ປະທານ​ປະ​ເທດ​ຈີນ​ຈະ​ເຂົ້າຮ່ວມ​ພິທີ​ເປີດ​ກອງ​ປະຊຸມ​ເວທີ​ປຶກສາ​ຫາລື​ອາຊີ​ໂປ​ອາວ 2018
2018-04-03 14:44:27  cri 
ທ່ານ​ຫວາງ​ຢີ້ ທີ່​ປຶກສາ​ແຫ່ງ​ລັດ ທັງ​ເປັນ​ລັດຖະມົນຕີ​ກະຊວງ​ການ​ຕ່າງປະ​ເທດ​ຈີນ ຢືນຢັນ​ໃນ​ພິທີ​ຖະ​ແຫຼງຂ່າວ​ຕໍ່​ນັກ​ຂ່າວ​ຈີນ​ແລະ​ຕ່າງປະ​ເທດ​ໃນ​ວັນ​ທີ 3 ​ເມສາ​ນີ້​ວ່າ: ທ່ານ​ສີ​ຈິ້ນ​ຜິ​ງ ປະທານ​ປະ​ເທດ​ຈີນ ຈະ​ເຂົ້າຮ່ວມ​ພິທີ​ເປີດ​ກອງ​ປະຊຸມ​ເວທີ​ປຶກສາ​ຫາລື​ອາຊີ​ໂປ​ອາວ 2018 ຕາມ​ຄຳ​ເຊີນ ​ແລະ​ຈະ​ກ່າວ​ປາ​ໄສ​ສຳຄັນ, ພົບ​ປະ​ກັບ​ປະມຸກ​ລັດ​, ຫົວໜ້າ​ລັດຖະບານປະ​ເທດ​ຕ່າງໆ​ ​ແລະ​​ເຈົ້າໜ້າ​ທີ່​ອົງການ​ຈັດຕັ້ງສາກົນທີ່​ເຂົ້າຮ່ວມ​ກອງ​ປະຊຸມ, ພົບ​ປະ​ກັບ​ຄະນະ​ມົນຕີ​ຂອງ​​ເວທີ​ປຶກສາ​ຫາລື ທັງ​ສົນທະນາ​ກັບ​ຜູ້ຕາງໜ້າ​ນັກທຸລະກິດ​ຈີນ​ແລະ​ຕ່າງປະ​ເທດ​ທີ່​ເຂົ້າຮ່ວມ​ກອງ​ປະຊຸມ. ນີ້​ແມ່ນ​​ເທື່ອ​ທີ 3 ທີ່​ທ່ານ​ສີ​ຈິ້ນ​ຜິ​ງ ​ເຂົ້າຮ່ວມ​ກອງ​ປະຊຸມ​ເວທີ​ປຶກສາ​ຫາລື​ອາຊີ​ໂປ​ອາວ​ປະຈຳ​ປີ ​ໃນ​ຖານະ​ເປັນ​ປະທານ​ປະ​ເທດ​ຈີນ ​ເຊິ່ງສະ​ແດງ​ໃຫ້​ເຫັນ​ຢ່າງ​ເຕັມທີ່​ວ່າ ທ່ານ​ປະທານ​ສີ​ຈິ້ນ​ຜິ​ງ ​ແລະ ລັດຖະບານ​ຈີນ​ໃຫ້​ຄວາມ​ສຳຄັນ​ສູງ​ຕໍ່​ເວທີ​ປຶກສາ​ຫາລື​ດັ່ງກ່າວ ທັງ​ໃຫ້ການ​ສະໜັບສະໜູນ​ຢ່າງ​ແຂງ​ແຮງ.
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ