ຄັດຄ້ານ​ປະ​ເທດ​ໃດ​ໆ​ທີ່ນຳ​ໃຊ້​ອາວຸດ​​ເຄມີ ​​ແລະ​ການແກ້​ໄຂບັນຫາ​ຊີຣີ​​ໂດຍວິທີ​ທາງ​ການ​ເມືອງ​ແມ່ນ​ວິທີ​ພຽງ​ໜຶ່ງ​ດຽວ
2018-04-11 16:37:06  cri 
ວັນ​ທີ 10 ​ເມສາ​ນີ້, ທ່ານ​ເກີ​ງສວງ ​ໂຄສົກ​ກະຊວງ​ການ​ຕ່າງປະ​ເທດ​ຈີນ​ກ່າວ​ຢູ່​ນະຄອນຫຼວງ​ປັກ​ກິ່ງ​ວ່າ: ຈີນ​ເດັດດ່ຽວ​ຄັດຄ້ານ​ປະ​ເທດ​, ອົງການ​ຈັດ​ຕັ້ງ ຫຼື ບຸກຄົນ​ໃດ​ໆກໍ​ຕາມ​ທີ່​ນຳ​ໃຊ້​ອາວຸດ​ເຄມີ​ ​ເຊິ່ງບໍ່​ວ່າ​ໃນສະພາບ​ການ​ໃດໆ ​ແລະ​ດ້ວຍ​ເຈຕະນາ​ໃດໆ​ກໍ​ຕາມ. ຈີນ​ສະໜັບສະໜູນ​ການແກ້​ໄຂ​ບັນຫາ​ຊີຣີ​ໂດຍ​ວິທີ​ທາງ​ການ​ເມືອງ, ຄັດຄ້ານ​ການ​ນຳ​ໃຊ້ ຫຼື ຂົ່ມຂູ່​ນຳ​ໃຊ້ກຳລັງ​ອາວຸດ​ໃນ​ການ​ພົວພັນ​ສາກົນ.

ຂ່າວ​ແຈ້ງວ່າ: ຢູ່​ເຂດ​ກູ​ຕາຕາ​​ເວັນ​ອອກປະ​ເທ​ດຊີຣີ​ໄດ້​​ເກີດ​ເຫດການ​ໂຈມ​ຕີ​ດ້ວຍອາວຸດ​ເຄມີ​ອີກ​ເທື່ອ​ໜຶ່ງ ​ເຮັດ​ໃຫ້​ມີ​ປະຊາຊົນ​ເສຍ​ຊີວິດ ສົງ​ຜົນ​ເຮັດ​ໃຫ້​ສະ​ຖະນະ​ການ​ໃນປັດຈຸບັນ​ເຄັ່ງ​ຕຶງ​ຍິ່ງ​ຂຶ້ນ, ສະພາ​ຄວາມ​ໝັ້ນຄົງ​ອົງການ​ສ​ະຫະປະຊາ​ຊາດ​ໄດ້​ຈັດ​ກອງ​ປະຊຸມສຸກ​ເສີນ. ຂະນະ​ທີ່ທ່ານ​​ໂດ​ນັນ ທຣຳ ປະທານາທິບໍດີ​ອາ​ເມ​ລິ​ກາ​ກ່າວ​ວ່າ: ຈະ​ມີ​ການ​ຕັດ​ສິນ​ໃຈ​ທີ່​ສຳຄັນ​ຕໍ່ບັນຫາ​ຊີຣີພາຍ​ໃນ 24 ຫາ 48 ຊົ່ວ​ໂມງ. ​ກ່ອນໜ້າ​ນີ້, ​ເຈົ້າ​ໜ້າ​ທີ່​ຂັ້ນ​ສູງ​ຂອງລັດຖະບານ​ອາ​ເມ​ລິ​ກາ​ກໍ​ຊີ້​ໃຫ້​ເຫັນ​ວ່າ ອາດ​ຈະ​ປະຕິບັດ​ການທາງທະຫານ​ຕົວ​ຈິງ.​
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ