ທ່ານໄຊ ​ຈຸມໄດ້​ຮັບ​ເລືອກ​ຕັ້ງ​ເປັນ​ປະ​ທານ​ສະ​ພາ​ສູງ​ກຳ​ປູ​ເຈຍ​ສະ​ໄໝ​ທີ 4
2018-04-24 10:31:32  cri 
ວັນ​ທີ 23 ເມ​ສາ​ນີ້, ສົມ​ເດັດ​ໂນ​ໂຣ​ດົມ ສີ​ຫາ​ໂມ​ນີ ເຈົ້າ​ຊີ​ວິດ​ລາ​ຊະ​ອາ​ນາ​ຈັກ​ກຳ​ປູ​ເຈຍ​ໄດ້​ເປັນ​ປະ​ທານ​ຈັດ​ກອງ​ປະ​ຊຸມ​ສະ​ພາ​ສູງ​ສະ​ໄໝ​ທີ 4, ທ່ານໄຊ ​ຈຸມໄດ້​ຮັບ​ເລືອກ​ຕັ້ງ​ເປັນ​ປະ​ທານ​ສະ​ພາ​ສູງ​ກຳ​ປູ​ເຈຍ​ສະ​ໄໝ​ທີ 4.

ການ​ເລືອກ​ຕັ້ງ​ສະ​ພາ​ສູງ​ກຳ​ປູ​ເຈຍມີ​ຂຶ້ນ​ທຸກໆ​ 6 ປີ​, ພັກ​ປະ​ຊາ​ຊົນ​ກຳ​ປູ​ເຈຍ, ພັກ​ຟຸນ​ຊິມ​ປິກ, ພັກ​ຊາວ​ໜຸ່ມ​ກຳ​ປູ​ເຈຍ ແລະ ພັກ​ສາ​ມັກ​ຄີ​ຊາດ​ຂະ​ເໝນ​ໄດ້​ເຂົ້​າ​ຮ່ວມ​ການ​ເລືອກ​ຕັ້ງ​ສະ​ພາ​ສູງ​ສະ​ໄໝ​ທີ 4, ໃນ​ນີ້, ພັກ​ປະ​ຊ​າ​ຊົນ​ກຳ​ປູ​ເຈຍ​ຍາດ​ໄດ້ 58 ທີ່​ນັ່ງ​ໃນຈຳ​ນວນ​ທັງ​ໝົດ 62 ທີ່​ນັ່ງ.

ຕາມ​ການ​ລະ​ບຸ​ຂອງ​ກົດ​ໝາຍ​ກຳ​ປູ​ເຈຍ, ສະ​ພາ​ສູງ​ສະ​ໄໝ​ໃໝ່​ກຳ​ປູ​ເຈຍ​ມີ 62 ທີ່​ນັ່ງ, ໃນ​ນັ້ນມີ 58 ທີ່​ນັ່ງ​ໄດ້​​ເກີດ​ຈາກ​ການ​ເລືອກ​ຕັ້ງ, ເຈົ້າ​ຊີ​ວິດ​ແຕ່ງ​ຕັ້ງ 2 ທີ່​ນັ່ງ ແລະ ສະ​ພາ​ຕ່ຳ​ແຕ່ງ​ຕັ້ງ 2 ທີ່​ນັ່ງ.
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ