ຕາມສະຖິຕິຫຼ້າສຸດທີ່ອົງການພາສີແຫ່ງຊາດຈີນເປີດເຜີຍໃຫ້ຮູ້ວ່າ, ແຕ່ເດືອນມັງກອນຫາເດືອນເມສາປີນີ້, ຍອດມູນຄ່າຂາເຂົ້າຂາອອກຂອງຈີນບັນລຸເຖິງ 9110 ຕື້ຢວນ, ທຽບໃສ່ໄລຍະດຽວກັນຂອງປີຜ່ານມາເພີ່ມຂຶ້ນ 8,9%, ການໄດ້ປຽບຫຼຸດລົງ 24,1%.
ເດືອນເມສາປີນີ້, ມູນຄ່າສິນຄ້າຂາເຂົ້າຂາອອກຂອງຈີນບັນລຸເຖິງ 2360 ຕື້ຢວນ, ທຽບໃສ່ໄລຍະດຽວກັນຂອງປີຜ່ານມາເພີ່ມຂຶ້ນ 7,2%. ເບິ່ງໂດຍລວມແລ້ວມີຈຸດພິເສດທີ່ການຄ້າທົ່ວໄປ ຕໍ່ຕ່າງປະເທດໄດ້ເພີ່ມຂຶ້ນໄວສົມຄວນແລະກວມອັດຕາເພີ່ມຂຶ້ນ, ອັດຕາການຄ້າຕໍ່ຕ່າງປະເທດຂອງວິສາຫະກິດເອກະຊົນກໍໄດ້ເພີ່ມຂຶ້ນຕື່ມອີກ, ຜະລິດຕະພັນເຄື່ອງກົນຈັກແລະເຄື່ອງຜະລິດໄຟຟ້າເພີ່ມຂຶ້ນແລະອື່ນໆ.
ຂະນະດຽວກັນນັ້ນ, ມູນຄ່າສິນຄ້າຂາເຂົ້າຂາອອກຕໍ່ຕະຫຼາດສຳຄັນຂອງຈີນເຊັ່ນສະຫະພາບເອີລົບ, ອາເມລິກາ, ອາຊຽນ, ຍີ່ປຸ່ນແລະອື່ນໆລ້ວນແຕ່ເພີ່ມຂຶ້ນ, ນອກນີ້, ຈັງຫວະການເຕີບໂຕຂອງມູນຄ່າສິນຄ້າຂາເຂົ້າຂາອອກຕໍ່ປະເທດລຽບຕາມ "ໜຶ່ງແລວໜຶ່ງເສັ້ນທາງ" ສູງກວ່າຈັງຫວະການເຕີບໂຕ.