ກອງ​ປະ​ຊຸມ​ເວ​ທີ​ປຶກ​ສາ​ຫາ​ລື​ວ່າ​ດ້ວຍ​ການ​ຮ່ວມ​ມື​ຂະ​ແໜງ​ການ​ທ່ອງ​ທ່ຽວ​ຈີນ-ກຳ​ປູ​ເຈຍ​ຄັ້ງ​ທຳ​ອິດ​ຈັດ​ຂຶ້ນ​ຢູ່​ນະ​ຄອນຫຼວງ​ພະ​ນົມ​ເປັນ
2018-05-18 10:39:12  cri 
ກອງ​ປະ​ຊຸມ​ເວ​ທີ​ປຶກ​ສາ​ຫາ​ລື​ວ່າ​ດ້ວຍ​ການ​ຮ່ວມ​ມື​ຂະ​ແໜງ​ການ​ທ່ອງ​ທ່ຽວ​ຈີນ-ກຳ​ປູ​ເຈຍ​ຄັ້ງ​ທຳ​ອິດ​ພາຍ​ໃຕ້​ຫົວ​ຂໍ້​ "ກຳ​ໂອ​ກາດ​ພັດ​ທະ​ນາ​ການ​ທ່ອງ​ທ່ຽວ​ເສັ້ນ​ທາງ​ສາຍ​​ໄໝ" ຈັດ​ຂຶ້ນ​ຢູ່​ນະ​ຄອນຫຼວງ​ພະ​ນົມ​ເປັນປະ​ເທດ​ກຳ​ປູ​ເຈຍ​ໃນ​ວັນ​ທີ 17 ພຶດ​ສະ​ພາ​ນີ້.

ທ່ານ​ທອງ​ຄົນ ລັດ​ຖະ​ມົນ​ຕີ​ກະ​ຊວງ​ທ່ອງ​ທ່ຽວ​ກຳ​ປູ​ເຈຍ​ກ່າວ​​ໃນ​ພິ​ທີ​ເປີດກອງ​ປະ​ຊຸມ​ວ່າ, ປີ 2017, ກຳ​ປູ​ເຈຍ​ໄດ້​ຕ້ອ​ນ​ຮັບ​ນັກ​ທ່ອງ​ທ່ຽວ​ຕ່າງ​ປະ​ເທດ 5 ລ້ານ 6 ແສນ​ເທື່ອ​ຄົນ ແລະ ເພີ່ມ​ຂຶ້ນຫຼາຍກວ່າ​ປີ​ກ່ອນ 11,8%, ​ສ້າງ​ລາຍ​ຮັບ​ໄດ້ 3 ຕື້ 400 ລ້ານ​ໂດ​ລາ​ສະ​ຫະ​ລັດ ແລະ ສ້າງ​ໂອ​ກາດ​ປະ​ກອບ​ອາ​ຊີບ​ໂດຍ​ກົງໃຫ້​ແກ່ 6 ແສນ 2 ໝື່ນ​ຄົນ. ທ່ານ​ກ່າວ​ຕື່ມ​ວ່າ, ກຳ​ປູ​ເຈຍ​ຍິນ​ດີ​ກຳ​ໂອ​ກາດ​ສ້າງ "ໜຶ່ງ​ແລວ​ໜຶ່ງ​ເສັ້ນ​ທາງ", ເນັ້ນ​ໃສ່​ບຸກ​ເບີກ​ຕະຫຼາດ​ແຫຼ່ງ​ນັກ​ທ່ອງ​ທ່ຽວ​ຈີນ ແລະ ເພີ່ມ​ທະ​ວີ​ການ​ຮ່ວມ​ມື​ດ້ານ​ການ​ທ່ອງ​ທ່ຽວ​ກຳ​ປູ​ເຈຍ-ຈີນ.

ໃນ​ກອງ​ປະ​ຊຸມ​ຄັ້ງ​ນີ້, ສອງ​ຝ່າຍ​ໄດ້​ລົງ​ເລິກ​ແລກ​ປ່ຽນ​ຄວາມ​ເຫັນ​​ກ່ຽວ​ກັບ​ຫົວ​ຂໍ້​ຕ່າງໆ ເຊັ່ນ: ຊຸກ​ຍູ້​ໃຫ້​ການ​ທ່ອງ​ທ່ຽວ​ມີ​ຄວາມ​ສະ​ດວກ, ການ​ໂຄ​ສະ​ນາ​ເຜີຍ​ແຜ່​ການ​ທ່ອງ​ທ່ຽວ, ການ​ຝຶກ​ອົບ​ຮົມ​ຜູ້​ມີ​ຄວາມ​ຮູ້​ຄວາມ​ສາ​ມາດ, ການ​ວາງ​ແຜນ​ດ້ານ​ການ​ທ່ອງ​ທ່ຽວ, ການ​ລົງ​ທຶນ​ດ້ນນ​ການ​ທ່ອງ​ທ່ຽວ ແລະ ອື່ນໆ.
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ