ກອງ​ເຮືອພະ​ຈົນ​ໄພ​ບາ​ລັງ​ກາຍ​ຟີ​ລິບ​ປິນ​​ມາ​ຮອດ​ເມືອງ​ເຊ້ຍ​ເມິນ
2018-05-07 16:25:14  cri 
ຫວ່າງ​ມໍ່ໆ​ມາ​ນີ້, ກອງ​ເຮືອ​ພະ​ຈົນ​ໄພ​ບາ​ລັງ​ກາຍ​ຟີ​ລິບ​ປິນ​ທີ່​ປະ​ກອບ​ດ້ວຍ​ເຮືອໄມ້​ແບບ​ບູ​ຮານ 3 ລຳ​ໄດ້​ມາ​ເຖິງ​ທ່າ​ກຳ​ປັ່ນ​ເຊ້ຍ​ເມິນ, ລູກ​ເຮືອ 31 ຄົນ​ຈະ​ດຳ​ເນີນ​ກິດ​ຈະ​ກຳ​ແລກ​ປ່ຽນ​ວັດ​ທະ​ນະ​ທຳ​ຢູ່​ເມືອງ​ເຊ້ຍ​ເມິນ, ເມືອງ​ຈິ້ນ​ຈ່ຽງ, ເມືອງ​ເຕີ​ໂຈ່ວ ແລະ ນະ​ຄອ​ນຫຼວງ​ປັກ​ກິ່ງ.

ປີ 1417, ສົມ​ເດັດ​ປາ​ດຸ​ກາ ບາ​ຕາ​ຣາ ຊູ​ດັງ​ຊູ​ລູ​ໄດ້​ນຳ​ພາ​ຄອບ​ຄົວ ແລະ ລູກ​ນ້ອງ 300 ກວ່າ​ຄົນ​ຢ້ຽມ​ຢາມ​ຈີນ ແລະ ໄດ້​ຮັບ​ການ​ຕ້ອນ​ຮັບ​ຢ່າງ​ອົບ​ອຸ່ນ​ຈາກ​ຮ່ອງ​ເຕ້​ຢົງ​ເລີ້​​ ເຈົ້າ​ຈັກ​ກະ​ພັດ​ລາ​ຊະ​ວົງ​​ໝິງ​ຂອງ​ຈີນ. ໃນ​ເວ​ລາ​ກັບ​ຄືນ​ຮອດ​ເມືອງ​ເຕີ​ໂຈ່ວ​ແຂວງ​ຊ່ານ​ຕຸ່ງ​ຈີນ, ຊູ​ດັງ​ໄດ້​ເສຍ​ຊີ​ວິດ​ຍ້ອນ​ເຈັບ​ເປັນ ແລະ ຝັງ​ຢູ່​ເມືອງ​ເຕີ​ໂຈ່ວ. ລູກ​ກົກ​ຂອງ​ຊູ​ດັງ​ໄດ້​ກັບ​ຄືນ​ປະ​ເທດ​ສືບ​ທອດ​ລາ​ຊະ​ບັນ​ລັງ, ມະ​ເຫ​ສີ ແລະ ລູກ​ອີກ 2 ຄົນ​ໄດ້​ເຝົ້າ​ສຸ​ສານ​ຊູ​ດັງ ທັງ​ຕັ້ງ​ພູມ​ລຳ​ເນົາ​ຢູ່​ເມືອງ​ເຕີ​ໂຈ່ວ.

ທ່ານ​ອາ​ຕູ​ໂຣ ວານ​ເດ​ສ໌ ຫົວ​ໜ້າກອງ​ເຮືອກ່າວ​ວ່າ, ປີ 2017 ເປັນ​ປີ​ລະ​ນຶກ​ຊູ​ດັງ​ຊູ​ລູ​ຢ້ຽມ​ຢາມ​ຈີນ​ຄົບ​ຮອບ 600 ປີ, ການ​ທີ່​ກອງ​ເຮືອພະ​ຈົນ​ໄພ​ບາ​ລັງ​ກາຍ​ມາ​ຢ້ຽມ​ຢາມ​ຈີນ​ຄັ້ງ​ນີ້ ກໍ​ເພື່ອ​ລະ​ນຶກ​​ເຖິງປະ​ຫວັດ​ສາດທີ່​ສຳ​ຄັນ​ນີ້.
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ