ກຳ​ປູ​ເຈຍ​ມີ​ແຜນ​ຈະ​ເກັບກູ້​ມິນ​ທີ່​ຕົກ​ຄ້າ​ງ​ມາ​ແຕ່​ສົງ​ຄາມນັ້ນ​ຢ່າງ​ຮອບ​ດ້ານ
2018-05-21 10:59:39  cri 
    ທ່ານ ຮຸນ​ແຊນ ນາ​ຍົກ​ລັດ​ຖະ​ມົນ​ຕີ​ກຳ​ປູ​ເຈຍ ໄດ້​ກ່າວ​ໃນ​ກອງ​ປ​ະ​ຊຸມ​​ເກັບກູ້​ມິນ​ທີ່​ໄຂ​ຂຶ້ນ​ຫວ່າງ​ມໍ່ໆ​ມານີ້​ວ່າ, ປະ​ເທດ​ຕົນ​ມີ​ແຜນ​ຈະ​ສຳ​ເລັດ​ວຽກ​ງານ​ເກັບ​ກູ້​ມິນ​ທີ່​ຕົກ​ຄ້າງ​ມາ​ແຕ່​ສົງ​ຄາມນັ້ນ​ໃນ​ປີ 2025.

    ທ່ານ ຮຸນ​ແຊນ ກ່າວ​ໃນ​ກອງ​ປະ​ຊຸມ​ທີ່​ໄຂ​ຂຶ້ນ​ໃນ​ວັນ​ທີ 17 ພຶດ​ສະ​ພານີ້​ວ່າ, ລັດ​ຖະ​ບານ​ໄດ້​ອະ​ນຸ​ມັດ "ຍຸດ​ທະ​ສາດ​ດຳ​ເນີນ​ງານເກັບ​ກູ້​ມິນ​ແຫ່ງ​ຊາດ​ແຕ່​ປີ 2018-2025" ໂດຍກຳ​ນົດ​ວ່າ, ຮອດ​ປີ 2025 ​ຈະ​ສຳ​ເລັດ​ການ​ເກັບກູ້​​ມິນ​ທີ່​ຕົກ​ຄ້າງ​ມາ​ແຕ່​ສົງ​ຄາມ​ໃນ​ຂອບ​ເຂດ​ທົ່ວ​ປະ​ເທດ. ອົງ​ການ​ການ​ເຄື່ອນ​ໄຫວ​ກູ້​ມິນ​ແລະ​ຊ່ວຍ​ຜູ້​ປະ​ສົບ​ເຄາະ​ຮ້າຍ​ຂອງ​ກຳ​ປູ​ເຈຍ ກ່າວ​ວ່າ, ນັບ​ແຕ່​ປີ 1992 ເປັນ​ຕົ້ນ​ມາ, ຢູ່​ກຳ​ປູ​ເຈຍ ໄດ້​ຄົ້ນ​ພົບ​ແລະ​ທຳ​ລາຍ​ມິນ​ແລະ​ລູກ​ລະ​ເບີດ​ຊະ​ນິດ​ອື່ນໆ​ທີ່​ບໍ່​ທັນ​ແຕກ​ປະ​ມານ 3 ລ້ານ 8 ແສນລູກ, ສ່ວນ​ການ​ບັນ​ລຸ​ເປົ້າ​ໝາຍ​ທຳ​ລາຍ​ລູກ​ລະ​ເບີດ​ທີ່​ບໍ່​ທັນ​ແຕກ​ທີ່​ຍັງ​ເຫຼືອ​ຮອດ​ປີ 2025 ນັ້ນ ຕ້ອງ​ໃຊ້​ງົບ​ປະ​ມານ 400 ລ້ານ​ໂດ​ລາ​ສະ​ຫະ​ລັດ.
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ