ຕວກ​ກີ, ຣັດ​ເຊຍ ແລະ ອີ​ຣານ​ໄດ້​ມີ​ຄວາມ​ເຫັນ​ເປັນ​ເອກ​ະ​ພາບ​ກັນຫຼາຍ​ຢ່າງ​ກ່ຽວ​ກັບ​ການ​ແກ້​ໄຂ​ບັນ​ຫາ​ຊີ​ຣີ​ທາງ​ການ​ເມືອງ
2018-04-05 16:02:14  cri 
ວັນ​ທີ 4 ເມ​ສາ​ນີ້, ທ່ານ​ຕາ​ຢິບ ເອ​ໂດ​ກັນ ປະ​ທາ​ນາ​ທິ​ບໍ​ດີ​ຕວກ​ກີ, ທ່ານ​ວະ​ລາ​ດີ​ເມຍ ປູ​ຕິນ ແລະ ທ່ານຮາ​ຊັນ ຣູ​ຮາ​ນີ ປະ​ທາ​ນາ​ທິ​ບໍ​ດີ​ອີ​ຣານ​ໄດ້​ຈັດ​ກອງ​ປະ​ຊຸມ​ສຸດຍອດ​ກ່ຽວ​ກັບ​ບັນ​ຫາ​ຊີ​ຣີ​ທີ່​ນະ​ຄອນຫຼວງ​ອານ​ກາ​ລາ​ປະ​ເທດ​ຕວກ​ກີ ແລະ ໄດ້​ມີ​ຄວາມ​ເຫັນ​ເປັນ​ເອກ​ະ​ພາບ​ກັນຫຼາຍ​ຢ່າງ​ກ່ຽວ​ກັບ​ການ​ແກ້​ໄຂ​ບັນ​ຫາ​ຊີ​ຣີ​ທາງ​ການ​ເມືອງ.

3 ປະ​ເທດ​ໄດ້​ອອກ​ຖະ​ແຫຼງ​ການ​ຮ່ວມ​ໂດຍ​ຂຽນ​ວ່າ, ການ​ແກ້​ໄຂ​ບັນ​ຫາ​ຊີ​ຣີ​ທາງ​ການ​ເມືອງ​ເປັນ​ຊ່ອງ​ທາງ​ບັງ​ເກີດ​ຜົນ​ພຽງ​ໜຶ່ງ​ດຽວ, ວິ​ທີ​ໃຊ້​ກຳ​ລັງ​ອາ​ວຸດ​ໃດໆໆ​ລ້ວນ​ແຕ່​ຈະ​ບໍ່​ສາ​ມາດ​ແກ້​ໄຂວິ​ກິດ​ການ​ຊີ​ຣີ​ໃນ​ປັດ​ຈຸ​ບັນ. ຕວກ​ກີ, ຣັດ​ເຊຍ ແລະ ອີ​ຣານ​ຄັດ​ຄ້ານ​ການ​ກະ​ທຳ​ແບ່ງ​ແຍກ​ຊີ​ຣີ​ດ້ວຍ​ຂໍ້​ອ້າງ​ຕໍ່​ຕ້ານ​ລັດ​ທິ​ກໍ່​ການ​ຮ້າຍ, ຍຶດ​ໝັ້ນ​ປົກ​ປົກ​ຮັກ​ສາ​ອະ​ທິ​ປະ​ໄຕ, ເອ​ກະ​ລາດ ແລະ ຜືນ​ແຜ່ນ​ດິນ​ອັນ​ຄົບ​ຖ້ວນ​ຂອງ​ຊີ​ຣີ.
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ