ຈັດເວທີສົນທະນາການຮ່ວມມືດ້ານການທ່ອງທ່ຽວລາວ-ຈີນ
2018-05-16 14:20:51  cri 

 

ວັນທີ  15 ພຶດສະພາ 2018 ນີ້, ກະຊວງຖະແຫຼງຂ່າວ, ວັດທະນະທໍາ ແລະ ທ່ອງທ່ຽວລາວ ຮ່ວມກັບ ກະຊວງວັດທະນະທໍາ ແລະ ທ່ອງທ່ຽວ ສປ. ຈີນ, ໄດ້ຈັດເວທີສົນທະນາການຮ່ວມມືດ້ານການທ່ອງທ່ຽວລາວ-ຈີນຂຶ້ນ ທີ່ນະຄອນຫຼວງວຽງຈັນ ໂດຍການເປັນກຽດເຂົ້າຮ່ວມຂອງທ່ານ ບໍ່ແສງຄໍາ ວົງດາລາ ລັດຖະມົນຕີກະຊວງ ຖະແຫຼງຂ່າວ, ວັດທະນະທໍາ ແລະ ທ່ອງທ່ຽວ, ທ່ານ ຕູ້ ຈ່ຽງ ຜູ້​ຕາງ​ໜ້າ​ຈາກກະຊວງວັດທະນະທໍາ ແລະ ທ່ອງທ່ຽວ ສປ. ຈີນແລະ ທ່ານ ຫວັງ ເຫວີນທ່ຽນ ເອກອັກຄະລັດຖະທູດ ສປ. ຈີນ ປະຈໍາ ສປປ.ລາວ, ພ້ອມດ້ວຍບໍລິສັດການທ່ອງທ່ຽວແລະພາກສ່ວນ ກ່ຽວຂ້ອງສອງຝ່າຍ 300 ກວ່າທ່ານເຂົ້າຮ່ວມ.

ໃນໂອກາດນີ້, ທ່ານ ບໍ່ແສງຄໍາ ວົງດາລາ ລັດຖະມົນຕີ ກະຊວງ ຖວທ ກ່າວວ່າ: ການຮ່ວມມືດ້ານການທ່ອງທ່ຽວ ລາວ-ຈີນ ໄດ້ມີທ່າຂະຫຍາຍຕົວນັບມື້ນັບແຂງແຮງຍິ່ງຂຶ້ນ, ມີເສັ້ນທາງເຊື່ອມຈອດກັນທັງທາງບົກ ແລະ ທາງອາກາດ ອໍານວຍຄວາມສະດວກໃຫ້ແກ່ປະຊາຊົນສອງຊາດ. ພິເສດປີນີ້ລາວຍັງໄດ້ເປີດປີທ່ອງທ່ຽວລາວ 2018 ຂຶ້ນເພື່ອສົ່ງເສີມ ການທ່ອງທ່ຽວຂອງລາວ ໃຫ້ມີຄວາມພົ້ນເດັ່ນ ໂດຍຈັດໃຫ້ມີຫຼາກຫຼາຍຮູບແບບກິດຈະກໍາໃນທົ່ວປະເທດ ເພື່ອຮອງຮັບ ນັກທ່ອງທ່ຽວຈາກພາຍໃນ ແລະ ຕ່າງປະເທດ,ລວມທັງນັກທ່ອງທ່ຽວຈີນມາທ່ຽວລາວ ໃຫ້ຫຼາຍ ຂຶ້ນ. ພິເສດ ກະຊວງ ຖວທ ໄດ້ສົມທົບກັບກະຊວງວັດທະນະທໍາ ແລະ ທ່ອງທ່ຽວ ສປ. ຈີນ ເພື່ອພິຈາລະນາຄວາມອາດ ສາມາດເປີດ ປີທ່ອງທ່ຽວລາວ-ຈີນໃນປີ 2019 ເຊິ່ງຈະນຳເອົາຜົນປະໂຫຍດຢ່າງຫຼວງຫຼາຍມາສູ່ອຸດສາຫະກຳ ການທ່ອງທ່ຽວຂອງ 2 ປະເທດ.


ທ່ານ ຕູ້ ຈ່ຽງ ກ່າວວ່າ: ພາຍໃຕ້ການຊີ້ນຳນຳພາຂອງການນຳສອງປະເທດ, ສາຍພົວພັນຄູ່ຮ່ວມມືຍຸດທະສາດ ຮອບດ້ານລະຫວ່າງຈີນ-ລາວໄດ້ກ້າວສູ່ຍຸກໃໝ່ຂະນະທີ່ການແລກປ່ຽນດ້ານວັດທະນະທຳແລະການທ່ອງທ່ຽວ ລະຫວ່າງ ສອງປະເທດກໍໄດ້ຮັບໂອກາດໃໝ່ເຊັ່ນກັນ. ຈຸດປະສົງການຈັດກິດຈະກຳຄັ້ງນີ້ ເພື່ອຈັດຕັ້ງປະຕິບັດຄວາມເຫັນເປັນ ເອກະພາບ ກັນຂອງການນຳສອງປະເທດຮ່ວມກັນສົ່ງເສີມຂະແໜງການທ່ອງທ່ຽວຂອງສອງປະເທດ ໃຫ້ໄດ້ຮັ

ບ ພັດທະນາຢ່າງປອດໃສແລະຍືນຍົງ ສືບຕໍ່ເປີດກວ້າງການແລກປ່ຽນດ້ານການທ່ອງທ່ຽວ ເພື່ອເຮັດໃຫ້ການຮ່ວມມືໃນຂົງເຂດ ດັ່ງກ່າວມີໝາກຜົນອຸດົມສົມບູນກວ່າເກົ່າ.

ສະຖິຕິຈາກອົງການທີ່ກ່ຽວຂ້ອງຂອງສອງປະເທດຊີ້ໃຫ້ເຫັນວ່າ, ນັກທ່ອງທ່ຽວຈີນແລະລາວມີເກືອບ 1 ລ້ານເທື່ອ ຄົນທ່ອງທ່ຽວໃນປະເທດຂອງກັນແລະກັນ ຈາກນີ້ຈຶ່ງເຮັດໃຫ້ຈີນກາຍເປັນປະເທດອັນດັບ 3 ທີ່ມີນັກທ່ອງທ່ຽວໄປທ່ຽວ ລາວຫຼາຍກວ່າໝູ່.

ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ