ເຫດ​ການ​ໂຈມ​ຕີຫ້ອງ​ການ​ຕຳຫຼວດ​ເມືອງ​ຊູ​ຣາ​ບາ​ຢາ​ອິນ​ໂດ​ເນ​ເຊຍ​ເຮັດ​ໃຫ້ 4 ຄົນເສຍ​ຊີ​ວິດ ແລະ 6 ຄົນ​ໄດ້​ຮັບ​ບາດ​ເຈັບ
2018-05-15 14:34:24  cri 
ວັນ​ທີ 14 ພຶດ​ສະ​ພາ​ນີ້, ເຈົ້າ​ໜ້າ​ທີ່​ຕຳຫຼວດ​ອິນ​ໂດ​ເນ​ເຊຍ​ເປີດ​ເຜີ​ຍ​ວ່າ, ຫ້ອງ​ການ​ຕຳຫຼວດ​ເມືອງ​ຊູ​ຣາ​ບາ​ຢາ ເທດ​ສະ​ບານ​ແຂວງ​ຈາ​ວາ​ຕາ​ເວັນ​ອອກ​ອິນ​ໂດ​ເນ​ເຊຍ​ຖືກ​ໂຈມ​ຕີ ເຊິ່ງ​ເຮັດ​ໃຫ້​ປະ​ຊາ​ຊົນ 2 ຄົນ ແລະ ຕຳຫຼວດ 4 ຄົນ​ໄດ້​ຮັບ​ບາດ​ເຈັບ ແລະ ຜູ້​ກໍ່​ເຫດ 4 ຄົນ​ເສຍ​ຊີ​ວິດ​ທັງ​ໝົດ.

ທ່ານ​ຕິ​ໂຕ ກ​ານາ​ວຽນ ຫົວ​ໜ້າກອງ​ບັນ​ຊາ​ການຕຳຫຼວດ​ແຫ່ງ​ຊາດ​ອິນ​ໂດ​ເນ​ເຊຍ​ກ່າວ​ໃນ​ພິ​ທີ​ຖະ​ແຫຼງ​ຂ່າວ​ທີ່​ຈັດ​ຂຶ້ນ​ຢູ່​ເມືອງ​ຊູ​ຣາ​ບາ​ຢາ​ໃນ​ວັນ​ທີ 14 ພຶດ​ສະ​ພາ​ນີ້​ວ່າ, 7 ໂມງ​ເຊົ້າ​ວັນ​ທີ 13 ພຶດ​ສະ​ພາ​ນີ້, ​ໂບດ 3 ແຫ່ງ​ຂອງ​ເມືອງ​ດັ່ງ​ກ່າວ​ຖືກ​ໂຈມ​ຕີ​ແບບ​ສະຫຼະ​ຊີບ​ຕາມລຳ​ດັບ, ປັດ​ຈຸ​ບັນ, ຈຳ​ນວນ​ຜູ້​ເສຍ​ຊີ​ວິດ​ໄດ້​ເພີ່ມ​ຂຶ້ນ​ເປັນ 14 ຄົນ ແລະ ອີກ 40 ກວ່າ​ຄົນ​ໄດ້​ຮັບ​ບາດ​ເຈັບ. ຕອນ​ຄ່ຳ​ມື້​ດຽວ​ກັນ, ​ອາ​ພາດ​ເມັນ​ທາງ​ພາກ​ໃຕ້​ເມືອງ​ຊູ​ຣາ​ບາ​ຢາ​ເກີດ​ເຫດ​ການ​ລະ​ເບີດ ເຊິ່ງ​ເຮັດ​ໃຫ້ 3 ຄົນ​ເສຍ​ຊີ​ວິດ ແລະ ຫຼາຍ​ຄົນ​ໄດ້​ຮັບ​ບາດ​ເຈັບ.

ຜົນ​ການ​ສຳຫຼວດ​ເບື້ອງ​ຕົ້ນ​ສະ​ແດງ​ໃຫ້​ເຫັນ​ວ່າ, ຜູ້​ກໍ່ເຫດ​ການ​ລະ​ເບີດ​ດັ່ງ​ກ່າວ​ແມ່ນ​ສະ​ມາ​ຊິກ​ຂອງ 2 ​ຄອບ​ຄົວ, ເຂົາ​ເຈົ້າ​ຮູ້​ຈັກ​ກັນ ແລະ ໄດ້​ຮັບ​ອິດ​ທິ​ພົນ​ຈາກ​ແນວ​ຄິດ​ຫົວ​ຮຸນ​ແຮງ "ລັດ​ອິ​ສ​ລາມ" ຫຼື IS.
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ