ມຽນມາ​ໂຄສະນາ​ເພື່ອ​ຮ້ອງ​ຂໍ​ບາ​ກັນ​ເປັນ​ມໍລະດົກ​ວັດທະນະທຳ​ໂລກ
2018-05-17 16:44:12  cri 

​ເມືອງ​ບາ​ກັນ ປະ​ເທດ​ມຽນມາ​ຖືກ​ຂະໜານ​ນາມ​ວ່າ​ເປັນ "​ເມືອງ​ແຫ່ງ​ໝື່ນພະທາດ" ​ແມ່ນ​ມໍລະດົກ​ວັດທະນະທຳ​ປະຫວັດສາດ​ທີ່​ລ້ຳ​ຄ່າ​ຂອງ​ມຽນມາ. ​ເພື່ອ​​ໃຫ້ການ​ຮ້ອງ​ຂໍ​ເມືອງ​ບາ​ກັນ​ເປັນ​ມໍລະດົກ​ວັດທະນະທຳ​ໂລກ​ຢ່າງ​ປະສົບ​ຜົນສຳ​ເລັດ​ໃນ​ປີ 2019 ​ເມື່ອ​ບໍ່​ດົນ​ມາ​ນີ້, ຫໍພິພິທະ​ພັນ​​ແຫ່ງ​ຊາດ​ມຽນມາ​ ຢູ່​ນະຄອນ​ຢາງ​ກຸ້ງ ຈຶ່ງ​ໄດ້​ຈັດ​ງານ​ວາງສະ​ແດງ​ຮູບ​ຖ່າຍ​ທີ່ມີ​ຫົວ​ຂໍ້​ວ່າ "ບາ​ກັນ​ໃນ​ດວງ​ໃຈ​ຂອງ​ຂ້ອຍ".

​ໃນ​ງານວາງ​ສະ​ແດງດັ່ງກ່າວ​ມີຮູ​ບຖ່າຍ 200 ກວ່າຮູບ ​ໂດຍ​ກວມ​ເອົາ​ເນື້ອ​ໃນຫຼາຍດ້ານ ​ເຊັ່ນ ທິວ​ທັດ​ທຳ​ມະ​ຊາດ, ສິລະ​ປະການ​ສ້າງ​ພະທາດ ​ແລະ ຮີດຄອງ​ປະ​ເພນີ-ວັດທະນະທຳ​ດັ້ງ​ເດີມ ຂອງ​ເມືອງ​ບາ​ກັນ ນອກ​ນີ້, ຍັງ​ສະ​ແດງ​ໃຫ້​ເຫັນ​ເຖິງ​ກຳມະ​ວິທີຫຼາຍຂັ້ນຕອນ​ໃນການ​ສ້າງພະທາດ​ທີ່​ຍອດ​ຢ້ຽມ ​ແລະ ຮູບ​ແຕ້ມ​ຝາ​ຜະໜັງ​ທີ່​ງາມ​ປານີດ​​ໃນ​ພະທາດ​ຕ່າງໆ ​ໂດຍ​ຜ່ານ​ວີ​ດີ​ໂອ ​ແລະ ​ເຕັກ​ໂນ​ໂລ​ຊີ VR .

ມຽນມາ​ເຄີຍ​ຮ້ອງ​​ເອົາເມືອງ​ບາ​ກັນ​ເປັນ​ມໍລະດົກ​​ວັດທະນະທຳໂລກ​ໃນ​ປີ 1995 ​ແຕ່​ບໍ່​ປະສົບ​ຜົນສຳ​ເລັດ. ຫຼັງຈາກ​ໄດ້​ກະກຽມ​ມາ​ເປັນ​ເວລາ 10 ກວ່າປີ​ ດັ່ງນັ້ນ, ປີ​ນີ້ມຽນມາຈຶ່ງ​ຮ້ອງ​ຂໍ​ອີກ​ເທື່ອ​ໜຶ່ງ.

ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ