ທູດ​ປະ​ເທດ​ອາ​ຊຽນ​ຕີ​ລາ​ຄາ​ສູງ​ຕໍ່​ກິດ​ຈະ​ກຳທັດ​ສະ​ນະ​ສຶກ​ສາ​ຢູ່​ຈີນ​ຂອງ​ເຍົາ​ວະ​ຊົນ 7 ປະ​ເທດ
2018-05-19 15:30:22  cri 

ຕາມ​ຂ່າວCRI: ວັນ​ທີ 18 ພຶດ​ສະ​ພາ​ນີ້, ​ເຍົາ​ວະ​ຊົນ 28 ຄົນ​ທີ່​ເຂົ້າ​ຮ່ວມ​ກິດ​ຈະ​ກຳ​ເຍົາວະ​ຊົນ 7 ປະ​ເທດ​​ທັດ​ສະ​ນະ​ສຶກ​ສາ​ຢູ່​ຈີນ ທີ່​ມີ​ຊື່​ວ່າ "ໜຶ່ງ​ແລວໜຶ່ງ​ເສັ້ນ​ທາງ·ເຊື່ອມ​ສຳ​ພັນ​ທາງ​ຈິດ​ໃຈ​ຂອງ​ປະ​ຊະ​ຊົນ​"ນັ້ນ​ໄດ້​​ເດີນ​ທາງຮອດ​ໂຮງ​ຮຽນ​ຊິ່ນ​ຢີ່ງ​​ໃສປັກ​ກິ່ງ ເພື່ອ​ເຂົ້າ​ຮ່ວມ ​ເວ​ທີ​ປຶກ​ສາ​ຫາ​ລື​​ການ​ຈັບ​ມື​ກັນ​ລະ​ຫວ່າງເຍົາ​ວະ​ຊົນ​ຈີນ -ຕ່າງ​ປະ​ເທດ​ ກໍ່​ຄື​ກິດ​ຈະ​ກຳໃຫ້​ໂລກ​ຮັບ​ຟັງ​ສຽງ​​ຈ​າກເດັກ​ນ້ອຍ​. ທູດ​ຕາ​ນຸ​ທູດ​ບາງ​ປະ​ເທດ​ອາ​ຊຽນ​ທີ່​ເຂົ້າ​ຮ່ວມ​ກິດ​ຈະ​ກຳ​ໄດ້​ໃຫ້​ສຳ​ພາດ​ຕໍ່​ນັກ​ຂ່າວCRI ແລະ ໄດ້​ຕີ​ລາ​ຄາ​ສູງ​ຕໍ່​ກິດ​ຈະ​ກຳ​ເທື່ອ​ນີ້.

ກິດ​ຈະ​ກຳເທື່ອ​ນີ້​ແມ່ນ​ຈັດ​ຂຶ້ນ​ໂດຍ​ສະ​ມາ​ຄົມ​ການ​ກຸ​ສົນ​ແຫ່ງ​ຊາດ​ຈີນ ໂດຍນັກ​ຮຽນ 28 ຄົນ​ທີ່​ມາ​ຈາກ 7 ປະ​ເທດ ຄື, ຈີນ, ຫວຽດ​ນາມ, ກຳ​ປູ​ເຈຍ, ລາວ, ມຽນ​ມາ, ໄທ ແລະ ມົງ​ໂກ​ລີ​ເຂົ້າ​ຮ່ວມ​ກິດ​ຈະ​ກຳ​ທີ່​​ດຳ​ເນີນເປັນ​ເວ​ລາ 12 ມື້​ເທື່ອ​ນີ້. ​ເຊິ່ງ​ບັນ​ດາ​ນ້ອງ​ນ້ອຍ​ຈະ​ໄປ​ທັດ​ສະ​ນະ​ສຶກ​ສາ​ຢູ່ 5 ຕົວ​ເມືອງ ຄື, ​ນະ​ຄອນສີ່​ອ່ານ, ນະ​ຄອນ​ຫຼວງ​ປັກ​ກິ່ງ, ​ນະ​ຄອນ​ຮາງ​ໂຈ່ວ, ​ນະ​ຄອນ​ຟູ​ໂຈ່ວ ແລະ​ ນະ​ຄອນ​ຈູ​ໄຮ​ແລະ​ຕົວ​ເມືອງ​​ດັ່ງ​ກ່າວ​ແລ້ວ​ແຕ່​ຢູ່​ຕາມ "ໜຶ່ງ​ແລວ​ ​ໜຶ່ງ​ເສັ້ນ​ທາງ" ເຊິ່ງ​ສາ​ມາດ​ສຳ​ຜັດ​ກັບ​ວັດ​ທະ​ນະ​ທຳ​ເສັ້ນ​ທາງ​ສາຍ​ໄໝ​ບູ​ຮານ​ຂອງ​ຈີນທີ່​ຮຸ່ງ​ເຮືອງ ແລະ ການ​ພັດ​ທະ​ນາ​ຢ່າງວ່ອງ​ໄວ​ຂອງ​ຈີນ​ໃນ​ຍຸກ​​ປັ​ດ​ຈຸ​ບັນ, ​ແລະ​ແລກ​ປ່ຽນ​​ເຊິ່ງ​ກັນ​ແລະ​ກັນ.

ຂ່າວ​ແຈ້ງວ່າ, ກິດ​ຈະ​ກຳ​ດັ່ງ​ກ່າວ​ເລິ່ມ​ຈັດ​ຂຶ້ນ​​ນັບແຕ່​ເດືອນ​ພຶດ​ສະ​ພາ​ປີ​​ຜ່ານ​ມາ​ນີ້, ຫຼັງ​ຈາກ​ນັ້ນ​ໄດ້​ຈັດ​ຂຶ້ນ​ຢູ່​ນະ​ຄອນ​ຫຼວງວຽງ​ຈັນ​​ປະ​ເທດລາວ, ນະ​ຄອນ​ຢາງ​ກຸ້ງ​​ປະ​ເທດມຽນ​ມາ, ນະ​ຄອນ​ຫຼວງ​ພະ​ນົມ​ເປັນ​ ແລະ ​ນະ​ຄອນ​ສີ​ຫາ​ນຸ​ປະ​ເທດກຳ​ປູ​ເຈຍ, ນະ​ຄອນ​ຫຼວງອູ​ລານ​ບາ​ຕໍ​ປະ​ເທດ​ມົງ​ໂກ​ລີ, ນະ​ຄອນ​ຫຼວງ​ຮ່າ​ໂນ້ຍ​​ປະ​ເທດຫວຽດ​ນາມ ແລະ ນະ​ຄອນ​ຫຼວງ​ບາງກອກ​​ປະ​ເທດໄທ​ໂດຍນັກ​ຮຽນ 1.100 ກວ່າ​ຄົນ​ຂອງ 7 ປະ​ເທດ​ດັ່ງ​ກ່າວ​ເຂົ້າ​ຮ່ວມ.

ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ