ທ່ານ ກິມເຈິງອຸນ ປະທານຄະນະກຳມະການພັກແຮງງານເກົາຫຼີ, ປະທານຄະນະກຳມະການແຫ່ງລັດ ສປປ ເກົາຫຼີ ໄດ້ຕ້ອນຮັບການເຂົ້າຢ້ຽມຄຳນັບຂອງທ່ານ ວາງຢີ້ ທີ່ປຶກສາແຫ່ງລັດ, ທັງເປັນລັດຖະມົນຕີກະຊວງການຕ່າງປະເທດຈີນທີ່ໄປຢ້ຽມຢາມຢູ່ສຳນັກງານໃຫຍ່ສູນກາງພັກໃນວັນທີ 3 ພຶດສະພານີ້.
ໂອກາດດັ່ງກ່າວ, ທ່ານ ວາງຢີ້ ໄດ້ຝາກຄວາມຢື້ຢາມຖາມຂ່າວອັນສະໜິດສະໜົມຂອງທ່ານປະທານ ສີຈິ້ນຜິງ ຕໍ່ທ່ານ ກິມເຈິງອຸນ. ທ່ານກ່າວຕື່ມວ່າ, ກ່ອນໜ້ານີ້ບໍ່ດົນ, ສະຫາຍປະທານຄະນະກຳມະການໄດ້ຢ້ຽມຢາມຈີນຢ່າງສຳເລັດຜົນ, ທ່ານເລຂາທິການໃຫຍ່ ສີຈິ້ນຜິງ ໄດ້ພົບປະກັບສະຫາຍປະທານຄະນະກຳມະການຄັ້ງປະຫວັດສາດ ໂດຍໄດ້ບັນລຸຄວາມເປັນເອກະພາບກັນທີ່ສຳຄັນຕ່າງໆ ແລະໄດ້ເປີດໜ້າໃໝ່ອ່ຽມຂອງປຶ້ມປະຫວັດການພົວພັນຈີນ-ສປປເກົາຫຼີ.
ທ່ານ ວາງຢີ້ ກ່າວອີກວ່າ,ຈີນສະໜັບສະໜູນແລະຊົມເຊີຍການພົບປະຢ່າງສຳເລັດຜົນລະຫວ່າງຜູ້ນຳ 2 ເກົາຫຼີ ແລະການອອກ "ຖະແຫຼງການປານມູນຈອມ" ເຊິ່ງມີຄວາມໝາຍຂີດແບ່ງຍຸກສະໄໝ. ການພົບປະດັ່ງກ່າວ ໄດ້ສ້າງໂອກາດທີ່ມີຜົນດີຕໍ່ການແກ້ໄຂບັນຫາແຫຼມເກົາຫຼີດ້ວຍວິທີການເມືອງ. ຈີນສະໜັບສະໜູນແຫຼມເກົາຫຼີສິ້ນສຸດສະພາວະສົງຄາມ ແລະບັນລຸການປ່ຽນແປງຈາກກົນໄກຢຸດຍິງໄປສູ່ກົນໄກສັນຕິພາບ, ສະໜັບສະໜູນທີ່ ສປປ ເກົາຫຼີ ປ່ຽນໃຈກາງຍຸດທະສາດໄປສູ່ການສ້າງເສດຖະກິດ, ສະໜັບສະໜູນທີ່ ສປປ ເກົາຫຼີ ແກ້ໄຂຄວາມເອົາໃຈໃສ່ດ້ານຄວາມໝັ້ນຄົງທີ່ຊອບທຳຂອງຕົນໃນຂະບວນການຊຸກຍູ້ການປອດນິວເຄລຍ. ຈີນຍິນດີຮັກສາການຕິດຕໍ່ພົວພັນແລະເພີ່ມທະວີການປະສານງານກັບ ສປປ ເກົາຫຼີ ກ່ຽວກັບເລື່ອງນີ້.
ທ່ານ ກິມເຈິງອຸນ ຂໍໃຫ້ທ່ານ ວາງຢີ້ ຝາກຄວາມຢື້ຢາມຖາມຂ່າວອັນສະໜິດສະໜົມຕໍ່ທ່ານປະທານ ສີຈິ້ນຜິງ. ທ່ານກ່າວວ່າ, ມິດຕະພາບສປປເກົາຫຼີ-ຈີນ ແມ່ນມໍລະດົກອັນລ້ຳຄ່າທີ່ສືບທອດມາຈາກຜູ້ນຳຮຸ້ນອາວຸໂສຂອງສອງປະເທດ. ການບູລະນະແລະພັດທະນາສາຍພົວພັນມິດຕະພາບແລະການຮ່ວມມືລະຫວ່າງສປປເກົາຫຼີກັບຈີນ ແມ່ນທິດທາງຍຸດທະສາດອັນເດັດດ່ຽວໜຽວແໜ້ນຂອງ ສປປ ເກົາຫຼີ. ກ່ອນໜ້ານີ້ບໍ່ດົນ, ຂ້າພະເຈົ້າໄດ້ໄປຢ້ຽມຢາມຈີນເປັນຄັ້ງປະຫວັດສາດ ໂດຍໄດ້ລົງເລິກແລກປ່ຽນຄວາມຄິດກັບທ່ານປະທານ ສີຈິ້ນຜິງ, ໄດ້ບັນລຸຄວາມເປັນເອກະພາບກັນທີ່ສຳຄັນ ແລະໄດ້ຮັບໝາກຜົນຢ່າງຫຼວງຫຼາຍ. ສປປ ເກົາຫຼີ ຍິນດີຮ່ວມກັບຈີນ, ຊຸກຍູ້ສາຍພົວພັນມິດຕະພາບສອງປະເທດໃຫ້ກ້າວໄປສູ່ໄລຍະໃໝ່ທີ່ສູງກວ່າເກົ່າ. ສປປ ເກົາຫຼີ ຕີລາຄາຢ່າງສູງຕໍ່ຈີນທີ່ໄດ້ປະກອບສ່ວນຢ່າງຕັ້ງໜ້າເພື່ອສັນຕິພາບແລະສະຖຽນລະພາບຂອງແຫຼມເກົາຫຼີ ແລະ ຍິນດີເພີ່ມທະວີການຕິດຕໍ່ພົວພັນທາງຍຸດທະສາດກັບຈີນ.
ທ່ານ ກິນເຈິງອຸນ ກ່າວຕື່ມວ່າ, ການບັນລຸການປອດນິວເຄລຍຂອງແຫຼມເກົາຫຼີ ແມ່ນຫຼັກໝັ້ນອັນເດັດດ່ຽວຂອງສປປ ເກົາຫຼີ. ໃນໄລຍະໜຶ່ງມານີ້, ສະຖານະການແຫຼມເກົາຫຼີ ໄດ້ປາກົດມີການປ່ຽນແປງຢ່າງຕັ້ງໜ້າ, ທັງນີ້ແມ່ນມີຄວາມໝາຍຫຼາຍ ແລະມີຜົນດີຕໍ່ການແກ້ໄຂບັນຫາແຫຼມເກົາຫຼີດ້ວຍສັນຕິວິທີ. ສປປ ເກົາຫຼີ ຍິນດີຟື້ນຟູການເຈລະຈາກັນເພື່ອສ້າງຄວາມໄວ້ເນື້ອເຊື່ອໃຈ ແລະຊອກຄົ້ນການກຳຈັດກົກເຄົ້າທີ່ຂົ່ມຂູ່ສັນຕິພາບຂອງແຫຼມເກົາຫຼີ.