ກອງ​ປ​ະ​ຊຸມ​ສົນ​ທະ​ນາ​ການ​ຮ່ວມ​ມື​ທຸ​ລະ​ກິດ​ເອ​ເລັກ​ໂຕຼນິກ "ໜຶ່ງ​ແລວ​ໜຶ່ງ​ເສັ້ນ​ທາງ" ຈີນ-ອາ​ຊຽນ​ຈັດ​ຂຶ້ນ​ຢູ່​ອິນ​ໂດ​ເນ​ເຊຍ
2018-05-17 10:50:24  cri 
ກອງ​ປ​ະ​ຊຸມ​ສົນ​ທະ​ນາ​ການ​ຮ່ວມ​ມື​ທຸ​ລະ​ກິດ​ເອ​ເລັກ​ໂຕຼນິກ "ໜຶ່ງ​ແລວ​ໜຶ່ງ​ເສັ້ນ​ທາງ" ຈີນ-ອາ​ຊຽນ​ຈັດ​ຂຶ້ນ​ຢູ່ນະ​ຄອນຫຼວງ​ຈາ​ກາ​ຕາ​ປະ​ເທດ​ອິນ​ໂດ​ເນ​ເຊຍ​ໃນ​ວັນ​ທີ 16 ພຶດ​ສະ​ພາ​ນີ້.

ກອງ​ປະ​ຊຸມ​ໄດ້​ປິ່ນອ້ອມ​ຫົວ​ຂໍ້​ຮ່ວມ​ມື "ໜຶ່ງ​ແລວ​ໜຶ່ງ​ເສັ້ນ​ທາງ", ສຸມ​ໃສ່​ສະ​ພາບ​ການ​ພັດ​ທະ​ນາ​ປັດ​ຈຸ​ບັນ, ທ່ວງ​ທ່າ​ໃນ​ອະ​ນາ​ຄົດ ແລະ ໂອ​ກາດ​ການ​ຮ່ວມ​ມື​ຂອງ​ທຸ​ລະ​ກິດ​ເອ​ເລັກ​ໂຕຼນິກ​ຈີນ ແລະ ອາ​ຊຽນ, ໄດ້​ດຳ​ເນີນ​ການ​ແລກ​ປ່ຽນ​ໂຄງ​ການ​ລະ​ຫວ່າງ​ນັກ​ທຸ​ລະ​ກິດ​ຈີນ-ອາ​ຊຽນ ແລະ ແລກ​ປ່ຽນ​ສື່ມວນ​ຊົນ​ທີ່​ມີ​ຫົວ​ຂໍ້​ວ່າ "ອິນ​ເຕີ​ເນັດກັບ​ຈີນ, ອາ​ຊຽນ​ກັບ​ອະ​ນາ​ຄົດ".

ທ່ານ​ຮວງ​ຊີ​ລຽນ ເອກ​ອັກ​ຄະ​ລັດ​ຖະ​ທູດ​ຈີນ​ປະ​ຈຳ​ອາ​ຊຽນ​ກ່າວ​ວ່າ, ການ​ຈັດ​ກອງ​ປະ​ຊຸມ​ຄັ້ງ​ນີ້​ໄດ້​ເຂົ້າ​ກັບ​ຫົວ​ຂໍ້​ "ຄວາມ​ອົດ​ທົນ​ໜຽວ​ແໜ້ນ​ກັບ​ການ​ປະ​ດິດ​ສ້າງ​ໃໝ່" ຂອງ​ອາ​ຊຽນ​ໃນ​ປີ​ນີ້​ເປັນ​ຢ່າງ​ດີ ແລະ ຈີນ​ຍິນ​ດີ​ພະ​ຍາ​ຍາມ​ຮ່ວມ​ກັບ​ອາ​ຊຽນ ເພື່ອ​ຊຸກ​ຍູ້​ໃຫ້​ການ​ຮ່ວມ​ມື​ໃນ​ຂົງ​ເຂດ​ປະ​ດິດ​ສ້າງ​ໃໝ່​ຕ່າງໆ ເຊິ່ງ​ລວມ​ທັງ​ທຸ​ລະ​ກິດ​ເອ​ເລັກ​ໂຕຼນິກ​ພັດ​ທ​ະ​ນາ​ຢ່າ​ງວ່ອງ​ໄວ​ຕໍ່​ໄປ.
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ