ປັກ​ກິ່ງ​ແລະ​ພະ​ນົມ​ເປັນ​ເຊັນ​ສັນ​ຍາຮ່ວມ​​ສ້າງ​ "ຕົວເມືອງ​ມິດ​ຕະ​ພາບ"
2018-05-22 16:58:07  cri 
ວັນ​ທີ 21 ພຶດ​ສະ​ພາ​ນີ້​ຢູ່​ນະ​ຄອນ​ຫຼວງ​ພະ​ນົມ​ເປັນ​ປະ​ເທດ​ກຳ​ປູ​ເຈຍ, ທ່ານນາງ​ສີ​ຈິິ້ງ ກຳ​ມະ​ການ​ປະ​ຈຳ​ຄະ​ນະ​ພັກ​, ຫົວ​ໜ້າ​ຄະ​ນະ​ແນວ​ໂຮມ​ຮັກ​ຊາດ​​ຄະ​ນະ​ພັກປັກ​ກິ່ງ​ແລະ​ທ່ານ​ຄົງ​ສະ​ເຮັງ ເຈົ້າ​​ຄອງນະ​ຄອນ​​ຫຼວງພະ​ນົມ​ເປັນ​ໄດ້​ເຊັນ​ສັນ​ຍາ​ຮ່ວມ​ກັນ​ສ້າງ​ສາ "ຕົວ​ເມືອງ​ມິດ​ຕະ​ພາບ".

ທ່ານ​ນາງ​ສີ​ຈິ້ງ ກ່າວ​ວ່າ, ປີ​ນີ້​​ເປັນ​ປີ​ທີ່​ຈີນ​ແລະ​ກຳ​ປູ​ເຈຍ​ສ້າງ​ສາຍ​ພົວ​ພັນ​ທາງ​ການ​ທູດ​ຄົບ​ຮອບ 60 ປີ, ການ​ທີ່​ເຊັນ​ສັນ​ຍາ​ສ້າງ​ຕົວ​ເມືອງ​ມິດ​ຕະ​ພາບ​ລະ​ຫວ່າງ​ປັກ​ກິ່ງ​ແລະ​ພະ​ນົມ​ເປັນ​ໃນ​ມື້​ນີ້, ແມ່ນ​ຂີດ​ໝາຍ​ຂອງ​ປະ​ຫວັດ​ສາດ​ໃນ​ການ​ຂະ​ຫຍາຍ​ການ​ພົວ​ພັນ​ລະ​ຫວ່າງ​ນະ​ຄອນ​ຫຼວງ​ຂອງ​ສອງ​ປະ​ເທດ. ຍິນ​ດີ​ຖືກ​ໂອ​ກາດ​ນີ້, ເຮັດ​ໃຫ້​ການ​ແລກ​ປ່ຽນ​ລະ​ຫວ່າງ​ຕົວ​ເມືອງ​ສອງ​ແຫ່ງ​ໃຫ້​ໃກ້​ຊິດກວ່າ​ເກົ່າ, ແລະ​ເປີດ​ສາກ​ໃໝ່​ຂອງ​ການ​ຮ່ວມ​ມື​ຢ່າງ​ແທ້​ຈິງ​ແລະ​ຮອບ​ດ້ານ​ລະ​ຫວ່າງ​​ສອງ​ນະ​ຄອນ​ຫຼວງ, ປະ​ກອບ​ສ່ວນ​ເຂົ້າ​ໃນ​ມິດ​ຕະ​ພາບ​ຍາວ​ນານ​ລະ​ຫວ່າງ​ຈີນ​ແລະ​ກຳ​ປູ​ເຈຍ​ແລະ​ສອງ​ປະ​ເທດ​ສ້າງ​ສາຍ​ພົວ​ພັນ​ທາງ​ການ​ທູດ​ຄົບ​ຮອບ 60 ປີ​ໃນ​ລະ​ດັບ​ທ້ອງ​ຖິ່ນ.
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ