ໂບດ 3 ແຫ່ງ​ຂອງ​ອິນ​ໂດ​ເນ​ເຊຍ​ເກີດເຫດ​ກາ​ນ​ລະ​ເບີດ​, ເຮັດ​ໃຫ້ 2 ຄົນ​ເສຍ​ຊີ​ວິດ
2018-05-13 17:40:10  cri 

ຕອນ​ເຊົ້າ​ວັນ​ທີ 13 ພຶດ​ສະ​ພາ​ນີ້, ​ຢູ່ເມືອງ​ຊູ​ຣາ​ບາ​ຢາ​ ເທດ​ສະ​ບານ​ຂອງ​ແຂວງ​ຈາ​ວາ​ຕາ​ເວັນ​ອອກ​​ອິ​ນ​ໂດ​ເນ​ເຊຍ, ໂບດ 3 ແຫ່ງ​ໄດ້​ເກີດ​ເຫດການ​ລະ​ເບີດຢ່າງ​ເປັນ​ລຳ​ດັບ, ​ຢ່າງ​ໜ້ອຍໄດ້​ເຮັດ​ໃຫ້ 2 ຄົນ​ເສຍ​ຊີ​ວິດ , 13 ຄົນ​ໄດ້​ຮັບ​ບາ​ດ​ເຈັບ.

ໂຄ​ສົກ​​ພະ​ແນກ​ກົມ​ຕຳ​ຫຼວດ​ແຂວງ​ຈາ​ວາ​ຕາ​ເວັນ​ອອກ​ແຈ້ງ​ໃຫ້​ສື່ມວນ​ຊົນ​​ທ້ອງ​ຖິ່ນ​ຮູ້​ວ່າ, ປະ​ມານ 7 ໂມງ​ຕອນ​ເຊົ້າ​ຕາມ​ເວ​ລາ​ທ້ອງ​ຖິ່ນ, ລູກ​ລະ​ເບີດ​ລູກ​ໜຶ່ງ​ໄດ້​ລະ​ເບີດ​ແຕກ​ຢູ່​ໃກ້​ປະ​ຕູ​ຂອງ​ໂບດ​ເຊັນ​ມາ​ເຣຍ​ຂອງ​ຊູ​ຣາ​ບາ​ຢາ, ເຮັດ​ໃຫ້ 2 ຄົ​ນ​ເສຍ​ຊີ​ວິດ, ປະ​ຊາ​ຊົນ​ອີກ 11 ຄົນ​ແລະ​ຕຳ​ຫຼວດ 2 ຄົນ​ໄດ້ຮັບ​ບາດ​ເຈັບ. ການ​​ສືບ​ສວນເບື້ອງ​ຕົ້ນ​ສະ​ແດງ​ໃຫ້​ເຫັນ​ວ່າ​ນີ້​ແມ່ນ​ການ​ໂຈມ​ຕີ​ແບບ​ສະ​ຫຼະ​ຊີບ​ເທື່ອ​ໜຶ່ງ, ຜູ່​ໂຈມ​ຕີ​ໄດ້​ຕາຍ​ໃນ​ເຫດ​ການ​ລະ​ເບີດ​. ​ເຈົ້າ​ໜ້າ​ທີ່ຕຳ​ຫຼວດ​ພວມ​ສືບ​ສວນ​ຖາ​ນະແລະ​​ສາ​ເຫດ​ກໍ່​ເຫດ​ການຂອງ​ຜູ່​ໂຈມ​ຕີ.

ນອກ​ນີ້, ອີງ​ຕາມ​ສື່​ມວນ​ຊົນທ້ອງ​ຖິ່ນລາຍ​ງານ​ວ່າ, ຕອນ​ເຊົ້າ​ມື້​ດຽວ​ກັນ, ​ຢູ່ຊູ​ຣາ​ບາ​ຢາ​ຍັງ​ມີ​ໂບດ 2 ແຫ່ງ​ເກີດ​ເຫດ​ການ​ລະ​ເບີດ​, ​ແຕ່ຍັງ​ບໍ່​ຮູ້ສະ​ພາບ​ລະ​ອຽດ. ເຈົ້າ​ໜ້າ​ທີ່ຕຳ​ຫຼວດ​ກ່າວ​ວ່າ, ​ເຫ​ດການ​ລະ​ເບີດ 3 ເທື່ອ​ແມ່ນເກີດ​ຂຶ້ນ​ພາຍ​ໃນ 10 ນາ​ທີ.

ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ