ປີ 2017 ນັກ​ທ່ອງ​ທ່ຽວ​ຈີນ​ໄປ​ທ່ຽວ​ຫວຽດນາມ​ບັນລຸ 4 ລ້ານ​ເທື່ອ​ຄົນ
2018-04-21 17:38:19  cri 

ວັນ​ທີ 20 ​ເມສາ​ນີ້, ທ່ານຫງວຽນວັນ​ທວນ ຫົວໜ້າ​ອົງ​ການທ່ອງທ່ຽວ​ແຫ່ງ​ຊາດ​ຫວຽດນາມ​ກ່າວ​ຢູ່​ນະຄອນຫຼວງ​ປັກ​ກິ່ງ​ວ່າ: ຈີນ​ເປັນ​​ປະ​ເທດ​ແຫຼ່ງນັກ​ທ່ອງ​ທ່ຽວ​ໃຫຍ່​ທີ່​ສຸດ​ຂອງ​ຫວຽດນາມ, ​ໃນ​ປີ 2017 ນັກ​ທ່ອງ​ທ່ຽວ​ຈີນທີ່​ໄປ​ທ່ຽວ​​ປະ​ເທດ​ຕົນ​ໄດ້​ຫຼາຍ​ກວ່າ 4 ລ້ານ​ເທື່ອ​ຄົນ, ​ເພີ່​ມຂຶ້ນ 48,8% ທຽບ​ໃສ່​ໄລຍະ​ດຽວ​ກັນຂອງ​ປີ 2016 ​ແລະ​ຄາດ​ວ່າ​ໃນ​ປີ 2018 ຈະ​ບັນລຸ​ເຖິງ 5 ລ້ານ​ເທື່ອ​ຄົນ. ປະ​ເທດ​ຕົນ​ຍີ​ນດີ​ຕ້ອນຮັບ​ນັກ​ທ່ອງ​ທ່ຽວ​ຈີນ.

ທ່ານ​ກ່າວ​ຕື່ມ​ວ່າ: ນະຄອນຫຼວງ​ປັກ​ກິ່ງ​ຈີນ​ແມ່ນ​ສະຖານ​ທີ່​ສຸດ​ທ້າຍ​ຂອງກິດຈະກຳ​ໂຄສະນາ​ເຜີຍ​ແຜ່ການທ່ອງທ່ຽວ​ຫວຽດນາມ ​ເຊິ່ງ​ໄດ້ຈັດ​ຂຶ້ນ​ຢູ່​​ນະຄອນຈີ໋ນານ, ຫວູຮ້ານ ​ແລະ​ຮາງ​ໂຈ່​ວມາ​ແລ້ວ. ອົງ​ການທ່ອງທ່ຽວ​ແຫ່ງ​ຊາດ​ຫວຽດນາມ​ຫວັງ​ວ່າ​​ຈະໂຄສະນາ​​ເຜີຍ​ແຜ່ຊັບພະຍາກອນການທ່ອງທ່ຽວ​ອັນ​ອຸດົມ​ສົມບູນ​ຂອງ​ຫວຽດນາມ ​ແລະຄວາມ​ພະຍາຍາມ​ອັນ​ຕັ້ງໜ້າ​ໃນ​ການ​ຍົກ​ສູງ​ລະດັບ​ສິ່ງ​ແວດ​ລ້ອນການທ່ອງທ່ຽວ​ຂອງ​ລັດຖະບານ​ຫວຽດນາມ​ໃຫ້​ນັກ​ທ່ອງ​ທ່ຽວ​ຈີນ​​ໂດຍ​ກິດຈະກຳດັ່ງກ່າວ ​ເພື່ອ​ດຶງ​ດູດ​ນັກ​ທ່ອງ​ທ່ຽວ​ຈີນ​ໄປ​ທ່ຽວ​ຫວຽດນາມຫຼາຍ​ກວ່າ​ເກົ່າ.

ທ່ານ​​ເຊ່ຢ້າພີ​ງ ຫົວໜ້າ​ກົມສາກົນ​ກະຊວງ​ວັດທະນະທຳ ​ແລະທ່ອງທ່ຽວ​ຈີນ​ທີ່​ໄດ້​ເຂົ້າ​ຮ່ວມກິດຈະກຳ​ໂຄສະນາ​ເຜີຍ​ແຜ່​ນັ້ນ​ກ່າວ​ວ່າ: ຈີນ​ຍີ​ນດິຮ່ວມ​ມື​ກັບ​ຫວຽດນາມ​ດຳ​ເນີນ​ການຮ່ວມ​ມື​ດ້ານ​ການທ່ອງທ່ຽວສອງ​ຝ່​າຍຢ່າງ​ຕັ້ງໜ້າ ​ແລະ​ຊຸກຍູ້​ການທ່ອງທ່ຽວ​ຂອງ​ສອງ​ປະ​ເທດ​​ໃຫ້​ຂຶ້ນ​ສູ່​ລະດັບ​ໃໝ່.

ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ