ເຈົ້າ​ໜ້າ​ທີ່​ໄທ​ກ່າ​ວ​ວ່າ ໂຄງ​ການ​ຮ່ວມ​ມື​ທາງ​ລົດ​ໄຟ​ຈີນ-ໄທ​ໄລ​ຍະ​ທຳ​ອິດ​ໄດ້​ດຳ​ເນີນໄປຢ່າງ​ສະ​ດວກ
2018-03-23 16:04:52  cri 
ວັນ​ທີ 22 ມີ​ນາ​ນີ້, ທ່ານ ທາ​ນິນ ສົມ​ບູນ ຫົວ​ໜ້າກົມ​ທາງ​ຫຼວງ​ກະ​ຊວງ​ຄົມ​ມະ​ນາ​ຄົມ​ໄທ​ກ່າວ​ຢູ່​ສະ​ຖານ​ທີ່​ກໍ່​ສ້າງ​ໂຄງ​ການ​ຮ່ວມ​ມື​ທາງ​ລົດ​ໄຟ​ຈີນ-ໄທ​ທີ່​ເມືອງ​ປາກ​ຊ່ອງ​ແຂວງນະ​ຄອນ ລາດ​ຊະ​ສີ​ມາ​ຂອງ​ປະ​ເທດ​ໄທວ່າ: ປັດ​ຈຸ​ບັນ, ວິ​ສະ​ວະ​ກຳ​ໂຍ​ທາໄລ​ຍະ​ທຳ​ອິດ​ຂອງ​​ໂຄງ​ການ​ດັ່ງ​ກ່າວ​ຄືບ​ໜ້າ​ເປັນ​ຢ່າງ​ດີ​ແລະໄດ້​ຮັບ​ບົດ​ຮຽນ​ສຳ​ເລັດ​ຜົນ​ທີ່​ກ່ຽວ​ຂ້ອງ ໂດຍ​ຈະ​ໃຊ້​ໃນ​ການ​ກໍ່​ສ້າງ​ທາງ​ລົດ​ໄຟ​ໄລ​ຍະ​ອື່ນ.

ໃນ​ມື້​ດັ່ງ​ກ່າວ, ກົມ​ທາງ​ຫຼວງ​​ກະ​ຊວງ​ຄົມ​ມະ​ນາ​ຄົມ​ໄທ​ໄດ້​ຈັດ​ຕັ້ງ​ສື່ມວນ​ຊົນ​ໄປ​ທັດ​ສະ​ນະ​ເບິ່ງວຽກ​ງານ​ກາ​ນ​ກໍ່​ສ້າງ​ທາ​ງ​ລົດ​ໄຟ​ຄວາມ​ໄວ​ສູງບາງກອກ-ນະ​ຄອນ ລາດຊະສີມາ​ ເຊິ່ງ​ເປັນ​ໂຄງ​ການ​ໄລ​ຍະ​ທຳ​ອິດຂ​ອງ​ໂຄງ​ການ​ຮ່ວມ​ມື​ທາງ​ລົດ​ໄຟ​ຈີນ-ໄທ. ທ່ານ ທາ​ນິນ ກ່າວ​ຕໍ່​ສື່ມວນ​ຊົນ​ວ່າ: "ວຽກ​ງານ​ປັບ​ໜ້າ​ດິນ​ທີ່​ຍາວ 3 ກິ​ໂລ​ແມັດ​ໃຫ້​ຮາບ​ພຽງ​ດີ​ໃນ​ໄລ​ຍະ​ທາງ 3,5 ກິ​ໂລ​ແມັດທີ່​ເປັນ​ໄລ​ຍະ​ທຳ​ອິດ​ຂອງ​ໂຄງ​ການ​ດັ່ງ​ກ່າວ​ນັ້ນ​ໄດ້​ສຳ​ເລັດ​ແລ້ວ". ແລະ​ວຽກ​ງານ​ໂຍ​ທາ​ສຳ​ເລັດ​ປະ​ມານ 7%, ພາຍ​ໃຕ້​ເງື່ອນ​ໄຂ​ທີ່​ມີ​ງົບ​ປະ​ມານ​ພຽງ​ພໍ, ກົມ​ທາງ​ຫຼວງ​ຈຶ່ງ​ມີ​ຄວາມ​ໝັ້ນ​ໃຈ​ວ່າ​ຈະ​ສຳ​ເລັດ​ວຽກ​ງານ​ໂຍ​ທາ​ຂອງ​ໂຄງ​ການ​ພາຍ​ໃນ 4 ເດືອນ.

ພິ​ທີ​ເລີ່ມ​ກໍ່​ສ້າງ​ທາງ​ລົດ​ໄຟ​ຄວາມ​ໄວ​ສູງ​ບາ​ງກອກ-ນະ​ຄອນ ລາດ​ຊະ​ສີມາ​ໄລ​ຍະ​ທຳ​ອິດ​ໄດ້​ຈັດ​ຂຶ້ນ​ຢູ່ເມືອງ​ປາກ​ຊ່ອງ ແຂວງ​ນະ​ຄອນ ລາດ​ຊະ​ສີ​ມາ​ປະ​ເທດ​ໄ​ທ​ໃນ​ວັນ​ທີ 21 ທັນ​ວາ​ປີ 2017. ຄວາມ​ຍາວ​ຂອງ​ທາງ​ລົດ​ໄຟ​ມີ​ປະ​ມານ 253 ກິ​ໂລ​ແມັດ, ຄວາມ​ໄວ​ໃນການ​ແລ່ນ​ລົດ​ສູງ​ສຸດ​ແມ່ນ 250 ກິ​ໂລ​ແມັດ​ຕໍ່​ຊົ່ວ​ໂມງ, ​ມີ 6 ສະ​ຖາ​ນີ, ໂດຍ​ການ​ນຳໃຊ້​ເຕັກ​ນິກ​ທາງ​ລົດ​ໄຟ​ຄວາມ​ໄວ​ສູງ​ຂອງ​ຈີນ, ຫຼັງ​ຈາກ​ສ້າງ​ສຳ​ເລັດ​ແລ້ວ​ຈະ​ກາຍ​ເປັນ​ທາງ​ລົດ​ໄຟ​ຄວາມ​ໄວ​ສູ​ງ​ເສັ້ນ​ທຳ​ອິດ​ຂອງ​ໄທ.
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ