ໄທ​ກຽມ​ຈະ​ປະ​ມູນ​ທາງ​ລົດ​ໄຟ​ຄວາມ​ໄວ​ສູງ​ສາຍ​ທີ 2
2018-05-29 16:41:51  cri 
ຫວ່າງ​ກ່ອນ​ນີ້​ບໍ່​ດົນ, ຫຼາຍ​ພາກ​ສ່ວນ​ລັດ​ຖະ​ບານ​ໄທ​ໄດ້​ຈັດ​ກອງ​ປະ​ຊຸມ​ຂ່າວ​ຮ່ວມ ໂດຍ​ໄດ້​ປະ​ກາດ​ວ່າ ຈະ​ເຊື້ອ​ເຊີນ​ຝ່າຍ​ຕ່າງໆ​ຢ່າງ​ເປັນ​ທາງ​ການ ເພື່ອ​ເຂົ້າ​ຮ່ວມ​ການ​ປະ​ມູນ​ໂຄງ​ການ​ທາງ​ລົດ​ໄຟ​ຄວາມ​ໄວ​ສູງ​ສາຍ​ທີ 2 ໃນ​ວັນ​ທີ 30 ເດືອນ​ນີ້. ເຈົ້າ​ໜ້າ​ທີ່​ລັດ​ຖະ​ບານ​ໄທ​ກ່າວ​ວ່າ, ຈະ​ຕົກ​ລົງ​ຝ່າຍ​ຊະ​ນະ​ການປະ​ມູນ​ໃນ​ປີ​ນີ້.

ຂ່າວ​ແຈ້ງວ່າ, ທາ​ງ​ລົດ​ໄຟ​ສາຍ​ນີ້​ຍາວ​ທັງ​ໝົດ 220 ກິ​ໂລ​ແມັດ ແລະ ຈະ​ໃຊ້ຄວາມ​ໄວ 250 ກິ​ໂລ​ແມັດ​ຕໍ່​ຊົ່ວ​ໂມງ, ຈະ​ອອກ​ຈາກ​ນະ​ຄອນຫຼວງ​ບາງກອກ ແລະ ຈະ​ເຊື່ອມ​ຕໍ່​ໃສ່​ສະ​ໜາມ​ບິນ​ໃຫຍ່​ສອງ​ແຫ່ງ​ຂອງ​ນະ​ຄອນຫຼວງ​ບາງກອກ ຄື ສະ​ໜາມ​ບິນດອນ​ເມືອງ ແລະ ສະ​ໜາມ​ບິນ​ສຸ​ວັນ​ນະ​ພູມ, ຕໍ່​ໄປ​ສູ່​ສະ​ໜາມ​ບິນອູ່ຕະ​ເພາະ​ເມືອງ​ພັດ​ທະ​ຍາ ເຊິ່ງ​ເປັນແຫຼ່ງ​ທ່ອງ​ທ່ຽວ​ທີ່​ມີ​ຊື່​ສຽງ​ທາງ​ທິດ​ຕາ​ເວັນ​ອອກ. ໃນ​ອະ​ນາ​ຄົດ, ຍັງ​​ຈະ​ຕໍ່​ໄປ​ສູ່​ຈັງ​ຫວັດ​ຈັນ​ທະ​ບູ​ລີ ແລະ ຈັງ​ຫວັດຕະ​ຣັດ​ອີກ.

ໂຄງ​ການ​ດັ່ງ​ກ່າວ​ຈະ​ໃຊ້​ງົບ​ປະ​ມານຫຼາຍກວ່າ 200 ຕື້​ບາດ ແລະ ເປັນ​ໂຄງ​ການ​ສຳ​ຄັນ​ໃນ​ການ​ສ້າງ​ແລວ​ທາງ​ເສດ​ຖະ​ກິດ​ພາກ​ຕາ​ເວັນ​ອອກ​ຂອງ​ໄທ.
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ