ລັດ​ຖະ​ມົນ​ຕີ​ການ​ຕ່າງ​ປະ​ເທດ​ຈີນ-ອາ​ເມ​ລິ​ກາ​ພົບ​ປະ​ກັນ​ຢູ່​ວໍ​ຊິງ​ຕັນ
2018-05-24 16:22:05  cri 
    ວັນ​ທີ 23 ພຶດ​ສະ​ພານີ້​ຕາມ​ເວ​ລາ​ທ້ອງ​ຖິ່ນ, ຫຼັງ​ຈາກ​ສິ້ນ​ສຸດ​ການ​ຢ້ຽມ​ຢາມ​ອາກ​ຊັງ​ຕິນ ແລະ​ລະ​ຫວ່າງ​ທາງ​ກັບ​ຄືນ​ປະ​ເທດ, ທ່ານ ວາງຢີ້ ທີ່​ປຶກ​ສາ​ແຫ່ງ​ລັດ ທັງ​ເປັນ​ລັດ​ຖະ​ມົນ​ຕີ​ກະ​ຊວງ​ການ​ຕ່າງ​ປະ​ເທດ​ຈີນ ໄດ້​ແວ່​ນະ​ຄອນຫຼວງວໍ​ຊິງ​ຕັນ​ຂອງ​ອາ​ເມ​ລິ​ກາ ແລະ​ໄດ້​ພົບ​ປະ​ກັບ​ທ່ານ ໄມກ໌ ພົມ​ເພວ ລັດ​ຖະ​ມົ​ນ​ຕີ​ກະ​ຊວງ​ການ​ຕ່າງ​ປະ​ເທດ​ອາ​ເມ​ລິ​ກາ, ສອງ​ຝ່າຍ​ໄດ້​ແລກ​ປ່ຽນ​ຄວາມ​ເຫັນ​ຢ່າງ​ເລິກ​ເຊິ່ງ​ກ່ຽວ​ກັບ​ສາຍ​ພົວ​ພັນ​ສອງ​ປະ​ເທດ​ພ້ອມ​ດ້ວຍ​ບັນ​ຫາ​ທີ່​ສົນ​ໃຈ​ຮ່ວມ​ກັນ.

    ທ່ານ ວາງຢີ້ ກ່າວ​ວ່າ, ໂດຍ​ຜະ​ເຊີນ​ໜ້າ​ກັບ​ສະ​ຖາ​ນະ​ການ​ສາ​ກົນ​ທີ່​ນັບ​ມື້​ນັບ​ສັບ​ສົນ​ແລະ​ປ່ຽນ​ແປງຫຼາຍ, ການ​ທີ່​ຮັກ​ສາ​ການ​ພັດ​ທະ​ນາ​ສາຍ​ພົວ​ພັນ​ຈີນ-ອາ​ເມ​ລິ​ກາ​ຢ່າງ​ປອດ​ໄສ​ແລະ​ໜັກ​ແໜ້ນນັ້ນ ແມ່ນ​ເລື່ອງ​ທີ່​ສຳ​ຄັນ​ຍິ່ງ. ສອງ​ຝ່າຍ​ຄວນ​ຮ່ວມ​ກັນເຮັດ​ວຽກດັ່ງ​ນີ້​ໃຫ້​ດີ​ຄື: ໜຶ່ງ, ເສີມ​ຂະ​ຫຍາຍ​ບົດ​ບາດ​ນຳ​ພາ​ທາງ​ຍຸດ​ທະ​ສາດ​ຂອງ​ປະ​ມຸກ​ລັດ​ສອງ​ປະ​ເທດ​ຢ່າງ​ເຕັມ​ສ່ວນ ເພື່ອ​ກຳ​ນົດ​ທິດ​ທາງ​ໃຫ້​ແກ່​ສາຍ​ພົວ​ພັນ​ສອງ​ປະ​ເທດ; ສອງ, ລົງ​ເລິກ​ການ​ຮ່ວມ​ມື​ທີ່​ຕ່າງ​ຝ່າຍ​ຕ່າງ​ມີ​ຜົນ​ປະ​ໂຫຍດ​ລະ​ຫວ່າງ​ສອງ​ປະ​ເທດ​ໃນ​ຂອບ​ເຂດ​ອັນ​ກວ້າງ​ຂວາງ​ຢ່າ​ງ​ບໍ່​ຢຸດຢັ້ງ, ເພື່ອ​ສ້າງ​ເປັນ​ພື້ນ​ຖານ​ໃຫ້​ແກ່​ສາຍ​ພົວ​ພັນ​ສອງ​ປະ​ເທດ; ສາມ, ແກ້​ໄຂ​ຄວາມ​ຂັດ​ແຍ້ງ​ກັນ​ແລະ​ບັນ​ຫາຕ່າງໆ​ຢ່າງ​ເໝາະ​ສົມ ເພື່ອ​ກຳ​ຈັດ​ສິ່ງ​ກີດ​ຂວາງ​ສາຍ​ພົວ​ພັນ​ສອງ​ປະ​ເທດ ແລະ​ອັນ​ສຸດ​ທ້າຍ, ເປີດກວ້າງ​ການ​ຮ່ວມ​ມື​ໃນ​ວຽກ​ງານ​ພາກ​ພື້ນ​ກໍ​ຄື​ສາ​ກົນ ເພື່ອ​ເພີ່ມ​ເນື້ອ​ໃນ​ໃຫ້​ແກ່​ສາຍ​ພົວ​ພັນ​ສອງ​ປະ​ເທດ.

    ທ່ານ ພົມ​ເພວ ກ່າວ​ວ່າ, ອາ​ເມ​ລິ​ກາ​ແລະ​ຈີນ​ແມ່ນ​ສອງ​ປະ​ເທດ​ໃຫຍ່​ທີ່​ມີ​ອິດ​ທິ​ພົນ​ສຳ​ຄັນ​ໃນ​ໂລກ ແລະ​ກໍ​ແມ່ນ​ສອງ​ກຸ່ມ​ເສດ​ຖະ​ກິດ​ທີ່​ໃຫຍ່​ທີ່​ສຸດ​ໃນ​ໂລກ, ສາຍ​ພົວ​ພັນ​ສອງ​ປະ​ເທດ​ຈຶ່ງ​ສຳ​ຄັນ​ທີ່​ສຸດ. ສອງ​ຝ່າຍ​ມີ​ຄວາມ​ຂັດ​ແຍ້ງ​ກັນ​ຈຳ​ນວນ​ໜຶ່ງ ພ້ອມ​ທັງ​ມີ​ໂອ​ກາດ​ອັນ​ມະ​ຫາ​ສານ​ໃນ​ການ​ເປີດກວ້າງ​ການ​ຮ່ວມ​ມື. ອາ​ເມ​ລິ​ກາ​ເຫັນ​ວ່າ, ສາຍ​ພົວ​ພັນ​ສອງ​ປະ​ເທດ​ບໍ່​ຄວນ​ແມ່ນ​ແບບ​ຝ່າຍ​ໜຶ່ງ​ຊະ​ນະ, ອີກ​ຝ່າຍ​ໜຶ່ງ​ເສຍ​ໄຊ, ຍິນ​ດີ​ຮ່ວມ​ກັບ​ຈີນ, ທຳ​ຄວາມ​ພະ​ຍາ​ຍາມ​ຮ່ວມ​ກັນ, ຊຸກ​ຍູ້​ສາຍ​ພົວ​ພັນ​ສອງ​ປະ​ເທດ​ໃຫ້​ໄດ້​ຮັບ​ການ​ປັບ​ປຸງ​ດີ​ຂຶ້ນ​ແລະ​ຂະ​ຫຍາຍ​ໄປ​ໜ້າ​ຢ່າງ​ບໍ່​ຢຸດຢັ້ງ. ທ່ານ​ປະ​ທາ​ນາ​ທິ​ບໍ​ດີ​ ໂດ​ນັນ ທ​ຣຳ ສຸດ​ທີ່​ຖະ​ໜຸ​ຖະ​ໜອມ​ການ​ພົວ​ພັນ​ທາງວຽກ​ງານ​ແລະ​ມິດ​ຕະ​ພາບ​ສ່ວນ​ຕົວ​ທີ່​ດີ​ກັບ​ທ່ານ​ປະ​ທານ ສີ​ຈິ້ນ​ຜິງ ແລະ​ຫວັງ​ວ່າ​ຈະ​ສືບ​ຕໍ່​ຮັກ​ສາ​ການ​ຕິດ​ຕໍ່​ພົວ​ພັນ​ກັບ​ທ່ານ​ປະ​ທານ ສີ​ຈິ້ນ​ຜິງ ຢ່າງ​ໃກ້​ຊິດ. ໃນ​ບັນ​ຫາ​ໄຕ້​ຫວັນ, ປະ​ເທດ​ຕົນ​ຍຶດ​ໝັ້ນ​ນະ​ໂຍ​ບາຍ​ປະ​ເທດ​ຈີນ​ດຽວ ແລະຫຼັກ​ໝັ້ນ​ດັ່ງ​ກ່າວ​ບໍ່​ມີ​ການ​ປ່ຽນ​ແປງ​ແຕ່​ຢ່າງ​ໃດ.
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ