ນັບແຕ່​ວັນ​ທີ 1 ມິ​ຖຸ​ນາ​ໜ້າ​ນີ້​ເປັນ​ຕົ້ນ​ໄປ ມາ​ເລ​ເຊຍ​ຈະ​ຢຸດ​ການ​ເກັບ​ພາ​ສີ​ບໍ​ລິ​ໂພກ
2018-05-18 11:30:25  cri 
​ໜັງ​ສື​ພິມ​ລຽນ​ເຮີ​ຈາວ​ປ້າວ​ຂອງ​ສິງ​ກະ​ໂປ​ລາຍ​ງານ​ວ່າ, ທ່ານ ມາ​ຮາ​ເທຍ ບິນ ໂມ​ຮາ​ມັດ ນາ​ຍົກ​ລັດ​ຖະ​ມົນ​ຕີ​​ມາ​ເລ​ເຊຍ​ກ່າວ​ວ່າ, ລັດ​ຖະ​ບານ​ມາ​ເລ​ເຊຍ​ຈະ​ປະ​ຕິ​ບັດ​ຕາມຄຳ​ໝັ້ນ​ສັນ​ຍາ​ທີ່ຈະ​ຍົກ​ເລີກ​ພາ​ສີ​ບໍ​ລິ​ໂພກ​​ທີ່​ຕົນ​ເຄີຍ​ກ່າວ​ໃນ​ເວ​ລາ​ເຂົ້າ​ຮ່ວມ​ການ​ແຂ່ງ​ຂັນ​ເລືອກ​ຕັ້ງ​ນາ​ຍົກ​ລັດ​ຖະ​ມົນ​ຕີ,ພ້ອມ​ທັງ​ຈະ​ສົ່ງ​ຄ່າ​ພາ​ສີ​ທີ່​ເກັບ​ຢ່າງ​ບໍ່​ຖືກ​ຕ້ອງ​ຕາມ​ກົດ​ໝາຍ​ນັ້ນ​ໃຫ້​ຮ້ານ​ຄ້າຄືນ. ຈາກ​ນັ້ນ, ກະ​ຊວງ​ການ​ເງິນ​ມາ​ເລ​ເຊຍ​ໄດ້​ອອກ​ຖະ​ແຫຼງ​ການ​ວ່າ,ມາດ​ຕະ​ການ​ດັ່ງ​ກ່າວ​ເໝາະ​​ສົມໃຊ້​ກັບ​ສິນ​ຄ້າ​ແລະ​ການ​ບໍ​ລິ​ການ​ນຳ​ເຂົ້າ​ແລະ​ທ້ອງ​ຖິ່ນ,ແຕ່​ບໍ່​ລວມ​ທັງ​ສິນ​ຄ້າ​ແລະ​ການ​ບໍ​ລິ​ການ​ທີ່​ໄດ້​ຮັບ​ການ​ຍົກ​ເລີກ​ພາ​ສີ​ບໍ​ລິ​ໂພກ.

ກະ​ຊວງ​ການ​ເງິນ​ມາ​ເລ​ເຊຍ​ກ່າວ​ວ່າ, ​ນັບແຕ່​ວັນ​ທີ 1 ມິ​ຖຸ​ນາ​ໜ້າ​ນີ້​ເປັນ​ຕົ້ນ​ໄປ, ຮ້ານ​ຄ້າ​ທີ່​ໄດ້​ຈົດ​ທະ​ບຽນ​ພາ​ສີ​ບໍ​ລິ​ໂພກ​ທັງ​ໝົດ​ລ້ວນ​ແຕ່​ຈະ​ຕ້ອງ​ເຄົາ​ລົບ​ແລະ​ປະ​ຕິ​ບັດ​ຕາມ​​ນະ​ໂຍ​ບາຍອັດ​ຕາ​ພາ​ສີ​ບໍ​ລິ​ໂພກ​ໃໝ່ 0%. ມາ​ເລ​ເຊຍ​ໄດ້​ປະ​ຕິ​ບັດ​ນະ​ໂຍ​ບາຍ​ພາ​ສີ​ບໍ​ລິ​ໂພກ​ໃນ​ວັນ​ທີ 1 ເມ​ສາ​ປີ 2015 ເຊິ່ງອັດ​ຕາ​ພາ​ສີ​ແມ່ນ 6%.
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ