ບຸນຊິ່ງມິງແມ່ນບຸນປະເພນີທີ່ເຮັດບຸນໃຫ້ບັນພະບຸລຸດບຸນໜຶ່ງຂອງຈີນ, ການຈູດໝາກກະໂພກ,ວາງໝາກໄມ້,ຈູດທູບ,ຈູດເຈັ້ຍເປັນຮູບເງິນແລະອື່ນໆທີ່ເປັນວິທີເກົ່າແບບນີ້ມັກເຮັດໃຫ້ເກີດອັກຄີໄພ,ເປັນມົນລະພິດຕໍ່ສິ່ງແວດລ້ອມ. ໃນຫຼາຍປີຜ່ານມາ, ອົງການປົກຄອງຂັ້ນຕ່າງໆຂອງຈີນໄດ້ສົ່ງເສີມໃຫ້ປະຊາຊົນຄວນໃຊ້ວິທີເຮັດບຸນແບບສີຂຽວຢ່າງຕັ້ງໜ້າ. ພ້ອມກັນນັ້ນ,ຄຽງຄູ່ກັບທະສະນະຄະຕິກ່ຽວກັບການອະນຸລັກສິ່ງແວດລ້ອມໄດ້ຮັບການສະໜັບສະໜູນຈາກປະຊາຊົນທັງຫຼາຍຢ່າງເລິກເຊິ່ງ,ກໍ່ໄດ້ມີປະຊາຊົນເລືອກວິທີເຮັດບຸນແບບສີຂຽວນັບມື້ນັບຫຼາຍຂຶ້ນ.
ຢູ່ສຸສານປະຊາຊົນປ່າປາວຊ່ານທີ່ນະຄອນຫຼວງປັກກິ່ງ, ພະນັກງານຢູ່ແຫ່ງນີ້ໄດ້ຢາຍດອກໄມ້ໃຫ້ປະຊາຊົນທີ່ມາເຮັດບຸນທຸກຄົນ,ແລະໄດ້ສົ່ງເສີມໃຫ້ປະຊາຊົນສະແດງຄວາມຄິດຮອດຄິດເຖິງຕໍ່ຜູ້ລ່ວງລັບໄຟດ້ວຍດອກໄມ້ສົດ. ຂ່າວແຈ້ງວ່າ, ໃນໄລຍະບຸນຊິ່ງມິງປີນີ້, ສຸສານຢູ່ແຫ່ງຕ່າງໆຂອງຈີນລ້ວນແຕ່ໄດ້ສົ່ງເສີມວິທີເຮັດບຸນໃໝ່, ຕົວຢ່າງຄື, ຝາກຄວາມຄິດຮອດຄິດເຖິງດ້ວຍການປ່ອຍໝາກປຸ້ມເປົ້າ,ຕັ້ງຕູ້ໄປສະນີການເວລາ,ເຮັດໃຫ້ປະຊາຊົນສາມາດຂຽນຄຳຄິດຮອດຕໍ່ຍາດພີ່ນ້ອງດ້ວຍບັດອວຍພອນ ແລະໂຍນບັດເຂົ້າຕູ້ໄປສະນີການເວລາ.
ເພື່ອແກ້ໄຂບັນຫາມົນລະພິດ, ພາກສ່ວນທີ່ກ່ຽວຂ້ອງຂອງນະຄອນທຽນສິນ,ເມືອງນານກິ່ງ,ເມືອງຊິງຮວງຕາວແລະແຫ່ງອື່ນໆໄດ້ຕັ້ງລົດເຮັດບຸນສີຂຽວເຄື່ອນທີ່ຢູ່ທາງສີ່ແຍກແລະສຸສານເປັນຕົ້ນ,ເພື່ອຊ່ວຍປະຊາຊົນເຮັດບຸນແລະສືບທອດມູນເຊື້ອນີ້ດ້ວຍວິທີສີຂຽວ. ຂ່າວແຈ້ງວ່າ, ປະຊາຊົນສາມາດໂຍນແຜ່ນຊື່ນເຈັ້ຍເປັນຮູບເງິນແລະອື່ນໆເຂົ້າເຕົາເຮັດບຸນ, ອຸປະກອນໝູນວຽນຢູ່ໃນລົດຈະສາມາດບຳບັດມົນລະພິດໃຫ້ໜ້ອຍລົງຢ່າງຫຼວງຫຼາຍໝົດ,ເຊິ່ງວິທີແບບນີ້ເປັນການປະກອບສ່ວນຕໍ່ການຍົກລະດັບການອະນຸລັກສິ່ງແວດລ້ອມແລະເຮັດໃຫ້ອາກາດສະອາດ.
ນອກຈາກວິທີເຮັດບຸນດັ່ງກ່າວແລ້ວ,ຍັງມີຊາວອິນເຕີເນັດຈຳນວນຫຼວງຫຼາຍໄດ້ເລືອກເຮັດບຸນຢູ່ເທິງເວັບໄຊ ສ້າງສຸສານອຸປະໂຫລກແຫ່ງໜຶ່ງ ເຮັດເຄື່ອງບູຊາ ຂຽນບົດຝາກຄວາມຄິດຮອດຄິດເຖິງຕໍ່ຍາດພີ່ນ້ອງທີ່ລ່ວງລັບໄປ.