ທ່ານ ເສີນ​ປາວ​ເຊີ່ງ ລັດ​ຖະ​ມົນ​ຕີ​ກະ​ຊວງ​ສຶກ​ສາ​ທິ​ການຈີນ​ໄດ້​ກ່າວ​ໃນ​ການ​ຖະ​ແຫຼງ​ຂ່າວ​ຂອງກອງ​ປະ​ຊຸມ​ຄັ້ງ​ທີ 1 ຂອງ​ສະ​ພາ​ປະ​ຊາ​ຊົນ​ແຫ່ງ​ຊາດ​ຈີນ​ຊຸດ​ທີ 13 ວ່າ: ໃນ​ການ​ຮ່ວມ​ມື​ເພື່ອ​ພັດ​ທະ​ນາ​ການ​ສຶກ​ສາ​ລະ​ຫວ່າງ​ຈີນ-ຕ່າງ​ປະ​ເທດ, ທິດ​ທາງ​ໄລ​ຍະ​ຍາວ​ຂອງ​ລັດ​ຖະ​ບານ​ຈີນ​ແມ່ນ​ໃຫ້​ຄວາມ​ສຳ​ຄັນ​ຕໍ່​ການ "ເຊີນ​ເຂົ້າ​ມາ" ແລະ "ອອກ​ໄປ​ຕ່າງ​ປະ​ເທດ", ແລະໄດ້​ຮ່ວມ​ມື​ກັບ​ບາງ​ປະ​ເທດ​ແລ້ວ​ເພື່ອ​ສ້າງ​ສະ​ຖາ​ບັນ​ແລະ​ໂຄງ​ການ 2.600 ກວ່າ​ແຫ່ງ.

ທ່ານ ເສີນ​ປາວ​ເຊີ່ງ ກ່າວ​ວ່າ: ເປົ້າ​ໝາຍ​ຂອງ​ພວກ​ເຮົາ​ແມ່ນ​ຜ່ານ​ການ​ຮ່ວມ​ມື​ແບ​ບ​ນີ້, ຖອດ​ຖອນ​ບົດ​ຮຽນ​ນຳກັນ, ແລກ​ປ່ຽນ​ກັນ​ແລະ​ຕ່າງ​ຝ່າຍ​ຕ່າງ​ມີ​ຜົນ​ປະ​ໂຫຍດ ເພື່ອ​ໃຫ້​ເດັກ​ນ້ອຍ​ຢູ່​ພາຍ​ໃນ​ປະ​ເທດ​ຈີນກໍ່​ສາ​ມາດ​ໄດ້​ຮັບ​ການ​ສຶກ​ສາ​ທີ່​ມີ​ຄຸນ​ນະ​ພາບ​ສູງ​ຈາກ​ໂຮງ​ຮຽນ​ຕ່າງ​ປະ​ເທດ​ບາງ​ແຫ່ງ,ເຮັດ​ໃຫ້​ຄູ່​ຮ່ວມ​ມື​ຕ່າງ​ປະ​ເທດ​ຖອດ​ຖອນ​ບົດ​ຮຽນ​​ນຳກັນ​ກັບຄູ່​ຮ່ວມ​ມື​ຈີນ​ຢູ່​ໃນ​ສະ​ຖາ​ບັນທີ່​ສອງ​ຝ່າຍ​ຮ່ວມ​ກັນ​ສ້າງ​ຂຶ້ນ,ເພື່ອອົບ​ຮົມ​ສ້າງ​ບຸກ​ຄະ​ລາ​ກອນ​ປະ​ເພດ​ຕ່າງໆ​ທີ່​ສອງ​ຝ່າຍ​ຕ້ອ​ງ​ການ ແລະ​ທູດ​ມິດ​ໄມ​ຕີ​ແຫ່ງການ​ຮ່ວມ​ມື​ລະ​ຫວ່າງ​ສອງ​ຝ່າຍ.
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ