ຈີນ​ກັບບູກີ​ນາຟາ​ໂຊ ຟື້ນ​ຟູ​ສາຍ​ພົວ​ພັນ​​ທາງການ​ທູດ
2018-05-27 14:39:31  cri 
ວັນ​ທີ 26 ພຶດ​ສະ​ພາ​ນີ້, ທ່ານ​ວາງ​ຢີ້ ທີ່​ປຶກສາ​ແຫ່ງ​ລັດ ລັດ​ຖະ​ມົນ​ຕີ​ການ​ຕ່າງ​ປະ​ເທດ​ຈີນ ໄດ້ພົບ​ປະເຈ​ລະ​ຈາ​ກັບ​ທ່ານ ອັນ​ຟາ ບາ​ຣີ ລັດ​ຖະ​ມົນ​ຕີ​ການ​ຕ່າງ​ປະ​ເທດບູກີ​ນາຟາ​ໂຊ ທີ່​​ນະ​ຄອນ​ຫຼວງ​ປັກ​ກິ່ງ ແລະ​ລົງ​ນາມ​ໃນ "ຖະ​ແຫຼງ​ການ​ຮ່ວມ​ກ່ຽບ​ກັບ​ ສ​ປ ຈີນ​ ກັບ​ ບູກີ​ນາຟາ​ໂຊ ຟື້ນ​ຟູ​ສາຍ​ພົວ​ພັນ​ທາງ​ການ​ທູດ".

ທ່ານ​ວາງ​ຢີ້​ກ່າວ​ວ່າ, ຂ້າ​ພະ​ເຈົ້າ​ກັບ​ລັດ​ຖະ​ມົນ​ຕີ​ການ​ຕ່າງ​ປະ​ເທດບູກີ​ນາຟາ​ໂຊ​ໄດ້ຮ່ວມ​ກັນ​ລົງ​ນາມ​ໃນ "ຖະ​ແຫຼງ​ການ​ຮ່ວມ​ກ່ຽບ​ກັບ​ ສ​ປ ຈີນ​ ກັບ​ ບູກີ​ນາຟາ​ໂຊ ຟື້ນ​ຟູ​ສາຍ​ພົວ​ພັນ​ທາງ​ການ​ທູດ". ​ໃນ​ຖະ​ແຫຼງ​ການ​ຮ່ວມ, ລັດ​ຖະ​ບານບູກີ​ນາຟາ​ໂຊຮັບ​ຮອງວ່າ​ໃນ​ໂລກ​ນີ້​ມີ​ແຕ່​ປະ​ເທດ​ຈີນ​ດຽວ, ​ລັດ​ຖະ​ບານ ສ​ປ ຈີນ ແມ່ນ​ລັດ​ຖະ​ບານ​ທີ່​ຊອບ​ດ້ວຍ​ກົດ​ໝາຍ​ພຽ​ງ​ລັດ​ຖະ​ບານ​ດຽວ​ທີ່​ຕາງ​ໜ້າ​ທີ່​ທົ່ວ​ປະ​ເທດ​ຈີນ, ໄຕ້​ຫວັນ​ແມ່ນ​ພາກ​ສ່ວນ​ໜຶ່ງ​ທີ່​ແບ່ງ​ແຍກ​ບໍ່​ໄດ້​ຂອງ​ຜືນ​ແຜ່ນ​ດິນ​ຈີນ. ​ຈີນ​ສະ​ແດງ​ຄວາມ​ຊົມ​ເຊີຍ​ຢ່າງສູງ​ຕໍ່​ລັດ​ຖະ​ບານ ບູກີ​ນາຟາ​ໂຊ ທີ່​ໄດ້​ທຳ​ການ​ຕັດ​ສິນ​ດ້ານ​ການ​ເມືອງ​ທີ່​ຖືກ​ຕ້ອງ​ຕາມ​ກະ​ແສ​ຂອງຍຸກ​ສະ​ໄໝ.

​ທ່ານ​ບາ​ຣີ​ກ່າວ​ວ່າ, ລັດ​ຖະ​ບານ ບູກີ​ນາຟາ​ໂຊ​ສະ​ແດງ​ຄວາມ​ຊົມ​ເຊີຍ​ຕໍ່​ຜົນ​ສຳ​ເລັດ​ຍິ່ງ​ໃຫຍ່​ທີ່​ຈີນ​ໄດ້​ຮັບ​ໃນ​ການ​ພັດ​ທະ​ນາ, ພ້ອມ​ດ້ວຍ​ຖາ​ນະ​ສຳ​ຄັນຂອງ​ຈີນ​ໃນ​ເວ​ທີ​ສາ​ກົນ​, ​ຫວັງ​ຢາກສ້າງ​ການ​ພົວ​ພັນ​ໝູ່​ຄູ່​ທີ່​ສະ​ໜິດ​ແໜ້ນ​ກັບ​ຈີນ, ແລະ​ດຳ​ເນີນ​ການ​ຮ່ວມ​ມື​ໃນ​ຂົງ​ເຂດ​ຕ່າງໆ ເຊັ່ນ ການ​ເມືອງ, ເສ​ດ​ຖະ​ກິດ, ສັງ​ຄົມ ແລະ​ວັດ​ທະ​ນະ​ທຳ​ເປັນ​ຕົ້ນ, ເພື່ອ​ຊຸກ​ຍູ້​ການ​ພັດ​ທະ​ນາ​ຂອງ​ປະ​ເທດ​ຕົນ, ແລະ​ປະ​ກອບ​ສ່ວນ​ເຂົ້າ​ໃນ​ການ​ຊຸກ​ຍູ້​ການ​ຮ່ວມ​ມື​ລະ​ຫວ່າງ​ປະ​ເທດ​ອາ​ຝຼິກາ​ກັບ​ຈີນ.
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ