ຈີນ​ເປັນ​ຄູ່​ຮ່ວມ​ເສດຖະກິດ​ຍຸດທະ​ສາດ​ຂອງ​ຟິລິບ​ປິນ
2018-04-19 17:12:20  cri 
ວັນ​ທີ 18 ​ເມສາ​ນີ້, ທ່ານ​​ເກີ​ເລີ​ນ ​ເພ​ນາຣັນດາ ທີ່​ປຶກສາ​ທູດ​ກາ​ນຄ້າສະຖານທູດຟິລິບ​ປິນປະຈຳ​ຈີນ​ກ່າວ​ໃນ​ກອງປະຊຸມ​ສຳ​ມະ​ນາ​ການ​ຮ່ວມ​ມື​ດ້ານກຳລັງ​ການ​ຜ​ະລິດ​ ​ແລະ​ການ​ລົງທຶນ​ຈີນ-ຟິລິບ​ປິນຢູ່​ນະຄອນຫຼວງ​ປັກ​ກິ່ງ​ວ່າ: ຈີນ​ເປັນ​ຄູ່​ຮ່ວມ​ເສດຖະກິດ​ຍຸດ​ທະ​ສາດ​ຂອງ​ຟິລິບ​ປິນ.

ທ່ານ​ປະກອບ​ຄຳ​ເຫັນໃນ​ກອງ​ປະຊຸມ​ດັ່ງກ່າວ​ວ່າ: ຈີນ​ເປັນ​ຄູ່​ກາ​ນຄ້າ​ໃຫຍ່​ທີ່​ສຸດ​ຂອງ​ຟິລິບ​ປິນ. ​ໃນ​ປີ 2017, ຍອດມູນ​ຄ່າ​ກາ​ນຄ້າ​ຟິລິບ​ປິນ-ຈີນ​ບັນລຸ​ເຖິງ 33 ຕື້​ໂດ​ລາ​ສະຫະລັດ, ມູນ​ຄ່າ​ການ​ສົ່ງ​ອອກ​ຂອງ​ຟິລິບ​ປິນຕໍ່ປະ​ເທດ​ຈີນ​​ເພີ່ມ​ຂຶ້ນ 20% ທຽບ​ໃສ່​ໄລຍະ​ດຽວ​ກັນຂອງ​ປີ 2016 ​ແລະ​ມູນ​ຄ່າ​ການ​ນຳ​ເຂົ້າ​ຈາກ​ຈີນ​ເພີ່ມ​ຂຶ້ນ 7%.

ທ່ານ​ກ່າວ​ຕື່ມ​ວ່າ: ​ຕາມ​ "​ແຜນການ​ພັດທະນາ 6 ປີ​​ແຫ່ງການ​ຮ່ວມ​ມື​ເສດຖະກິດ-​ການ​ຄ້າ​ຟິລິ​ບປິນ-ຈີນ" ທີ່​ໄດ້​ເຊັນ​ໃນ​ເດືອນ​ມີນາ​ປີ 2017, ສອງ​ປະ​ເທດ​ຈະ​ດຳ​ເນີນ​ການ​ຮ່ວມ​ມື​​ໃນຂົງ​ເຂດ​ກະສິກຳ, ການ​ປະມົງ ​ແລະ​ປ່າ​ໄມ້, ພະລັງງານ, ຂໍ້​ມູນ​ຂ່າວສານ ​ແລະ​ເຕັກນິກການ​ສື່ສານ, ພື້ນຖານ​ໂຄງລ່າງ ​ແລະ​ອື່ນໆ.

ກອງ​ປະຊຸມ​ດັ່ງກ່າວ​ໄດ້​ຈັດ​ຂຶ້ນ​ໂດຍ​ສະຖານທູດ​ຟິລິບ​ປິນປະຈຳ​ຈີນ ​ແລະ​ສະມາຄົມ​ການ​ພັດທະນາອຸດສາຫະກຳ​ຢູ່​ຕ່າງປະ​ເທດຂອງ​ຈີນ.
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ