ທ່ານ ສີ​ຈິ້ນ​ຜິງ ພົ​ບ​ປະ​ກັບ​ປະ​ທານ​​ຄະ​ນະ​ມົນ​ຕີ​ຂອງ​ເວ​ທີ​ປຶກ​ສາ​ຫາ​ລື​ອາ​ຊີ​ໂປ​ອາວ
2018-05-16 14:51:54  cri 
ວັນ​ທີ 15 ພຶດ​ສະ​ພາ​ນີ້ ຢູ່​ຫໍ​ສະ​ພາ​ປະ​ຊາ​ຊົນ​ທີ່​ປັກ​ກິ່ງ, ທ່າ​ນ ສີ​ຈິ້ນ​ຜິງ ປະ​ທານ​ປະ​ເທດ​ຈີນ​ໄດ້ຕ້ອນ​ຮັບ​ການ​ເຂົ້າ​ພົບ​ຂອງ​ທ່ານ ບານ​ກີ​ມູນ ປະ​ທານ​ຄະ​ນະມົນ​ຕີ​ຂອ​ງ​ເວ​ທີ​ປຶກ​ສາ​ຫາ​ລື​ອາ​ຊີ​ໂປ​ອາວ​.

ທ່ານ ສີ​ຈິ້ນ​ຜິງ ຊີ້​ວ່າ, ເວ​ທີ​ປຶກ​ສາ​ຫາ​ລື​ອາ​ຊີ​ໂປ​ອາວ​ສ້າງ​ຕັ້ງ​ຂຶ້ນ​ໃນ​ຕົ້ນ​ສະ​ຕະ​ວັດ​ນີ້ ໂດຍ​ມີ​ເປົ້າ​ໝາຍ​ໃຫ້​ບັນ​ດາປະ​ເທດ​ອາ​ຊີ​​ມີ​ຄວາມ​ເຂັ້ມ​ແຂງ​ຂຶ້ນ,ພ້ອມ​ກັນຮ່ວມ​ກັນ​ຮັບ​ມື​ກັບ​ສິ່ງ​ທ້າ​ທາຍ​ແລະ​ຍົກ​ສູງ​ອິດ​ທິ​ພົນ​ຂອງ​ອາ​ຊີ​ໃນ​ໂລກ. ໃນ​ຖາ​ນະ​ເປັນ​ປະ​ເທດ​ເຈົ້າ​ພາບ​ຈັດ​ເວ​ທີ​ປຶກ​ສາ​ຫາ​ລື, ຈີນ​ໄດ້​ສະ​ໜັບ​ສະ​ໜູນ​ວຽກ​ງານ​ຄະ​ນະ​ມົນ​ຕີ​ຂອ​ງ​ເວ​ທີ​ປຶກ​ສາ​ຫາ​ລື​​ມາ​ໂດຍ​ຕະ​ຫຼອດ, ສະ​ໜັບ​ສະ​ໜູນ​ການ​ຍົກ​ອິດ​ທິ​ພົນ​ໃຫ້​ສູງ​ຂຶ້​ນ​ຢ່າງ​ບໍ່​ຢຸດ​ຢັ້ງ.

ທ່ານ ສີ​ຈິ້ນ​ຜິງ ຊີ້​ວ່າ, ປະ​ຕູ​ຂອງ​ຈີນ​ຈະ​ບໍ່​ປິດ,ມີ​ແຕ່​ນັບ​ມື້​ນັບ​ເປີດກວ້າງອອກ. ພວກ​ຂ້າ​ພະ​ເຈົ້າ​​ເດັດ​ດ່ຽວ​ສະ​ໜັບ​ສະ​ໜູນ​ລັດ​ທິ​ຫຼາຍ​ຝ່າຍ,ປົກ​ປັກ​ຮັກ​ສາ​ໂຄງ​ປະ​ກອບ​ການ​ຄ້າ​ຫຼາຍ​ຝ່າຍ,ສ້າງ​ເສດ​ຖະ​ກິດ​ໂລກ​ແບບ​ເປີດ​ປະ​ຕູ,ສຸມ​ໃສ່​ຊຸກ​ຍູ້​ເສດ​ຖະ​ກິດ​ໂລ​ກາ​ພິ​ວັດ​ໃຫ້​ພັດ​ທະ​ນາ​ໄປ​ຕາມ​ທິດ​ທີ່​ຍິ່ງ​ເປີດ​ປະ​ຕູ,ກວມ​ລວມ,ຕ່າງ​ຝ່າຍ​ຕ່າງ​ມີ​ຜົນ​ປະ​ໂຫຍດ ແລະ ມີ​ຄວາມ​ດຸ່ນ​ດ່ຽງ​.

ທ່ານ ບານ​ກີ​ມູນ ກ່າວ​ວ່າ, ຂໍ​ສະ​ແດງ​ຄວາມ​ຂອບ​ໃຈ​ຕໍ່​ລັດ​ຖະ​ບານ​ຈີນ​ທີ່​ໃຫ້​ການ​ສະ​ໜັບ​ສະ​ໜູນ​ແກ່​ເວ​ທີ​ປຶກ​ສາ​ຫາ​ລື​ອາ​ຊີ​ໂປ​ອາວ​ຢ່າງ​ແຂງ​ແຮງ. ພາຍ​ໃຕ້​ສະ​ຖາ​ນະ​ການ​ໃນ​ປັດ​ຈຸ​ບັນ, ເວ​ທີ​ປຶກ​ສາ​ຫາ​ລື​ອາ​ຊີ​ໂປ​ອາວຄວນ​ສົ່ງ​ສັນ​ຍານ​ທີ່​ຈະ​ແຈ້ງ​ໃນ​ການ​ສະ​ໜັບ​ສະ​ໜູນ​ໂລ​ກາ​ພິ​ວັດ,ສະ​ໜັບ​ສະ​ໜູນ​ການ​ຄ້າ​ເສ​ລີ, ຄວນນຳ​ໃຊ້​ຂໍ້​ລິ​ເລີ່ມ "ໜຶ່ງ​ແລວ​ໜຶ່ງ​ເສັ້ນ​ທາງ" ຂອງ​ຈີນ​ຢ່າງ​ເຕັມ​ສ່ວນ, ຊຸກ​ຍູ້​ໃຫ້​ຮັກ​ສາ​ການ​ເປີດ​ປະ​ຕູ​ແລະ​ການ​ປະ​ດິດ​ສ້າງ​ໃໝ່​ຂອງ​ອາ​ຊີ, ​ເພື່ອບັນ​ລຸ​ການ​ພັດ​ທະ​ນາ​ທີ່​ດີກວ່າ​ເກົ່າ.
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ