ພາກ​ຕາ​ເວັນ​ຕົກ​ອິນ​ໂດ​ເນ​ເຊຍ​​ເກີດ​​​ແຜ່​ນດິນ​ໄຫວ​ລະດັບ 6,1 ​ລິກ​ເຕີ
2018-05-17 16:39:36  cri 
ວັນ​ທີ 16 ພຶດສະພາ​ນີ້, ຢູ່​​ແຂວງ​ປາ​ປົ​ວພາກ​ຕ​າ​ເວັນ​ອອກປະ​ເທດ​ອິນ​​ໂດ​ເນ​ເຊຍ​ໄດ້​ເກີດ​ແຜ່ນດິນ​ໄຫວ​ລະດັບ 6,1 ລິກ​ເຕີ​, ປັດຈຸບັນ​ນີ້, ຍັງ​ບໍ່ທັນ​ມີ​ການ​ລາຍ​ງານ​ວ່າ​ມີ​ຜູ້​ເສຍ​ຊີວິດ ​​ຫຼື ບາດ​ເຈັບ ​ແລະ​ມີ​ຄວາມ​ເສຍ​ຫາຍ​ທາງ​ຊັບ​ສິນ​ເທື່ອ.

ຕາມ​ຂໍ້​ມູນ​ຈາກ​ເວັບ​ໄຊ​ກົມອຸຕຸນິຍົມ, ອາກາດ ​ແລະຟີ​ຊິກ​ໜ່ວຍ​ໂລກອິນ​​ໂດ​ເນ​ເຊຍ, ​ແຜນ​ດິນ​ໄຫວ​ໄດ້​ເກີດ​ຢູ່​ນະຄ​ອນຫຼວງຈາ​ກາ​ຕາ​ໃ​ນ​ເວລ​າ 9 ​ໂມງ 12 ນາທີ​ຕາມ​​ເວລາ​ທ້ອງ​ຖິ່ນ, ຈຸດ​ເກີດແຜ່ນດິນ​ໄຫວຫ່າງ​ຈາກ​ເມືອງ​ໂທ​ລີ​ຄາ​ລາ​ ​ແຂວງ​ປາ​ປົວໄປ​ທາງ​ຕາ​ເວັນ​ອອກສຽງ​ໃຕ້ 32 ກິ​ໂລ​ແມັດ ​ແລະຫ່າງ​​ໄກ​ຈາກ​ນະຄອນຈາ​ຢາ​ປູຣາ​ເທສະ​ບານ​ແຂວງປະມານ 273,5 ກິ​ໂລ​ແມັດ, ​ແລະຈຸດ​ສູນ​ກາງແຜ່ນດິນ​ໄຫວ​ເລິກ​ລົງ​ໃຕ້​ດິນ 111 ກິ​ໂລ​ແມັດ.
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ