ການແຂ່ງຂັນເວົ້າພາສາຈີນ "ຂົວພາສາຈີນ" ຂອງນັກສຶກສາມະຫາວິທະຍາໄລທົ່ວໂລກ ຄັ້ງທີ 17
2018-05-19 14:45:45  cri 

ໃນຕອນເຊົ້າວັນທີ 18 ພຶດສະພາ 2018 ນີ້ ຢູ່ທີ່ມະຫາວິທະຍາໄລແຫ່ງຊາດລາວ ໄດ້ຈັດການແຂ່ງຂັນເວົ້າພາສາຈີນເພື່ອຄັດເລືອກເອົານັກສຶກສາລາວເຂົ້າຮ່ວມການແຂ່ງຂັນ "ຂົວພາສາຈີນ" ສໍາລັບນັກສຶກສາມະຫາວິທະຍາໄລທົ່ວໂລກ ຄັ້ງທີ 17 ໂດຍແມ່ນສະຖານທູດ ສປ. ຈີນປະຈຳ ສປປ ລາວ ເປັນເຈົ້າພາບ ແລະ ມອບໃຫ້ພາກວິຊາພາສາຈີນ, ຄະນະອັກສອນສາດ, ມະຫາວິທະຍາໄລແຫ່ງຊາດລາວ ເປັນຜູ້ດຳເນີນການ, ເປັນກຽດເຂົ້າຮ່ວມໂດຍທ່ານ ນາງ ປອ ສົມຈັນ ບຸນພັນມີ ຮອງອະທິການບໍດີ ມະຫາວິທະ ຍາໄລແຫ່ງຊາດ, ທ່ານ ຫົງທອງ ຈັນທະວົງ ຮອງຫົວຫນ້າພະແນກກົມກິດຈະກຳນັກສຶກສາກະຊວງສຶກສາ ແລະ ກິລາ, ມີບັນດາຄູອາຈານ ແລະ ນັກສຶກສາ ຈາກຄະນະອັກສອນສາດ ພາກພາສາຈີນ ແລະ ສະຖາບັນຂົງຈື ພ້ອມດ້ວຍພາກສ່ວນທີ່ກ່ຽວຂ້ອງເຂົ້າຮ່ວມ.

ການແຂ່ງຂັນໃນຄັ້ງນີ້ ພາຍໃຕ້ຫົວຂໍ້ທີ່ວ່າ "ທົ່ວໂລກເປັນຄອບຄົວດຽວກັນ" ມີນັກສຶກສາທີ່ມາຈາກພາກວິຊາພາສາຈີນ ແລະ ສະຖາບັນຂົງຈື ທັງໝົດ 12 ຄົນເຂົ້າຮ່ວມ. ການແຂ່ງຂັນໃນຄັ້ງນີ້ໄດປະກອບດ້ວຍ 3 ຫົວຂໍ້ຄື: ການເວົ້າພາສາຈີນ, ການຕອບຄໍາຖາມຄວາມຮູ້ຮອບຕົວ ແລະ ການສະແດງຄວາມສາມາດ. ນັກສຶກສາທຸກຄົນໄດ້ສະແດງຄວາມມັກຮັກໃນພາສາຈີນ ແລະ ວັດທະນະທໍາຈີນ, ຜ່ານການແຂ່ງຂັນຢ່າງຟົດຟື້ນ, ໝາຍເລກ 10 ທ້າວ ບົວ​ພັນ ຢ່າ​ຈົງ​ຕູ້ ນັກສຶກສາທີ່ມາຈາກສະຖາບັນຂົງຈື, ມະຫາວິທະຍາໄລແຫ່ງຊາດລາວ ເປັນຜູ້ຊະນະເລີດໃນການແຂ່ງຂັນ​ເວົ້າ​ພາສາ​ຈີນ ຄັ້ງ​ທີ 17 ແລະ​ ຈະໄດ້​ເປັນ​ຕົວ​ແທນ​ຂອງ​ນັກ​ສຶກສາລາ​ວ ເຂົ້າຮ່ວມການແຂ່ງຂັນ "ຂົວພາສາຈີນ" ສໍາລັບນັກສຶກສາມະຫາວິທະຍາໄລທົ່ວໂລກ ຄັ້ງທີ 17 ທີ່ຈະຈັດຂຶ້ນຢູ່ ແຂວງ​ຫູ​ນານ ສປ. ຈີນ.


ທ່ານ ອາລຸນ ສີລັດຕະນະກຸນ ຄະນະບໍດີຄະນະອັກສອນສາດກ່າວວ່າ: ນັບແຕ່ປີ 2003 ພາສາຈີນໄດ້ເລີ່ມມີການຮຽນ-ການສອນ ໃນພາກວິຊາພາສາຈີນ ຄະນະອັກສອນສາດ ມະຫາວິທະຍາໄລແຫ່ງຊາດລາວ. ສຳລັບການສົ່ງຕົວແທນນັກສຶກສາລາວ ເຂົ້າຮ່ວມການແຂ່ງຂັນ ຂົວພາສາຈີນ ຂອງນັກສຶກສາ ມະຫາວິທະຍາໄລທົ່ວໂລກ ນັບແຕ່ປີ 2006 ເປັນຕົ້ນມາແມ່ນສາມາດຍາດໄດ້ອັບດັບທີ 3 ຂອງໂລກເຖິງສອງປີຊ້ອນ ຄືປີ 2007 ແລະ 2008. ປີ 2010 ແລະ 2017 ໄດ້ເຂົ້າຮອບທີ 3 ເຊຶ່ງແຕ່ລະປີມີນັກສຶກສາເຂົ້າຮ່ວມການແຂ່ງຂັນ ຮ້ອຍກວ່າຄົນ ຈາກແປດສິບ ກວ່າປະເທດໃນທົ່ວໂລກ.


ທ່ານ ຫົງຈຽງ ຫົວໜ້າພະແນກການເມືອງສະຖານທູດ ສປ. ຈີນ ປະຈຳ ສປປ ລາວ ກ່າວວ່າ: ການແຂ່ງຂັນຂົວພາສາຈີນ ຄັ້ງທຳອິດແມ່ນໄດ້ຈັດຂຶ້ນໃນປີ 2002 ແລະໃນປີນີ້ຈະຈັດຂຶ້ນເປັນຄັ້ງທີ 17 ແລ້ວ ແລະໄລຍະໄດ້ມີນັກສຶກສາທີ່ດີເດັ່ນ 5000 ກວ່າຄົນຖືກຄັດເລືອກເຂົ້າຮ່ວມການແຂ່ງຂັນຮອບຊີງຊະນະເລີດຢູ່ຈີນ. ການແຂ່ງຂັນຂົວພາສາຈີນ ໄດ້ກາຍເປັນຂົວຕໍ່ແຫ່ງວັດທະນະທຳ, ໄມຕີຈິດມິດຕະພາບ ແລະ ຄວາມຮັກແພງ ລະຫວ່າງຊາວໜຸ່ມຈີນກັບບັນດາປະເທດທົ່ວໂລກ ໃນການແລກປ່ຽນພາສາ ແລະ ວັດທະນະທຳ. ຫວັງວ່າຈະມີຊາວໜຸ່ມຂອງ ສປປ.ລາວ ນັບມື້ນັບຫຼາຍມາຮຽນພາສາຈີນ, ຊອກຮູ້ພາສາຈີນ, ຊອກຮູ້ປະຫວັດສາດ ແລະ ວັດທະນະທຳຈີນ ເພື່ອເປັນຜູ້ສົ່ງເສີມ ຜູ້ປົກປັກຮັກສາ ແລະ ຜູ້ສືບທອດໄມຕີຈິດມິດຕະພາບລາວ-ຈີນ.

ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ