ຕົວ​ເລກ​ດັດ​ຊະ​ນີຄວາມ​ໝັ້ນ​ໃຈ​ຂອ​ງ​ຜູ້​ບໍ​ລິ​ໂພກ​ໄທ​ໃນ​ເດືອນ​ເມ​ສາ​ຜ່ານ​ມາ​​ໄດ້​ສ້າງ​ສະ​ຖິ​ຕິ​ສູງ​ສຸດ​ໃນ 40 ເດືອນ​ຜ່ານ​ມາ
2018-05-03 16:23:01  cri 
ວັນ​ທີ 2 ພຶດ​ສະ​ພາ​ນີ້, ສູນ​ຄາດ​ຄະ​ເນ​ເສດ​ຖະ​ກິດ​ແລະ​ການ​ຄ້າ​ຂອງ​ມະ​ຫາ​ວິ​ທະ​ຍາ​ໄລຫໍ​ການ​ຄ້າ​ໄທ​ໄດ້​ເຜີຍ​ແຜ່​ບົດ​ລາຍ​ງານ​ການ​ສຳ​ຫຼວດສະ​ບັບ​ໜຶ່ງ​ໂດຍ​ສະ​ແດງ​ໃຫ້​ເຫັນ​ວ່າ, ຍ້ອນ​ໄດ້​ຮັບ​ຜົນ​ປະ​ໂຫຍດ​ຈາກ​ຂະ​ແໜງ​ການ​ສົ່ງ​ອອກ​ແລະ​ກາ​ນ​ທ່ອງ​ທ່ຽວ​ທີ່​ເຂັ້ມ​ແຂງ, ເດືອນ​ເມ​ສາ​ຜ່ານ​ມາ, ຕົວ​ເລກ​ດັດ​ຊະ​ນີ​ຄວາມ​ໝັ້ນ​ໃຈ​ຂອງ​ຜູ້​ບໍ​ລິ​ໂພກ​ໄທ​ໄດ້​ສ້າງ​ສະ​ຖິ​ຕິ​ສູງ​ສຸດ​ໃນ 40 ເດືອນ​ຜ່ານ​ມາ.

ຜົນ​ການ​ສຳ​ຫຼວດ​ສະ​ແດງ​ໃຫ້​ເຫັນ​ວ່າ, ເດືອນ​ເມ​ສາ​ປີ​ນີ້, ຕົວ​ເລກ​ດັດ​ຊະ​ນີ​ຄວາມ​ໝັ້ນ​ໃຈ​ຂອງ​ຜູ້​ບໍ​ລິ​ໂພກ​ໄທ​ໄດ້​ມີ​ເຖິງ 80,9, ຫຼາຍກວ່າ 79,9 ໃນ​ເດືອນ​ມີ​ນາ​ປີ​ນີ້ ໄດ້​ສ້າງ​ສະ​ຖິ​ຕິ​ສູງ​ສຸດ​ນັບ​ແຕ່​ເດືອນ​ມັງ​ກອນ​ປີ 2015 ເປັນ​ຕົ້ນ​ມາ.

ແຕ່​ວ່າ, ສູນ​ດັ່ງ​ກ່າວ​ຢືນ​ຢັນ​ວ່າ, ຜົນ​ການ​ສຳ​ຫຼວດ​ກໍ່​ສະ​ແດງ​ໃຫ້​ເຫັນ​ວ່າ ຜູ້​ບໍ​ລິ​ໂພກ​ເຫັນ​ວ່າ​ເສດ​ຖະ​ກິດ​ໄທ​ຍັງ​ຟື້ນ​ຕົວຊ້າ, ອາດ​ຈະ​ຈຳ​ກັດ​ລາຍ​ຈ່າຍ. ຂະ​ນະ​ດຽວ​ກັນ, ສະ​ພາບ​ການ​ການ​ຄ້າ​ແລະ​ສະ​ພາບ​ລາ​ຄາ​ຜະ​ລິດ​ຕະ​ພັນ​ກະ​ສິ​ກຳ​ຂອງ​ໂລກຕົກ​ຕ່ຳ​ຍັງ​ເຮັດ​ໃຫ້​ຄົນ​ມີ​ຄວາມ​ເປັນ​ຫ່ວງຄື​ເກົ່າ.

ຕາມ​ຕົວ​ເລກ​ຂໍ້​ມູນ​ທາງ​ການ​ສະ​ແດງ​ໃຫ້​ເຫັນ​ວ່າ, ໃນ​ໄຕ​ມາດ​ທຳ​ອິດ​ປີ​ນີ້, ຍອດ​ມູນ​ຄ່າ​ການ​ສົ່ງ​ອອກ​ຂອງ​ໄທ​ໄດ້​ບັນ​ລຸ​ເຖິງ 62,8 ຕື້ໂດ​ລາ​ສະ​ຫະ​ລັດ, ເພີ່ມ​ຂຶ້ນ 11,3% ເມື່ອ​ທຽບ​ໃສ່​ໄລ​ຍະ​ດຽວ​ກັນ​ຂອງ​ປີ​ກາຍ. ໃນ​ໄຕ​ມາດ​ດັ່ງ​ກ່າວ, ໄທ​ໄດ້​ຕ້ອ​ນ​ຮັບ​ນັກ​ທ່ອງ​ທ່ຽວ​ສາ​ກົນ 10,6 ລ້ານເທື່​ອ​ຄົນ, ເພີ່ມ​ຂຶ້ນຫຼາຍກວ່າ 15% ເມື່ອ​ທຽບ​ໃສ່​ໄລ​ຍະ​ດຽວ​ກັນ​ຂອງ​ປີ​ກາຍ.
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ