ລັດ​ຖະ​ມົນ​ຕີກ​ະ​​ຊວງ ປກ​ສ ຈີນ-ລາວ ພົບ​ປະ​ເຈ​ລະ​ຈາ​ກັນ
2018-05-15 16:29:25  cri 
ທ່ານ​ຈ້າວ​ເຄີ້​ຈື້ ທີ່​ປຶກ​ສາ​ແຫ່ງ​ລັດ ທັງ​ເປັນ​ລັດ​ຖະ​ມົນ​ຕີ​ກະ​ຊວງ​ປ້ອງ​ກັນ​ຄວາມ​ສະ​ຫງົບ​ຈີນ​ໄດ້​ພົບ​ປະ​ເຈ​ລະ​ຈາ​ກັບ​ທ່ານ​ສົມ​ແກ້ວ ສີ​ລາ​ວົງ ລັດ​ຖະ​ມົນ​ຕີ​ກະ​ຊວງ​ປ້ອງ​ກັນ​ຄວາມ​ສະ​ຫງົບ​ລາວ​ຢູ່​ນະ​ຄອນຫຼວງວຽງ​ຈັນ​ໃນ​ວັນ​ທີ 14 ພຶດ​ສະ​ພາ​ນີ້. ທ່ານ​ຈ້າວ​ເຄີ້​ຈື້​ກ່າວ​ວ່າ, ຈີນ​ຍິນ​ດີ​ຮ່ວມ​ກັບ​ຝ່າຍ​ລາວ, ລົງ​ເລິກ​ຜັນ​ຂະ​ຫຍາຍ​ຄວາມ​ເຫັນ​​ເປັນເອ​ກະ​ພາບ​ກັນ​ຂອງ​ຜູ້​ນຳ​ສອງ​ປະ​ເທດ, ເປີດກວ້າງ​ການ​ຮ່ວມ​ມື​ໃນ​ດ້ານ​ປົກ​ປັກ​ຮັກ​ສາ​ຄວາມ​ໝັ້ນ​ຄົງ​ແຫ່ງ​ຊາດ, ການ​ຕ້ານ​ການ​ກໍ່​ການ​ຮ້າຍ, ການ​ປາບ​ປາມ​ຢາ​ເສບ​ຕິດ ແລະ ອື່ນໆ​ລະ​ຫວ່າງ​ສອງ​ຝ່າຍ, ປັບ​ປຸງ​ກົນ​ໄກ​ຮ່ວມ​ມື​ວຽກ​ງານ​ຕຳຫຼວດ​ທ້ອງ​ຖິ່ນ​ລະ​ຫວ່າງ​ສອງ​ປະ​ເທດ, ຍົກ​ລະ​ດັບ​ການ​ຮ່ວມ​ມື​ຕົວ​ຈິງ​ຢ່າງ​ບໍ່​ຢຸດ​ຢັ້ງ, ຮ່ວມ​ກັນ​ສ້າງ​ຄູ່​ຮ່ວມ​ຊາ​ຕາ​ກຳ​ດ້ານ​ປະ​ຕິ​ບັດ​ກົດ​ໝາຍ​ລະ​ຫວ່າງ​ສອງ​ປະ​ເທດ​ຈີນ-ລາວ ແລະ ຊຸກ​ຍູ້​ການ​ພົວ​ພັນ​ຄູ່​ຮ່ວມ​ມື​ຍຸດ​ທະ​ສາດ​ຮອບ​ດ້ານ​ລະ​ຫວ່າງ​ສອງ​ປະ​ເທດ​​ໃຫ້ກ້າວ​ຂຶ້ນ​ສູ່​ລະ​ດັບ​ໃໝ່.

ທ່ານ​ສົມ​ແກ້ວ​ກ່າວ​ວ່າ, ລາວ​ຖະ​ໜຸ​ຖະ​ໜອມ​ມູນ​ເຊື້ອ​ມິດ​ຕະ​ພາບ​ລະ​ຫວ່າງ​ສອງ​ປະ​ເທດ, ​ຂໍ​ສະ​ແດງ​ຄວາມຂອບ​ໃຈ​ຈີນ​​ທີ່ສະ​ໜັບ​ສະ​ໜູນ ແລະ ຊ່ວຍ​ເຫຼືອ​ລາວ​ມາ​ໂດຍ​ຕະຫຼອດ, ຍິນ​ດີ​ຜັນ​ຂະ​ຫຍາຍ​ຄວາມ​ເຫັນ​ເປັນ​ເອກ​ະ​ພາບ​ກັນ​ລະ​ຫວ່າງ​ຜູ້​ນຳ​ສອງ​ພັກ​ສອງ​ລັດ​ຢ່າງ​ແທ້​ຈິງ, ເພີ່ມ​ທະ​ວີ​ການ​ຮ່ວມ​ມື​ຕົວ​ຈິງ​ໃນ​ຂົງ​ເຂດ​ປະ​ຕິ​ບັດ​ກົດ​ໝາຍ ແລະ ປ້ອງ​ກັນ​ຄວາມ​ສະ​ຫງົບ​ລະ​ຫວ່າງ​ສອງ​ປະ​ເທດ ແລະ ປົກ​ປັກ​ຮັກ​ສາ​ຄວາມ​ໝັ້ນ​ຄົງ ແລະ ສະ​ຖຽນ​ລະ​ພາບ​ຂອງ​ສອງ​ປະ​ເທດ.

ພາຍຫຼັງ​ການ​ພົບ​ປ​ະ​ກັນ​ແລ້ວ, ສອງ​ຝ່າຍ​ໄດ້​ລົງ​ນາມ​ໃນ​ເອ​ກະ​ສານ​ຮ່ວມ​ມື​ທີ່​ກ່ຽວ​ຂ້ອງ.
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ