ລາວ​ຫວັງ​ຈະ​ດຶງ​ດູດ​ນັກ​ທ່ອງ​ທ່ຽວ​ເຂົ້າ​ປະ​ເທດໃຫ້​ໄດ້ 5 ລ້ານ​ຄົນ
2018-06-01 15:20:12  cri 
ໜັງ​ສື​ພິມ​ວຽງ​ຈັນ​ທາມ ​ສະ​ບັບ​ວັນ​ທີ 31 ພຶດ​ສະ​ພາ​ແລ້ວ​ນີ້​ລາຍ​ງານ​ວ່າ: ຕາມ​ບົດ​ລາຍ​ງານ​ຂອງກະ​ຊວງ​ຖະ​ແຫຼງ​ຂ່າວ ວັດ​ທະ​ນະ​ທຳ​ແລະ​ທ່ອງ​ທ່ຽວ​ລາວ,ແຕ່​ປີ1990 ຮອດ​ປີ 2015, ​ຈຳ​ນວນນັກ​ທ່ອງ​ທ່ຽວ​ເຂົ້າ​ໄປ​ທ່ຽວ​ປະ​ເທດ​ລາວ​ໄດ້​ເພີ່ມ​ຂຶ້ນ​ທຸກ​ປີ, ປີ 2016 ແລະ2017 ໄດ້ຫຼຸດ​ລົງ​ໜ້ອຍ​ໜຶ່ງ. ປີ 2018 ນີ້, ລັດ​ຖະ​ບານ​ລາວ​ໄດ້​ຈັດ​ກິດ​ຈະ​ກຳ "ປີ​ທ່ອງ​ທ່ຽວ​ລາວ" ແລະ​ກິດ​ຈະ​ກຳ​ອື່ນໆ​ເພື່ອ​ບັນ​ລຸ​ເປົ້າ​ໝາຍ​ໃນ​ການ​ດຶງ​ດູດ​ນັກ​ທ່ອງ​ທ່ຽວ​ໃຫ້​ໄດ້ 5 ລ້ານ​ຄົນ​ແລະ​ສ້າງ​ລາຍ​ຮັບ​ 900 ລ້ານ​ໂດ​ລາ​ສະ​ຫະ​ລັດ.
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ