ກອງ​ປະ​ຊຸມ​ເວ​ທີ​ປຶກ​ສາ​ຫາ​ລື​ຄັງ​ປັນ​ຍາ​ລະ​ດັບ​ສູງ​ຈີນ​-ມຽນ​ມາ​ຄັ້ງ​ທີ​ສອງ​ຈັດ​ຂຶ້ນ​ຢູ່​ແຂວງ​ຢຸນ​ນານ
2018-05-10 16:42:35  cri 
ວັນ​ທີ 9 ພຶ​ດ​ສະ​ພາ​ນີ້, ກອງ​ປະ​ຊຸມ​ເວ​ທີ​ປຶກ​ສາ​ຫາ​ລື​ຄັງ​ປັນ​ຍາ​ລະ​ດັບ​ສູງ​ຈີນ​-ມຽນ​ມາ​ຄັ້ງ​ທີ​ສອງ​ຈັດ​ຂຶ້ນ​ຢູ່ເມືອງ​​ໝາງ​ຊື້​ກິ່ງ​ແຂວງ​ເຕີ້​ຫົງ​ແຂວງ​ຢຸນ​ນານ ສ​ປ ຈີນ. ໂດຍ​ເນັ້ນ​ຫົວ​ຂໍ້ "ການ​ກໍ່​ສ້າງ​ແລວ​ທາງ​ເສດ​ຖະ​ກິດ​ຈີນ-ມຽນ​ມາ".

ການ​ກໍ່​ສ້າງ​ແລວ​ທາງ​ເສດ​ຖະ​ກິດ​ຈີນ-ມຽນ​ມາ​ແມ່ນ​ຈີນ​ລິ​ເລີ່ມ​ໃນ​ປີ​ຜ່ານ​ມາ, ຕາມ​ແຜນ​ການ, ແລວ​ທາງ​ເສດ​ຖະ​ກິດ​ດັ່ງ​ກ່າວ​ເລີ່ມ​ແຕ່​ແຂວງ​ຢຸນ​ນາມ​ຂອງ​ຈີນ, ຜ່ານ​ຊາຍ​ແດນ​ຈີນ-ມຽນ​ມາ​ແລະ​ຮອດ​ເມືອງ​ມັນ​ດາ​ເລ​ຂອງ​​ມຽນ​ມາ, ແລະ​ທິດ​ຕາ​ເວັນ​ອອກ​ຂະ​ຫຍາຍ​ໄປ​ຮອດ​ເມືອງ​ຢາງ​ກຸ້ງ​ໃໝ່​ແລະ​ທາ​ງ​ຕາ​ເວັນ​ຕົກ​ຂະ​ຫຍາຍ​ໄປ​ຮອດ​ເຂດ​ພິ​ເສດ​ກຽວ​ພິວ. ໃນ​ກອງ​ປະ​ຊຸມ​ດັ່ງ​ກ່າວ, ຜູ້​ຊ່ຽວ​ຊານ​ທີ່​ຮ່ວມ​ປະ​ຊຸມ​ໄດ້​ແລກ​ປ່ຽນ​ກ່ຽວ​ກັບ​ການ​ກໍ່​ສ້າງ​ພື້ນ​ຖານ​ໂຄງ​ລ່າງ​ຂອງ​ແລວ​ທາງ​ເສດ​ຖະ​ກິດ​ຈີນ-ມຽນ​ມາ, ການ​ກໍ່​ສ້າງ​ເຂດ​ຮ່ວມ​ມື​ເສດ​ຖ​ະ​ກິດ, ກະ​ສິ​ກຳ ການ​ພັດ​ທະ​ນາ​​ເພື່ອຫຼຸດຜ່ອນ​ຄວາ​ມ​ທຸກ​ຍາກ​ແລະ​ພັດ​ທະ​ນາ​ເສດ​ຖະ​ກິດ​ສັງ​ຄົມ​ທີ່​ຢູ່​ລຽບ​ຕາມ​ແລວ​ທາງ​ເສດ​ຖະ​ກິດ, ການ​ຮ່ວມ​ມື​​ໃນ​ຂົງ​ເຂດ​​ໄພ​ຄຸກ​ຄາມຄວາມ​ໝັ້ນ​ຄົງ​ແບບ​ໃໝ່​ຢູ່​ເຂດ​ຊາຍ​ແດນ, ແລະ​ໄດ້​ແລກ​ປ່ຽນ​ຄວາມ​ເຫັນ​ກ່ຽວ​ກັບ​ແຜນ​ການ​ກໍ່​ສ້າງ​ແລວ​ທາງ​ເສດ​ຖະ​ກິດ​ຈີນ-ມຽນ​ມາ.
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ