ຈີນມອບໂຮງ​ໝໍ​ເຄື່ອນ​ທີ່ງວດ​ທຳ​ອິດ​ໃຫ້​ແກ່​ກຳ​ປູ​ເຈຍ
2018-05-10 16:54:59  cri 
ຕາມ​ຂ່າວ CRI: ພິ​ທີ​ມອບ​ຮັບ​ໂຮງ​ໝໍ​ເຄື່ອນ​ທີ່​ທີ່​ຈີນ​ຊ່ວຍ​ເຫຼືອ​ໃຫ້​ກຳ​ປູ​ເຈຍ​ໄດ້​ຈັດ​ຂຶ້ນ​ຢູ່​ໂຮງ​ໝໍ​ມິດ​ຕະ​ພາບ​ກຳ​ປູ​ເຈຍ​-ຣັດ​ເຊຍ​ຢູ່​ນະ​ຄອນ​ຫຼວງ​ພະ​ນົມ​ເປັນ​ໃນ​ວັນ​ທີ 10 ພຶດ​ສະ​ພາ​ນີ້. ໂຮງ​ໝໍ​ເຄື່ອນ​ທີ່​ເຫຼົ່າ​ນີ້​ຈະ​​ສາ​ມາດ​ເຮັດໃຫ້​​ກຳ​ປູ​ເຈຍ​ເພື່ອ​ແກ້​ໄຂ​ບັນ​ຫາ​ປະ​ຊາ​ຊົນ​ຢູ່​ເຂດ​ຫ່າງ​ໄກສອກ​ຫຼີກ​ທີ່​ຫາ​ໝໍ​ຍາກ​ໄດ້​ຮັບ​ຄວາມ​ສະ​ດວກ​ສະ​ບາຍ​ຂຶ້ນກວ່າ​ເກົ່າ. ທ່ານ​ມົມ​ບຸນ​ເຮງ ລັດ​ຖະ​ມົນ​ຕີ​ກະ​ຊວງ​ສາ​ທາ​ລະ​ນະ​ສຸກ​ກຳ​ປູ​ເຈຍ, ທ່ານ​ສົງ​ໂປ່ ເອກ​ອັກ​ຄະ​ລັດ​ຖະ​ທູດ​ຈີນ​ປະ​ຈຳ​ກຳ​ປູ​ເຈຍ​ໄດ້​ເຂົ້າ​ຮ່ວມ​ພິ​ທີ​ມອບ​ຮັບ​ແລະ​ກ່າວ​ປາ​ໄສ.

​ຂ່າວ​ແຈ້ງ​ຕື່ມວ່າ, ໂຄງ​ການ​ຊ່ວຍ​ເຫຼືອ​ຄັ້ງ​ນີ້​​ມີ​ລົດ​ປິ່ນ​ປົວ 40 ຄັນ, ​ທີ່ໄດ້​ຕິດ​ຕັ້ງ​ເຄື່ອງ​ອຸ​ປະ​ກອບ​ປິ່ນ​ປົວ​ທັນ​ສະ​ໄໝ 22 ຊະ​ນິດ 7 ປະ​ເພດ, ສາ​ມາດ​ປິ່ນ​ປົວ​ພະ​ຍາດ​​ທົ່ວ​ໄປ​ໄດ້. ​ດັ່ງ​ນັ້ນເພື່ອ​ເສີມ​ຂະ​ຫຍາຍ​ບົດ​ບາດ​ຂອງ​ໂຮງ​ໝໍ​ເຄື່ອນ​ທີ່​ງວດ​ທຳ​ອິດ​ຢ່າງ​ສົມ​ບູນ, ໜ່ວຍ​ປິ່ນ​ປົວ​ຈີນ​ຈະ​ເປີດ​ບໍ​ລິ​ການ​ປິ່ນ​ປົວ​ໂດຍ​ບໍ່​ເກັບ​ຄ່າ​ຢູ່​ນະ​ຄອນ​ຫຼວງພະ​ນົມ​ເປັນ, ແຂວງ​​ກຳ​ປົງ​ຈາມ​ແລະ​ແຂວງ​ບັດ​ຕຳ​ມອງ​ຂອງ​ກຳ​ປູ​ເຈຍໃນ​ໄວໆ​ນີ້.
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ