ໄທວາງ​ແຜນກໍ່​ສ້າງ​ທາງ​ລົດ​ໄຟ​ຄວາມ​ໄວ​ສູງ​ກວ່າ 2.500 ກິ​ໂລ​ແມັດ​
2018-04-02 15:20:11  cri 

ຫ້ອງການ​ສ້າງ​ນະ​ໂຍບາຍ​ການ​ຄົມມະນາຄົມ​ແລະ​ຂົນ​ສົ່ງ ກະຊວງ​ຄົມມະນາຄົມ​ໄທ ຢືນຢັນ​ຫວ່າງ​ມໍ່ໆ​ມາ​ນີ້​ວ່າ: ​ໄທ​ໄດ້​ວາງ​ແຜນກໍ່​ສ້າງທາງ​ລົດ​ໄຟ​ຄວາມ​ໄວ​ສູງ​ປະມານ 2.506 ກິ​ໂລ​ແມັດ ​ເມື່ອ​ຮອດ​ປີ 2036.

ທ່ານ​ສຸພາ​ເລີກ ​ເຈົ້າໜ້າ​ທີ່​ຫ້ອງການ​ດັ່ງກ່າວ ກ່າວ​ວ່າ: ປັດຈຸບັນ, ​ໄທ​ໄດ້​ວາງ​ແຜນ​ກໍ່ສ້າງທາງ​ລົດ​ໄຟ​ຄວາມ​ໄວ​ສູງ​ຮອດ​ປີ 2036 ​ແລ້ວ ​​ເຊິ່ງ​ແຜນການ​ດັ່ງກ່າວ​ຈະ​ປະຕິບັດ​ໂດຍ​ແບ່ງ​ອອກ​ເປັນ 3 ​ໄລຍະ ​ໄລຍະ​ທຳ​ອິດ​ຈາກ​ປີ 2017-2021, ​ຈະ​ກໍ່ສ້າງ 1.248 ກິ​ໂລ​ແມັດ; ໄລຍະ​ສອງ ຈາກ​ປີ 2022-2026, ຈະ​ກໍ່ສ້າງ 499 ກິ​ໂລ​ແມັດ ​ແລະ ​ໄລຍະ​ສາມ ຈາກ​ປີ 2027-2036, ຈະ​ກໍ່ສ້າງ 759 ກິ​ໂລ​ແມັດ.

ທ່ານ​ສຸພາ​ເລີກ ກ່າວ​ຕື່ມ​ວ່າ: ​ແຜນການ​ດັ່ງກ່າວ​ຈະ​ລົງທຶນ​ປະມານ 1.570 ຕື້ 300 ລ້ານ​ບາດ ຫຼື ປະມານ 50 ຕື້ໂດ​ລາ​ສະຫະລັດ. ຫຼັງສຳ​ເລັດ​ຕາມ​ແຜນການ​ແລ້ວ ຕົວ​ເມືອງ​ສຳຄັນ​ແຫ່ງ​ຕ່າງໆ​ຂອງ​ໄທ​ຈະ​ເຊື່ອມ​ຕໍ່​ດ້ວຍ​ທາງ​ລົດ​ໄຟ​ຄວາມ​ໄວ​ສູງ.

ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ