ກອງ​ປະ​ຊຸມ​ເຈົ້າ​ໜ້າ​ທີ່​ອາ​ວຸ​ໂສ​ເພື່ອ​ກຽມ​ຄວາມ​ພ້ອມ​ໃຫ້​ແກ່ກອງ​ປະ​ຊຸມ​​ຮ່ວມ​ມື​ດ້ານ​ປະ​ຕິ​ບັດ​ກົດ​ໝາຍສອງ​ຝ່າຍ​ລາວ-ຈີນ​ຈັດ​ຂຶ້ນ​ຢູ່​ນະ​ຄອນຫຼວງວຽງ​ຈັນ
2018-05-15 14:36:05  cri 
ກອງ​ປະ​ຊຸມ​ເຈົ້າ​ໜ້າ​​ທີ່​ອາ​ວຸ​ໂສ​ເພື່ອ​ກຽມ​ຄວາມ​ພ້ອມ​ໃຫ້​ແກ່ກອງ​ປະ​ຊຸມ​​ຮ່ວມ​ມື​ສອງ​ຝ່າຍ​ລາວ-ຈີນ ລະ​ຫວ່າງ​ກະ​ຊວງ​ປ້ອງ​ກັນ​ຄວາມ​ສະ​ຫງົ​ບ​ລາວ ແລະ ຈີນ​ໄດ້​ຈັດ​ຂຶ້ນ​ຢູ່​ນະ​ຄອນຫຼວງວຽງ​ຈັນ​ໃນ​ວັນ​ທີ 13 ພຶດ​ສະ​ພາ​ນີ້. ສອງ​ຝ່າຍ​ໄດ້​ລົງ​ເລິກ​ແລກ​ປ່ຽນ​ຄວາມ​ເຫັນ​ໃນ​ຂົງ​ເຂດ​ປະ​ຕິ​ບັດ​ກົດ​ໝາຍ ແລະ ປ້ອງ​ກັນ​ຄວາມ​ສະ​ຫງົບ ເຊິ່ງ​ໄດ້​ບັນ​ລຸ​ຄວາມ​ເຫັນ​ເປັນ​ເອກ​ະ​ພາບ​ກັນ​ຢ່າງກວ້າງ​ຂວາງ.

ສອງ​ຝ່າຍ​ເຫັນ​ດີ​ເພີ່ມ​ຄວາມ​​ເຂັ້ມ​ງວດໃນ​ການ​​ປາບ​ປາມຄະ​ດີ​ຕົວະ​ຕົ້ມ​ທາງ​ໂທ​ລະ​ຄົມ​ ແລະ ອິນ​ເຕີ​ເນັດ, ການ​ຄ້າ​ມະ​ນຸດ​ຂ້າມ​ຊາດ ແລະ ການ​ເຂົ້​າອອກ​ຊາຍ​ແດນ​ຜິດ​ກົດ​ໝາຍ; ເພີ່ມ​ທະ​ວີ​ການ​ຮ່ວມ​ມື​ໃນ​ການ​ປ້ອງ​ກັນ​ຄວາມ​ໝັ້ນ​ຄົງ​ແຫ່ງ​ຊາດ, ການ​ຕ້ານ​ລັດ​ທິ​ກໍ່​ການ​ຮ້າຍ, ການ​ຄຸ້ມ​ຄອງ​ຊາວ​ຍ້າຍ​ຖິ່ນ​ຖານ ແລະ ອື່ນໆ; ສ້າງ​ກົນ​ໄກ​ຮ່ວມ​ມື​ປ້ອງ​ກັນ​ຄວາມ​ປອດ​ໄພ​ຂອງ​ໂຄງ​ການສຳ​ຄັນ​ໃນ​ການ​ສ້າງ "ໜຶ່ງ​ແລວ​ໜຶ່ງ​ເສັ້ນ​ທາງ"; ສືບ​ຕໍ່​ເພີ່ມ​ທະ​ວີ​ການ​ລາດ​ຕະ​ເວນ ແລະ ຄວບ​ຄຸມ​ຮ່ວມ​ຢູ່​ເຂດ​ຊາຍ​ແດນ, ລົງ​ເລິກ​ການ​ຮ່ວມ​ມື​ດ້ານ​ປະ​ຕິ​ບັດ​ກົດ​ໝາຍ ແລະ ປ້ອງ​ກັນ​ຄວາມ​ປອດ​ໄພ​ຕາມ​ລຳ​ແມ່​ນ້ຳ​ຂອງ; ເພີ່ມ​ທະ​ວີ​ການ​ແລກ​ປ່ຽນ​ຂ່າວລັບ ແລະ ຮ່ວມ​ມື​ກັນ​ໃນ​ການ​ແກ້​ໄຂ​ຄະ​ດີ​ປາບ​ປາມ​ຢາ​ເສບ​ຕິດ, ສືບ​ຕໍ່​ຊຸກ​ຍູ້​ການ​ປາບ​ປາມ​ຢາ​ເສບ​ຕິດ​ຮ່ວມ ເພື່ອ​ສ້າງ "ທາງ​ເດີນ​ເຮືອ​ທີ່​ປອດ​ໄພ"; ສ້າງ​ ແລະ ປັບ​ປຸງກົນ​ໄກ​ຮ່ວມ​ມື​ປະ​ຕິ​ບັດ​ກົດ​ໝາຍ​ລະ​ຫວ່າງ​ຕຳຫຼວດ​ທ້ອງ​ຖິ່ນ​ຈີນ-ລາວ​ໃຫ້​ສົມ​ບູນ​ຂຶ້ນ.
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ