ໂຮງຮຽນມັດທະຍົມສົມບູນສາທິດ ມ.ຊ ແລະ ສະຖານທູດ ສປ. ຈີນປະຈໍາ ສປປ. ລາວ ຮ່ວມກັນ ຈັດກິດຈະກໍາ
2018-06-01 16:27:39  cri 
 
ສົ່ງເສີມວັດທະນະທຳຈີນໃນໂຮງຮຽນ 2018 ໃນຕອນເຊົ້າວັນທີ 31 ພຶດສະພານີ້ ໂຮງຮຽນ ມັດທະຍົມສົມບູນສາທິດ ມ.ຊ ຮ່ວມກັບສະຖານທູດ ສປ. ຈີນ ປະຈໍາ ສປປ. ລາວ ໄດ້ຈັດ ກິດຈະກໍາສະເຫຼີມສະຫຼອງວັນເດັກນ້ອຍສາກົນ ແລະວັນປູກຕົ້ນໄມ້ແຫ່ງຊາດ ພ້ອມງານເປີດ ການ "ສົ່ງເສີມວັດທະນະທໍາຈີນໃນໂຮງຮຽນ"ປະຈໍາປີ 2018 ໂດຍການເຂົ້າຮ່ວມຂອງທ່ານ ປອ. ຮຸ່ງເພັດ ຈັນທະວົງຮອງອະທິການບໍດີມະຫາວິທະຍາໄລແຫ່ງຊາດ, ທ່ານນາງ ກູ້ສ່ຽວຈຸນ ພັນລະຍາເອກອັກຄະລັດຖະທູດ ສປ. ຈີນ ປະຈໍາ ສປປ. ລາວ ພ້ອມດ້ວຍຄູອາຈານ ແລະນັກ ຮຽນເຂົ້າຮ່ວມຢ່າງຫຼວງຫຼາຍ.
ທ່ານ ປອ. ຮຸ່ງເພັດ ຈັນທະວົງຮອງອະທິການບໍດີ ມະຫາວິທະຍາໄລແຫ່ງຊາດລາວ ກ່າວວ່າ, ກິດຈະກຳ "ສົ່ງເສີມວັດທະນະທໍາຈີນໃນໂຮງຮຽນ"ເປັນກິດຈະກຳທີ່ມີປະໂຫຍດຕໍ່ນັກ ຮຽນ ທັງຫຼາຍ ສະນັ້ນ ຈຶ່ງຫວັງວ່າ ສະຖານທູດ ສປ. ຈີນ ປະຈຳສປປ. ລາວ ກໍ່ຄື ສະຖາບັນຂົງຈື ມະຫາວິທະຍາໄລແຫ່ງຊາດລາວຈົ່ງໄດ້ຈັດກິດຈະກຳແລກປ່ຽນດ້ານວັດທະນະທຳໃຫ້ນັບມື້ຫຼາຍຂຶ້ນເພື່ອສົ່ງເສີມການສຶກສາ ກໍ່ຄື ການອົບຮົມບຸກຄະລາກອນຂອງປະເທດລາວ.

ໂອກາດນີ້ທ່ານນາງ ແສງແກ້ວເລຂາທູດວັດທະນະທໍາ ສປ. ຈີນ ປະຈໍາ ສປປ. ລາວ ໄດ້ກ່າວວ່າ:ຈຸດປະສົງການຈັດກິດຈະກຳຄັ້ງນີ້ ເພື່ອໃຫ້ນັກຮຽນປະຖົມ ແລະ ມັດທະຍົມຂອງ ສປປ. ລາວເຂົ້າຮ່ວມກິດຈະກຳວັດທະນະທຳຈີນ ທີ່ມີຫຼາກຫຼາຍສີສັນ, ສາມາດສຳຜັດກັບວັດ ທະນະທຳຈີນ, ຊອກຮູ້ປະເທດຈີນຕື່ມດ້ວຍຕົນເອງ, ຈົນສາມາດເຫັນຄວາມສະເຫນ່ດ້ານວັດທະ ນະທຳ ທີ່ມີ ສີສັນພິເສດຂອງຈີນ.ຫວັງວ່າຈະມີໂຮງຮຽນປະຖົມແລະມັດທະຍົມຂອງ ສປປ. ລາວ ນັບມື້ນັບຫຼາຍທີ່ຈະເປີດສອນພາສາຈີນ, ດຳເນີນກິດຈະກຳທີ່ສຳຜັດກັບວັດທະນະທຳຈີນ, ເຮັດໃຫ້ເດັກນ້ອຍຄົນລາວມີໂອກາດຮຽນຮູ້ຈີນ, ເຂົ້າໃຈຈີນ ເຊິ່ງໃນອະນາຄົດຈະກາຍເປັນທູດ ມິດຕະພາບໃຫ້ແກ່ປະຊາຊົນສອງຊາດລາວ-ຈີນຫຼາຍຂຶ້ນ.

ກິດຈະກຳເທື່ອນີ້ ຈັດໃຫ້ມີຫຼາກຫຼາຍກິດຈະກຳດ້ານວັດທະນະທຳທີ່ໜ້າສົນໃຈເປັນຕົ້ນແມ່ນ ການຮ້ອງເພງຈີນ, ກັງຟູຈີນ, ການຕັດເຈ້ຍ, ການແຕ້ມຕົວໜັງສືຈີນແລະອື່ນໆ ເຊິ່ງກິດ ຈະກຳຕ່າງໆນັ້ນໄດ້ໃຫ້ນັກຮຽນມີສ່ວນຮ່ວມນຳ. ນາງ ສຸລິນດາ ນັກຮຽນ ມ.5/1 ໄດ້ໃຫ້ສຳພາດຕໍ່ນັກຂ່າວ CRI ວ່າ: ນີ້ເປັນເທື່ອທຳອິດທີ່ນາງໄດ້ຕັດເຈ້ຍເຊິ່ງນາງ ແລະໝູ່ລ້ວນແຕ່ມີຄວາມປະທັບໃຈຕໍ່ມົນສະເໜ່ຂອງສິລະປະການຕັດເຈ້ຍຂອງຈີນ.

ກິດຈະກຳສົ່ງເສີມວັດທະນະທຳຈີນໃນໂຮງຮຽນ ແມ່ນກິດຈະກຳໜຶ່ງທີ່ສຳຄັນ ຂອງສະຖານ ທູດ ສປ. ຈີນ ປະຈໍາ ສປປ. ລາວ ທີ່ຈັດຢູ່ໃນໂຮງຮຽນປະຖົມ ແລະມັດທະ ຍົມ.ກິດຈະກຳ ດັ່ງກ່າວເລີ່ມຈັດຂຶ້ນແຕ່ປີ 2016 ເຊິ່ງປີນີ້ ມີແຜນຈະຈັດຢູ່ໃນໂຮງຮຽນປະຖົມ ແລະມັດທະຍົມ8 ແຫ່ງ ຂອງ 4 ແຂວງ ແລະລະຄອນຄື: ແຂວງຫຼວງນ້ຳທາ, ແຂວງຫຼວງພະບາງ, ນະຄອນຫຼວງວຽງຈັນແລະແຂວງຈຳປາສັກ.
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ