ຈີນ​ບໍ່ຢາກ​ເຮັດ​ສົງຄາມ​ການ​ຄ້າ ​ແຕ່​ກໍບໍ່​ຢ້ານ​ສົງຄາມ​ການ​ຄ້າ​ເຊັ່ນ​ກັນ
2018-03-27 15:58:20  cri 

ວັນ​ທີ 26 ມີນາ​ນີ້, ທ່ານ​ເຈິ້ງ​ເຈີ​ກ່ວງ ຮອງ​ລັດຖະມົນຕີ​ກະຊວງ​ການ​ຕ່າງປະ​ເທດ​ຈີນ ​ໄດ້​ກ່າວ​ຕໍ່​ຜົນ​ການ​ກວດກາ 301 ​ຕໍ່​ຈີນ​ທີ່​ອາ​ເມ​ລິ​ກາດຳ​ເນີນ​ແຕ່​ຝ່າຍ​ດຽວ​ແລະ​ປະກາດ​ຫວ່າງ​ມໍ່ໆ​ມາ​ນີ້​ວ່າ: ການ​ກະທຳ​ຂອງ​ອາ​ເມ​ລິ​ກາ​ບໍ່​ສອດຄ່ອງ​ກັບ​ກົດ​ລະບຽບ​ຂອງ​ອົງການ​ການ​ຄ້າ​ໂລກ ທັງ​ຝຶນກັບ​ເຈດ​ຈຳນົງ​ຮ່ວມ​ມື​ຂອງ​ວົງ​ການ​ອຸດສາຫະກຳ​ການ​ຄ້າ​ຂອງ​ສອງ​ປະ​ເທດ. ຈີນ​ບໍ່ຢາກ​ເຮັດ​ສົງຄາມ​ການ​ຄ້າ ​ແຕ່​ກໍບໍ່​ຢ້ານ​ສົງຄາມ​ການ​ຄ້າ​ເຊັ່ນ​ກັນ.

ທ່ານ​ເຈິ້ງ​ເຈີ​ກ່ວງ ​ໄດ້​ໃຫ້​ທັດສະນະ​ດັ່ງກ່າວ​ ຂະນະ​ທີ່​ກ່າວ​ປາ​ໄສ​ທີ່​ພາດ​ຫົວ​ວ່າ "ການ​ຕ່າງປະ​ເທດ​ຖານະ​ເປັນ​ປະ​ເທດ​ໃຫຍ່​ທີ່​ມີ​ສີສັນ​ພິ​ເສດຂອງ​ຈີນ" ໃນ​ເວທີ​ປຶກສາ​ຫາລື​ລະດັບ​ສູງ​ກ່ຽວ​ກັບ​ການ​ພັດທະນາ​ຂອງ​ຈີນ​ຄັ້ງທີ 19. ທ່ານ​ກ່າວ​ວ່າ: ການ​ພົວພັນ​ເສດຖະກິດ-ການ​ຄ້າ​ລະຫວ່າງ​ຈີນ-ອາ​ເມ​ລິ​ກາ​ໃນ​ທາດ​ແທ້​ແມ່ນ​ຕ່າງ​ຝ່າຍ​ຕ່າງ​ມີ​ຜົນ​ປະ​ໂຫຍ​ດ ​ໂດຍ​ໄດ້​ສ້າງ​ຜົນ​ປະ​ໂຫຍ​ດທີ່​ແທ້​ຈິງ​ໃຫ້​ແກ່​ປະຊາຊົນ​ສອງ​ປະ​ເທດ​ຢ່າງຫຼວງຫຼາຍ. ຂະນະ​ທີ່​ໃນ​ຂະ​ບວນການ​ພັດທະນາ​ການ​ຮ່ວມ​ມື​ດ້ານ​ເສດຖະກິດ​-ການ​ຄ້າລະຫວ່າງ​ສອງ​ປະ​ເທດ​ຢ່າງ​ວ່ອງ​ໄວ​ນັ້ນ ​ການ​ເກີດ​ຄວາມບໍ່​ດຸນ​ດ່ຽງ​ກັນ​ດ້ານ​ການ​ຄ້າ ກໍ​ເປັນບັນຫາ​ທຳ​ມະ​ດາ​ທີ່​ສຸດ ບໍ່​ແມ່ນ​ເລື່ອງ​ແປກ​ປະຫຼາດ ຈຶ່ງ​ຄວນ​ແກ້​ໄຂ​ໂດຍ​ຜ່ານ​ການ​ຫາລື​ກັນ​ເພື່ອ​ຄົ້ນຫາ​ວິທີ​ແກ້​ໄຂ​ທີ່​ສອງ​ຝ່າຍ​ລ້ວນ​ແຕ່​ຮັບ​ເອົາ​ໄດ້.

ທ່ານ​ເຈິ້ງ​ເຈີ​ກ່ວງ ຍັງ​ເນັ້ນວ່າ: ຈີນ​ມີ​ຄວາມ​ຕັດສິນ​ໃຈ​ຢ່າງ​ເດັດດ່ຽວ ​ແລະ ມີ​ຄວາມ​ກຽມພ້ອມ​ຢ່າງ​ເຕັ​ມສ່ວນ ​ເພື່ອ​ຮັບ​ມື​ກັບສົງຄາມ​ການ​ຄ້າ​ຢ່າງ​ເດັດດ່ຽວ ​​ເພື່ອ​ປົກ​ປັກ​ຮັກສາ​ຜົນ​ປະ​ໂຫຍດປະ​ເທດ​ຕົນ ຫວັງ​ວ່າ​ອາ​ເມ​ລິ​ກາ​ຈະ​ຮັກສາ​ຄວາ​ມ​ໃຈ​ເຢັນ, ຮ່ວມ​ກັບ​ຈີນ​ສຶກສາ​ຫາ​ວິທີ​ແກ້​ໄຂ​ບັນຫາ​ຢ່າງ​ເໝາະ​ສົມ ບົນ​ພື້ນຖານ​ເຄົາລົບ​ເຊິ່ງກັນ​ແລະ​ກັນ, ສະ​ເໝີ​ພາບ ​ແລະຕ່າງ​ຝ່າຍ​ຕ່າງ​ມີ​ຜົນ​ປະ​ໂຫຍ​ດ ​ນີ້​ຈຶ່ງ​ເປັນ​ຜົນ​ດີ​ຕໍ່​ສອງ​ປະ​ເທດ ​ແລະ​ຕໍ່​ໂລກ.

ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ