ກຸ່ມອາ​ຊີ​ວະ​ສຶກ​ສາຄົມ​ມະ​ນາ​ຄົມມີ​ລາງ​ຈີນ-ອາ​ຊຽນ​ສ້າງ​ຕັ້ງ​ຂຶ້ນ​ຢູ່ກວາງ​ຊີ
2018-05-21 17:04:37  cri 
ກຸ່ມ​​ອາ​ຊີ​ວະສຶກ​ສາຄົມ​ມະ​ນາ​ຄົມ​​ມີ​ລາງ​ຈີນ-ອາ​ຊຽນ​ທີ່​ປະ​ກອບ​ດ້ວຍ 68 ອົງ​ການ​ຈັດ​ຕັ້ງ​ຈີນ​ແລະ​ຕ່າງ​ປະ​ເທດ​ໄດ້​ສ້າງ​ຕັ້ງ​ຂຶ້ນ​ຢູ່​ນະ​ຄອນ​ຫຼິ້ວ​ໂຈ່ວ​ເຂດ​ປົກ​ຄອງ​ຕົນ​ເອງ​ເຜົ່າ​ຈ້ວງກວາງ​ຊີ​ ສ​ປ ຈີນ​ໃນ​ວັນ​ທີ 19 ພຶດ​ສະ​ພາ​ນີ້, ເພື່ອ​ສ້າງ​ເວ​ທີ​ແລກ​ປ່ຽນ​ແລະ​ຮ່ວມ​ມື​ສາ​ກົນ​ຂອງ​ການອາ​ຊີ​ວະ​ສຶກ​ສາ​​ຄົມ​ມະ​ນາ​ຄົມ​​ມີ​ລາງ.

ກຸ່ມອາ​ຊີ​ວະ​ສຶກ​ສາ​ຄົມ​ມະ​ນາ​ຄົມມີ​ລາງ​ຈີນ-ອາ​ຊຽນແມ່ນ​ອົງ​ການ​ຈັດ​ຕັ້ງ​ສັງ​ຄົມທີ່​ບໍ່​ສະ​ແຫວງ​ຫາ​ຜົນ​ກຳ​ໄລ​ແລະ​ບໍ່​ແມ່​ນ​ສ່ວນ​ບຸກ​ຄົນ​, ແມ່ນ​​ວິ​ທະ​ຍາ​ໄລ​ເຕັກ​ນິກວິ​ຊາ​ຊີບ​ທາງ​ລົດ​ໄຟ​ຫຼິ້ວ​ໂຈ່ວ​ລິ​ເລີ່ມ​ສ້າ​ງ​ຕັ້ງ​ຂຶ້ນ. ປັດ​ຈຸ​ບັນ, ກຸ່ມອາ​ຊີ​ວະ​ສຶກ​ສາ​ດັ່ງ​ກ່າວ​ໄດ້​ດຶງ​ດູດ 68 ອົງ​ການ​ຈັດ​ຕັ້ງ, ເຊັ່ນ​ວິ​ທະ​ໄລ​ວິ​ຊາ​ຊີບ, ວິ​ສາ​ຫະ​ກິດ​ຄົມ​ມະ​ນາ​ຄົມ​ມີ​ລາງ, ສະ​ມາ​ຄົມ​ຂະ​ແໜງ​ການ​ແລະ​ອື່ນໆ​ທີ່​ມາ​ຈາກຈີນ, ໄທ, ອິນ​ໂດ​ເນ​ເຊຍ, ລາວ, ກຳ​ປູ​ເຈຍ, ມາ​ເລ​ເຊຍ​ມາ​ເຂົ້າ​ຮ່ວມ.
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ