ກອງປະຊຸມ​ປຶກສາ​ຫາລື​ສົ່ງ​ເສີມ​ການ​ຄ້າ​ຈີນ-ຫວຽດນາມ​ຈັດ​ຂຶ້ນ​ຢູ່​ແຂວງ​ປັກ​ຢາງຫວຽດນາມ
2018-06-01 15:23:35  cri 
ວັນ​ທີ 31 ພຶດສະພາຜ່ານ​ມາ​ນີ້, ກອງ​ປະຊຸມ​ປຶກສາ​ຫາລື​ກ່ຽວ​ກັບ​ການ​ສົ່ງ​ເສີມ​ການ​ຄ້າ​ລະຫວ່າງ​ຈີນ-ຫວຽດນາມ​ພາຍ​ໃຕ້​ຫົວ​ຂໍ້ "ນ້ຳ​ໃຈ​ນັກທຸລະກິດ​ຕາມ​ໜຶ່ງ​ແລວ​ໜຶ່ງ​ເສັ້ນທາງ" ​ໄດ້​ຈັດ​ຂຶ້ນ​ຢູ່​​​ແຂວງປັກ​ຢາງ​ປະ​ເທດ​ຫວຽດນາມ ​ເຊິ່ງມີ​ຜູ້ນຳ, ​ແຂກ​ຜູ້​ມີ​ກຽດ ​ແລະ​ນັກທຸລະກິດ​ສອງ​ປະ​ເທດ​ເຂົ້າ​ຮ່ວມ.
ທ່ານ​ຫງວນວັນ​ລີງ ປະທານ​ຄະນະ​ກຳມະການ​ປະຊາຊົນ​ແຂວງ​ປັກ​ຢາງຫວຽດນາມ​ໄດ້​ກ່າວ​ປາ​ໄສ​ວ່າ: ຈີນ ​ແລະ​ຫວຽດນາມ​ເພີ່ມ​ທະວີ​ການ​ຮ່ວມ​ມື​ຕົວ​ຈິງ​ໃນ​ຂົງ​ເຂດ​ຕ່າງໆ​ ຄື: ​ເສດຖະກິດ, ການ​ຄ້າ, ການ​ລົງທຶນ ​ແລ​ະອື່ນໆ, ຕັ້ງໜ້າ​ສົ່ງ​ເສີມ​ການ​ເຊື່ອມ​ຕໍ່​ກັນ​ລະຫວ່າງ​ຂອບ​​ເຂດ "ສອງ​ແລວ​ທາງ​ໜຶ່ງ​ວົງ​ເສດຖະກິດ" ​ແລະ​ຂໍ້​ລິ​ເລີ່​ມ "ໜຶ່ງ​ແລວ​ໜຶ່ງ​ເສັ້ນທາງ", ສະໜັບສະໜູນ ​ແລະ​​ໃຫ້​ຄຳ​ໝັ້ນ​ສັນຍາສ້າງ​ເງື່ອນ​ໄຂທີ່​​ເອື້ອ​ອຳນວຍ​ຕໍ່​ວິ​ສາ​ຫະກິດ​ຈີນ​ເຂົ້າ​ມາ​ລົງທຶນ​ຢູ່​​ແຂວງປັກ​ຢາງຫວຽດນາມ.
ກອງ​ປະຊຸມ​ນີ້​​​ເປັນ​ເຈົ້າພາບ​ໂດຍ​ສະພາ​ການ​ຄ້າຈີນ​ຢູ່​ຫວຽດນາມ ​ແລະ​ສະມາຄົມອຸດສາຫະກຳ​ພະລັງງານ​ແສງຕາ​ເວັນ​ສະພາ​ການ​ຄ້າ​ຈີນ​ຢູ່ຫວຽດນາມ, ​ເພື່ອ​ປະກອບສ່ວນ​ປະຕິບັດ​ຂໍ້​ລິ​ເລີ່ມ "ໜຶ່ງ​ແລວ​ໜຶ່ງ​ເສັ້ນທາງ" ​ໃຫ້​ວິ​ສາ​ຫະກິດ​ທີ່​ດີ​ຂອງ​ຈີນ, ທັງ​ສະ​ແດງ​ໃຫ້​ເຫັນ​ສະພາບ​ແວດ​ລ້ອມ​ການ​ລົງທຶນ​ຂອງ​ຫວຽດນາມ ​ແລະດຶງ​ດູດ​ວິ​ສາ​ຫະກິດ​ຈີນ​ເຂົ້າ​ຮ່ວມ​ການ​ສ້າງພື້ນຖານ​ໂຄງ​ລ່າງ ກໍ​ຄື​ການ​ລົງທຶນ​​ໃນຂົງ​ເຂ​ດອື່ນໆ​ຂອງ​ຫວຽດນາມ, ຊຸກຍູ້​ຂະ​ບວນການ​ພັດທະນາ "ໜຶ່ງ​ແລວ​ໜຶ່ງ​ເສັ້ນທາງ".
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ