​ ​ມຽນ​ມາ​ມີ​ກຳ​ລັງ​ບົ່ມ​ຊ້ອນດ້ານ​ການ​ພັດ​ທະ​ນາເສດ​ຖະ​ກິດ ການ​ຮ່ວມ​ມື​ດ້ານ​ອຸດ​ສາ​ຫະ​ກຳລະ​ຫວ່າງ​ຈີນ​ກັບ​ມຽນ​ມາ​ມີ​ອະ​ນາ​ຄົດ​ອັນ​ດີ​ງາມ
2018-05-27 14:54:48  cri 

ຕາມ​ຂ່າວCRI:ຫວ່າງ​ກ່ອນ​ນີ້​ບໍ່​ດົນ​, ທ່ານ​ສີ​ນິງ​ນິງ,ປະ​ທານບໍ​ລິ​ຫານ​ງານ​ຂອງ​ສະ​ພາ​ມົນ​ຕີ​ການ​ຄ້າ​ຈີນ - ອາ​ຊຽນກ່າວ​ໃນ​ເວ​ລາ​ຢ້ຽມ​ຢາມ​ຢູ່​ມຽນ​ມາ​ວ່າ, ຈີນ​ກັບ​ ບັນ​ດາ​ປະ​ເທດ​ອາ​ຊຽນ​ລວມ​ທັງ​ມຽນ​ມາມີ​ກຳ​ລັງ​ບົ່ມ​ຊ້ອນ​ແລະ​ຊ່ອງ​ຫວ່າງດ້ານ​ການ​ຮ່ວມ​ມື​ຢ່າງ​ໃຫຍ່​ຫຼວງ, ສອງ​ຝ່າຍ​ຄວນ​ຊຸກ​ຍູ້​ການ​ເຊື່ອມ​ຕໍ່​ກັນ​ດ້ານ​ຂະ​ແໜງ​ການ​ຢ່າງ​ຕໍ່​ເນື່ອງ​ພາຍ​ໃຕ້​ຂໍ້​ລິ​ເລີ່ມ "ໜຶ່ງ​ແລວ​​ເສັ້ນ​ທາງ",​ ເຂດ​ການ​ຄ້າ​ເສ​ລີຈີນ-​ອາ​ຊຽນແລະ​ຂອບ​ອື່ນໆ.

ເພື່ອ​ຊຸກ​ຍູ້​ການ​ຮ່ວມ​ມື​ດ້ານ​ເສດ​ຖະ​ກິດ​ລະ​ຫວ່າງ​ຈີນ​ກັບ​ມຽນ​ມາ, ຍົກ​ລະ​ດັບ​ການ​ຄ້າ​ແລະ​ການ​ລົງ​ທຶ​ນ​ລະ​ຫວ່າງ​ສອງ​ປະ​ເທດ, ​ຫວ່າງ​ບໍ່​ດົນ​ມາ​ນີ້, ທ່ານ​ສີ​ໜິງ​ໜິງກັບ​ທ່ານ​​ມຽວ​ ຕັນ, ປະ​ທານ​ສະ​ມາ​ຄົມ​ງານ​ວາງ​ສະ​ແດງ​ແລະ​ກອງ​ປະ​ຊຸມ​ມຽນ​ມາ​ໄດ້​ຮ່ວມ​ກັນ​ລົງ​ນາມ​ໃນ​ບົດ​ບັນ​ທຶກ​ຄວາມ​ເຂົ້າ​ໃຈ​ຢູ່​ທີ່​ນະ​ຄອນ​ຢາງ​ກຸ້ງ. ທ່ານ​ສີ​ນິງ​ນິງ​ກ່າວ​ວ່າ, ໃນ​ຊຸມ​ປີມໍ່ໆ​ນີ້, ວິ​ສາ​ຫະ​ກິດ​ຈີນ​ທີ່​ນັບ​ມື້​ນັບ​ຫຼາຍກວ່າ​ເກົ່າ​ກຳ​ລັງ​ພະ​ຍາ​ຍາມ​ສະ​ແຫວງ​ຫາ​ໂອ​ກາດ​ການ​ຄ້າ​ແລະການ​ລົງ​ທຶ​ນ​ຢູ່​ບັນ​ດາ​ປະ​ເທດ​ອາ​ຊຽນ, ມຽ​ນ​ມາ​ມີ​ກຳ​ລັງ​ບົ່ມ​ຊ້ອນ​ດ້ານ​ການ​ພັດ​ທະ​ນາ​ຢ່າງ​ໃຫຍ່​ຫຼ​ວງ​ແລະທ່າ​ແຮງ​ທີ່​ທົດ​ແທນ​ບໍ່​ໄດ້.


ກ່ຽວ​ກັບ​ການ​ເສີມ​ຂະ​ຫຍາຍ​ກຳ​ລັງ​ບົ່ມ​ຊ້ອນ​ດ້ານ​ການ​ພັດ​ທະ​ນາ​ຢ່າງ​ໃຫຍ່​ຫຼວງ​ຂອງມ​ຽ​ນ​ມາ, ທ່ານ​ສີ​ນິງນິງ​ເຫັນ​ວ່າ, ການ​ຮ່ວມ​ມື​ດ້ານ​ອຸດ​ສາ​ຫະ​ກຳລະ​ຫວ່າງ​ຈີນ​ກັບ​ມຽ​ນ​ມາ​ມີ​ລັກ​ສະ​ນະ​ຊ່ອຍ​ຊູ​ຍູ້​ໜູນ​ກັນ​ຢ່າງ​ແຂງ​ແຮງ, ຄຽງ​ຄູ່​ກັບ​ການ​ຍົກ​ລະ​ດັບ​ການ​ຮ່ວມ​ມື​ດ້ານ​ເສດ​ຖະ​ກິດ​ແມ່​ນ້ຳ​ລ້ານ​ຊ້າງ-ແມ່​ນ້ຳ​ຂອງ, ຂໍ້​ລິ​ເລີ່ມ "ໜຶ່ງ​ແລວ​ທາງ​ໜຶ່ງ​ເສັ້ນ​ທາງ"ກຳ​ລັງໄດ້​ຮັບ​ການ​ປະ​ຕິ​ບັດ, ກຳ​ລັງ​ບົ່ມ​ຊ້ອນ​ດ້ານການ​ເຕີບໂຕ​​ທາງ​ເສດ​ຖະ​ກິດ​ຂອງ​ມຽນ​ມາ​ໄດ້​ສະ​ແດງ​ອອກ​ຢ່າງ​ບໍ່​ຢຸດ​ຢັ້ງ, ຫວັງ​ວ່າ​ການ​ຮ່ວມ​ມື​ລະ​ຫວ່າງ​ຈີນ​-ມຽນ​ມາ​ຈະສາ​ມາດ​ເສີມ​ຂະ​ຫຍາຍ​ບົດ​ບາດ​ແບບ​ຢ່າງ​ແບບ​ໃໝ່​ໃນ​ການ​ຮ່ວມ​ມື​ລຸ່ມແມ່​ນ້ຳ​ລ້ານ​ຊ້າງ-ແມ່​ນ້ຳ​ຂອງ.

ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ