ລັດ​ຖະ​ສະ​ພາ​ອິນ​ໂດ​ເນ​ເຊຍ​ຮັບ​ຮອງ​ເອົາກົດ​ໝາຍ​ວ່າ​ດ້ວຍ​​ການຕ້ານ​ການ​ກໍ່​ການ​ຮ້າຍ​ສະ​ບັບ​ປັບ​ປຸງ
2018-05-26 17:49:00  cri 

​ວັນ​ທີ 25 ພຶດ​ສະ​ພາ​ນີ້, ລັດ​ຖະ​ສະ​ພາ​ອິນ​ໂດ​ເນ​ເຊຍ​ໄດ້​ຮັບ​ຮອງ​ເອົາກົດ​ໝາຍ​ວ່າ​ດ້ວຍ​ການ​ຕ້ານ​ການ​ກໍ່​ການ​ຮ້າຍ​ສະ​ບັບ​ປັບ​ປຸງ, ​ໂດຍ​ໃຫ້​ເຈົ້າ​ໜ້າ​ທີ່​ຕຳ​ຫຼວດ​ອິ​ນ​ໂດ​ເນ​ເຊຍ​ມີ​ອຳ​ນາດ​ໃຫຍ່ກວ່າ​ເກົ່າ​ໃນການ​ປາບ​ປາມລັດ​ທິການ​ກໍ່​ການ​ຮ້າຍ.

ກົດ​ໝາຍ​ສະ​ບັບ​ປັບ​ປຸງທີ່​ຮັບ​ຮອງ​ເທື່ອ​ນີ້​ຈະ​ອະ​ນຸ​​ມັດ​ໃຫ້ຕຳ​ຫຼວດ​ອິນ​ໂດ​ເນ​ເຊ​ຍ​ນຳ​ໃຊ້​ການ​ເຄື່ອນ​ໄຫວ​ທີ່​​ປາບປາມ​ຜູ້​ຕ້ອງ​ສົງ​ໄສ​ກໍ່​ການ​ຮ້າຍ​ແບບ​ລົງ​ມື​ກ່ອນ, ແກ່​ຍາວເວ​ລາ​​ກັກ​ຂັງ​ຜູ້​ຕ້ອ​ງ​ສົງ​ໄສ, ແລະ​ອະ​ນຸ​​ມັດ​ໃຫ້​ກອງ​ທັບ​ແຫ່ງ​ຊາດ​ອິນ​ໂດ​ເນ​ເຊຍ​ເຂົ້າ​ຮ່ວມ​ການ​ເຄື່ອນ​ໄຫວ​ຕ້ານ​ການ​ກໍ່​ການ​ຮ້າຍ.

ກາງເດືອນ​ພຶ​ດ​ສະ​ພາ​ນີ້, ຢູ່​ຊູ​ຣາ​ບາ​ຢາ​ ເທ​ສະ​ບານແຂວງ​ຈາ​ວາ​ຕາ​ເວັນ​ອອກ​ຂອງ​ອິນ​ໂດ​ເນ​ເຊຍ​ໄດ້​ເກີດ​ເຫດ​ການ​ໂຈມ​ຕີ​ດ້ວຍ​ລູກ​ລະ​ເບີດ​ແບບ​ສະ​ຫຼະ​ຊີບ​ຫຼາຍ​ເທື່ອ, ​ສົ່ງ​ຜົນເຮັດ​ໃຫ້ 20 ກວ່າ​ຄົ​ນ​ເສຍ​ຊີ​ວິດ, 10 ກວ່າ​ຄົນ​ໄດ້​ຮັບ​ບາດ​ເຈັບ. ຫຼັງ​ເກີດ​ເຫດ, ທ່ານ​ໂຈ​ໂຄ ວີ​ໂດ​ໂດ ປະ​ທາ​ນາ​ທິ​ບໍ​ດີ​ອິນ​ໂດ​ເນ​ເຊຍ​ໄດ້ເດີນ​ທາງ​ໄປ​ຊູ​ຣາ​ບາ​ຢາ​​ເພື່ອ​ສະ​ແດງ​ຄວາມ​ເຫັນ​ໃຈ​ຕໍ່​ຜູ້​ຖືກ​ທຳ​ຮ້າຍ​ແລະ​ຄອບ​ຄົວ​ຂອງ​ເຂົາ, ແລະ​ກ່າວ​ວ່າ​ຫຼັກ​ໝັ້ນ​ຂອງ​ອິນ​ໂດ​ເນ​ເຊຍ​ໃນ​ການ​ໂຈມ​ຕີ​ລັດ​ທິ​ການ​ກໍ່​ການ​ຮ້າຍ​ບໍ່​ມີ​ການ​ປະ​ນີ​ປະ​ນອມ​ແຕ່​ຢ່າງ​ໃດ, ​ທັງ​ຮຽກ​ຮ້ອງ​​ໃຫ້ລັດ​ຖະ​ສະ​ພາ​ອິນ​ໂດ​ເນ​ເຊຍ​​ຮັບ​ຮອງ​ເອົາ​ກົດ​ໝາຍ​ວ່າ​ດ້ວຍ​ຕ້ານ​ການ​ກໍ່​ການ​ຮ້າຍ​ສະ​ບັບ​ປັບ​ປຸງ​ທີ່​ລັດ​ຖະ​ບານ​ຍື່ນ​ສະ​ເໜີ​ ໃນ​ປີ 2016.

ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ