ທ່ານ ກູ​ເຕີ​ເຣັສ ຮຽກ​ຮ້ອງ​ປະ​ຕິ​ບັດ​ການ​ເຄື່ອນ​ໄຫວ​ຮ່ວມ​ກັນ​ເພື່ອ​ຮັບ​ມື​ກັບ​ການ​ທ້າ​ທາຍ​ດ້ານ​ການ​ຮັກ​ສາສັນ​ຕິ​ພາບ
2018-03-29 16:34:57  cri 
ທ່ານ​ອັນ​ໂຕ​ນີ​ໂອ ກູ​ເຕີ​ເຣັສ ​ເລຂາທິການ​ໃຫຍ່​ອົງການ​ສະຫະ​ປະຊາ​ຊາດກ່າວ​ໃນ​ວັນ​ທີ 28 ມີ​ນາ​ນີ້​ວ່າ, ການ​ເຄື່ອນ​ໄຫວ​ຮັກ​ສາ​ສັນ​ຕິ​ພາບ​ຂອງ​ອົງ​ການ​ສະ​ຫະ​ປະ​ຊາ​ຊາດ​ພວມ​ຜະ​ເຊີນ​ກັບ​ການ​ທ້າ​ທາຍ​ຢ່າງ​ໜັກ​ໜ່ວງ, ດັ່ງ​ນັ້ນຄວນ​ປະ​ຕິ​ບັດ​ການ​ເຄື່ອນ​ໄຫວ​ປະ​ສົມ​ທີ່​ເຂັ້ມ​ແຂງ​ເພື່ອ​ເຮັດ​ໃຫ້​ການ​ເຄື່ອນ​ໄຫວ​ໃນ​ການ​ຮັກ​ສາ​ສັນ​ຕິ​ພາບ​ເຂັ້ມ​ແຂງ​ແລະ​ປອດ​ໄພ​ກວ່າ​ເກົ່າ.

ໃນການ​ອະ​ພິ​ປາຍ​ລະ​ດັບ​ສູງ​ກ່ຽວ​ກັບ​ການ​ເຄື່ອນ​ໄຫວ​ຮັກ​ສາ​ສັນ​ຕິ​ພາບ​ຂອງ​ອົງ​ການ​ສະ​ຫະ​ປະ​ຊາ​ຊາດ​ທີ່​ຈັດ​ຂຶ້ນ​ຢູ່​ສະ​ພາ​ຄວາມ​ໝັ້ນ​ຄົງ​ໃນ​ວັນ​ທີ 28 ມີ​ນາ​ນີ້, ທ່ານ ກູ​ເຕີ​ເຣັສ ກ່າວ​ວ່າ, ການ​ເຄື່ອນ​ໄຫວ​ຮັກ​ສາ​ສັນ​ຕິ​ພາບ​ຂອງ​ອົງ​ການ​ສະ​ຫະ​ປະ​ຊາ​ຊາດ​ໄດ້​ຜະ​ເຊີນ​ກັບ​ສະ​ພາບ​ແວດ​ລ້ອມ​ທີ່​ສັບ​ສົນ​ແລະ​ອັນ​ຕະ​ລາຍກວ່າ​ເກົ່າ. ປີ​ຜ່ານ​ມາ​ມີ​​ເຈົ້າ​ໜ້າ​ທີ່​ຮັກ​ສາ​ສັນ​ຕິ​ພາບ 59 ຄົນ​ເສຍ​ຊີ​ວິດ​ຍ້ອນ​ການ​ຫຼອນ​ໂຈມ​ຕີ, ທຽບ​ໃສ່​ຈຳ​ນວນ 34 ຄົນ​ເມື່ອ​ປີ 2016 ໄດ້​ເພີ່ມ​ຂຶ້ນ​ຢ່າງ​ຫຼວງ​ຫຼາຍ.

ທ່ານ ກູ​ເຕີ​ເຣັສ ກ່າວ​ຕື່ມ​ວ່າ, ຕົນ​ພວມ​ສະ​ເໜີ​ຂໍ້​ລິ​ເລີ່ມການ "ປະ​ຕິ​ບັດ​ມາດ​ຕະ​ການ​ເພື່ອ​ຮັກ​ສາ​ສັນ​ຕິ​ພາບ", ​ເພື່ອ​ລະ​ດົມຄູ່​ຮ່ວມມື​ແລະ​ຝ່າຍ​ຕ່າງໆ​ທີ່​ກ່ຽວ​ຂ້ອງ​ທັງ​ໝົດ​ສາ​ມາດ​ສະ​ໜັບ​ສະ​ໜູນ​ພາ​ລະກິດ​ຮັກ​ສາ​ສັນ​ຕິ​ພາບ​ຂອງ​ອົງ​ການ​ສະ​ຫະ​ປະ​ຊາ​ຊາດ.
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ